Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 10:9 - ພຣະຄຳພີສັກສິ

9 ເມື່ອ​ໂຢອາບ​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ຕົນ​ທາງ​ດ້ານ​ໜ້າ​ກັບ​ທາງ​ດ້ານຫລັງ; ສະນັ້ນ ລາວ​ຈຶ່ງ​ເລືອກເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ ໃຫ້​ໄປ​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ຊີເຣຍ.

Uka jalj uñjjattʼäta Copia luraña




2 ຊາມູເອນ 10:9
6 Jak'a apnaqawi uñst'ayäwi  

ແລ້ວ​ລາວ​ກໍ​ໃຫ້​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ເປັນ​ຜູ້​ບັນຊາການ​ພວກ​ທີ່​ເຫຼືອ​ຢູ່​ນັ້ນ ໂດຍ​ໃຫ້​ພວກ​ນີ້​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ອຳໂມນ.


ຊາວ​ອຳໂມນ​ໄດ້​ເຄື່ອນທັບ​ໄປ​ຕັ້ງ​ທີ່ໝັ້ນ​ຢູ່​ທາງ​ເຂົ້າ​ຣັບບາ ເມືອງ​ເອກ​ຂອງ​ພວກເຂົາ; ໃນຂະນະ​ດຽວກັນ​ນັ້ນ ພວກ​ອື່ນ​ຄື​ຊາວ​ຊີເຣຍ​ກັບ​ທະຫານ​ຈາກ​ເມືອງ​ໂຕບ ແລະ​ມາອາກາ ກໍ​ຕັ້ງ​ທີ່ໝັ້ນ​ຢູ່​ນອກເມືອງ.


ແລ້ວ​ເພິ່ນ​ກໍ​ສົ່ງ​ພວກເຂົາ​ອອກ​ໄປ​ເປັນ​ສາມ​ກອງ ຊຶ່ງ​ມີ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຄື​ໂຢອາບ​ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ຕົນ​ແລະ​ອິດໄຕ​ຊາວ​ເມືອງກາດ ເປັນ​ຜູ້​ບັນຊາການ​ຂອງ​ແຕ່ລະ​ກອງ. ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ທະຫານ​ຂອງຕົນ​ວ່າ, “ເຮົາ​ເອງ​ຈະ​ໄປ​ກັບ​ພວກເຈົ້າ.”


ພວກ​ທະຫານ​ຢູດາ​ໄດ້​ແນມ​ໄປ​ອ້ອມຮອບ ແລະ​ເຫັນ​ວ່າ​ພວກ​ຕົນ​ຖືກ​ປິດລ້ອມ​ແລ້ວ. ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພວກ​ປະໂຣຫິດ​ກໍ​ເປົ່າແກ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka