8 ຊາວອຳໂມນໄດ້ເຄື່ອນທັບໄປຕັ້ງທີ່ໝັ້ນຢູ່ທາງເຂົ້າຣັບບາ ເມືອງເອກຂອງພວກເຂົາ; ໃນຂະນະດຽວກັນນັ້ນ ພວກອື່ນຄືຊາວຊີເຣຍກັບທະຫານຈາກເມືອງໂຕບ ແລະມາອາກາ ກໍຕັ້ງທີ່ໝັ້ນຢູ່ນອກເມືອງ.
ຊາວອຳໂມນຮູ້ຕົວວ່າພວກຕົນໄດ້ສ້າງສັດຕູກັບກະສັດດາວິດ. ດັ່ງນັ້ນ ພວກເຂົາຈຶ່ງໄປຈ້າງເອົາທະຫານຊີເຣຍ ຊາວພັນຄົນ ຈາກເມືອງເບັດເຣໂຮບ ແລະເມືອງໂຊບາ ສິບສອງພັນຄົນ ຈາກເມືອງໂຕບ ແລະກະສັດແຫ່ງມາອາກາພ້ອມກັບທະຫານໜຶ່ງພັນຄົນ.
ເມື່ອກະສັດດາວິດໄດ້ຍິນເຊັ່ນນັ້ນ ເພິ່ນຈຶ່ງສົ່ງໂຢອາບພ້ອມທັງກອງທັບໄປສູ້ຮົບພວກເຂົາ.
ເມື່ອໂຢອາບເຫັນວ່າ ກອງທັບຂອງສັດຕູຈະໂຈມຕີຕົນທາງດ້ານໜ້າກັບທາງດ້ານຫລັງ; ສະນັ້ນ ລາວຈຶ່ງເລືອກເອົາທະຫານອິດສະຣາເອນຜູ້ທີ່ເກັ່ງກ້າ ໃຫ້ໄປຕັ້ງທ່າໄວ້ປະເຊີນໜ້າກັບພວກຊີເຣຍ.
ເອລີເຟເລດ ລູກຊາຍອາຮາສະໄບ ຊາວມາອາກາ; ເອລີອາມ ລູກຊາຍຂອງອາຮີໂຕເຟນ ຊາວກີໂລ.
ແລະໄດ້ກາຍເປັນຫົວໜ້າຂອງພວກກອງໂຈນ. (ເຫດການນີ້ໄດ້ເກີດຂຶ້ນ ຫລັງຈາກກະສັດດາວິດໄດ້ເອົາຊະນະຮາດາເດເຊ ແລະຂ້າຊາວຊີເຣຍຜູ້ເປັນພັນທະມິດຂອງລາວ.) ເຣຊົນ ແລະພັກພວກຂອງລາວໄດ້ໄປຢູ່ໃນເມືອງດາມັສກັດ ແລ້ວພັກພວກຂອງລາວກໍໄດ້ແຕ່ງຕັ້ງລາວໃຫ້ເປັນກະສັດແຫ່ງຊີເຣຍ.
ລົດຮົບສາມສິບສອງພັນຄັນ ທີ່ຖືກຈ້າງມາ ແລະກອງທັບຂອງກະສັດມາອາກາ ໄດ້ຕັ້ງຄ້າຍຢູ່ໃກ້ເມືອງເມເດບາ. ແລ້ວຊາວອຳໂມນກໍໄດ້ອອກມາຈາກເມືອງຕ່າງໆຂອງພວກເຂົາ ເພື່ອຕຽມສູ້ຮົບ.
ພວກອຳໂມນເຄື່ອນທັບມາຕັ້ງທີ່ໝັ້ນຢູ່ທາງເຂົ້າຂອງຣັບບາ ເມືອງເອກຂອງພວກເຂົາ; ແລະບັນດາກະສັດທີ່ມາຊ່ວຍນັ້ນ ກໍຕັ້ງທີ່ໝັ້ນຂອງພວກຕົນຢູ່ນອກຕົວເມືອງ.
ສະນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດ, ບັນດາລູກຊາຍຂອງເອຟາອີຈາກເມືອງເນໂຕຟາ ແລະຢາອາຊານີຢາ ຈາກເມືອງມາອາກາ ຈຶ່ງໄດ້ນຳຄົນຂອງພວກຕົນໄປຫາເກດາລີຢາທີ່ເມືອງມີຊະປາ.
ດັ່ງນັ້ນ ພວກສອດແນມຈຶ່ງເດີນທາງໄປສູ່ເຂດເໜືອ ແລະສຳຫລວດເບິ່ງດິນແດນ ແຕ່ຖິ່ນແຫ້ງແລ້ງກັນດານຊິນຢູ່ທາງເຂດໃຕ້ ຈົນເຖິງທາງໄປສູ່ເມືອງເຣໂຮບໃກ້ກັບຊ່ອງແຄບຮາມັດທາງທິດເໜືອ.
ເອັບໂຣນ, ເຣໂຮບ, ຮາມໂມນ ແລະການາ, ຈົນໄປຮອດຊີໂດນ.
ເຜົ່າອາເຊບໍ່ໄດ້ຂັບໄລ່ປະຊາຊົນໃຫ້ອອກໜີໄປຈາກເມືອງຕ່າງໆ ດັ່ງນີ້: ເມືອງອັກໂກ, ຊີໂດນ, ອາຮະລັບ, ອັກຊິບ, ເຮນບາ, ອາເຟັກ ແລະເຣໂຮບ.
ດັ່ງນັ້ນ ເຢັບທາຈຶ່ງໜີຈາກພວກອ້າຍນ້ອງຂອງຕົນໄປອາໄສຢູ່ໃນເມືອງໂຕບ. ໃນເມືອງນີ້ ລາວໄດ້ຈູງໃຈພວກນັກເລງ ແລະພວກເຂົາໄດ້ເຂົ້າມາເປັນລູກນ້ອງຂອງລາວ.
ເມື່ອການສູ້ຮົບເລີ່ມຂຶ້ນ ບັນດາຜູ້ນຳກີເລອາດຈຶ່ງໄປນຳເອົາເຢັບທາກັບຄືນມາຈາກເມືອງໂຕບ.