Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 10:6 - ພຣະຄຳພີສັກສິ

6 ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 10:6
24 Jak'a apnaqawi uñst'ayäwi  

ຢາໂຄບ​ຈຶ່ງ​ເວົ້າ​ກັບ​ຊີເມໂອນ​ແລະ​ເລວີ​ວ່າ, “ພວກເຈົ້າ​ກໍ່​ເລື່ອງ​ເດືອດຮ້ອນ​ມາ​ໃຫ້​ຂ້ອຍ​ແລ້ວ; ບັດນີ້ ຊາວ​ການາອານ, ຊາວ​ເປຣີຊີ ແລະ​ປະຊາຊົນ​ທຸກຄົນ​ໃນ​ດິນແດນ​ນີ້​ຈະ​ກຽດຊັງ​ຂ້ອຍ. ຖ້າ​ປະຊາຊົນ​ເຫຼົ່ານີ້​ພ້ອມໃຈ​ກັນ​ມາ​ໂຈມຕີ ຄອບຄົວ​ພວກເຮົາ​ກໍ​ຈະ​ຖືກ​ທຳລາຍ​ຖິ້ມ​ໝົດ ເພາະ​ຄົນ​ຂອງ​ພວກເຮົາ​ມີ​ບໍ່​ຫລາຍ.”


ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່​ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ລໍ​ຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ຈົນກວ່າ​ໜວດ​ຂອງ​ພວກເຂົາ​ປົ່ງ​ໃໝ່​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ.


ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ສົ່ງ​ໂຢອາບ​ພ້ອມ​ທັງ​ກອງທັບ​ໄປ​ສູ້ຮົບ​ພວກເຂົາ.


ອາຮີໂຕເຟນ​ຕອບ​ວ່າ, “ໃຫ້​ທ່ານ​ໄປ​ສົມສູ່​ກັບ​ພວກເມຍນ້ອຍ​ຂອງ​ພໍ່​ຂອງທ່ານ​ທີ່​ເພິ່ນ​ໄດ້​ປະ​ໄວ້​ໃຫ້​ເຝົ້າ​ຣາຊວັງ; ແລ້ວ​ທຸກໆ​ຄົນ​ໃນ​ຊາດ​ອິດສະຣາເອນ​ກໍ​ຈະ​ໄດ້​ຮູ້​ວ່າ ທ່ານ​ກັບ​ພໍ່​ຂອງທ່ານ​ເປັນ​ສັດຕູ​ກັນ ແລະ​ພວກ​ທີ່​ຕິດຕາມ​ທ່ານ​ກໍ​ຈະ​ມີ​ກຳລັງ​ໃຈ​ຫລາຍ​ຂຶ້ນ.”


ເອລີເຟເລດ ລູກຊາຍ​ອາຮາສະໄບ ຊາວ​ມາອາກາ; ເອລີອາມ ລູກຊາຍ​ຂອງ​ອາຮີໂຕເຟນ ຊາວ​ກີໂລ.


ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ, ອາມາເຫຼັກ ແລະ​ຕະຫລອດ​ທັງ​ຂອງ​ທີ່​ປຸ້ນສະດົມ​ມາ​ໄດ້​ຈາກ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ​ແຫ່ງ​ໂຊບາ​ນັ້ນ​ດ້ວຍ.


ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.


ເມື່ອ​ຊາວ​ຊີເຣຍ​ແຫ່ງ​ນະຄອນ​ດາມັສກັດ​ໄດ້​ສົ່ງ​ກອງທັບ​ໄປ​ຊ່ວຍ​ເຈົ້າ​ຮາດາເດເຊ​ແຫ່ງ​ໂຊບາ ກະສັດ​ດາວິດ​ກໍ​ບຸກໂຈມຕີ​ຄືນ ແລະ​ໄດ້​ຂ້າ​ພວກເຂົາ​ຊາວສອງພັນ​ຄົນ.


ແລະ​ໄດ້​ກາຍເປັນ​ຫົວໜ້າ​ຂອງ​ພວກ​ກອງໂຈນ. (ເຫດການ​ນີ້​ໄດ້​ເກີດຂຶ້ນ ຫລັງຈາກ​ກະສັດ​ດາວິດ​ໄດ້​ເອົາ​ຊະນະ​ຮາດາເດເຊ ແລະ​ຂ້າ​ຊາວ​ຊີເຣຍ​ຜູ້​ເປັນ​ພັນທະມິດ​ຂອງ​ລາວ.) ເຣຊົນ ແລະ​ພັກພວກ​ຂອງ​ລາວ​ໄດ້​ໄປ​ຢູ່​ໃນ​ເມືອງ​ດາມັສກັດ ແລ້ວ​ພັກພວກ​ຂອງ​ລາວ​ກໍໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ແຫ່ງ​ຊີເຣຍ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ບັນດານ​ໃຫ້​ຊາວ​ຊີເຣຍ​ໄດ້ຍິນ​ສິ່ງ​ໜຶ່ງ ດັ່ງ​ສຽງ​ກອງທັບ​ໃຫຍ່ ທີ່​ມີ​ທັງ​ມ້າ​ແລະ​ລົດຮົບ ແລະ​ຊາວ​ຊີເຣຍ​ຈຶ່ງ​ຄິດ​ວ່າ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ຈ້າງ​ກະສັດ​ຂອງ​ຊາວ​ຮິດຕີ ແລະ​ກະສັດ​ແຫ່ງ​ເອຢິບ​ໃຫ້​ຍົກທັບ​ມາ​ໂຈມຕີ​ພວກຕົນ.


ບັນດາ​ກະສັດ​ຕ່າງ​ກໍໄດ້​ມາ​ເຕົ້າໂຮມ​ກັນ ຮ່ວມໃຈ​ກັນ​ໂຈມຕີ​ພູເຂົາ​ຊີໂອນ​ແຫ່ງນີ້.


ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”


ເມື່ອ​ເຈົ້າ​ເຫັນ​ເຖິງ​ບາງ​ສິ່ງ​ຢ່າ​ຟ້າວ​ແລ່ນ​ໄປ​ສານ, ຕໍ່ມາ ຖ້າ​ພະຍານ​ຄົນອື່ນ​ຢືນຢັນ​ວ່າ​ເຈົ້າ​ຜິດ ເຈົ້າ​ຈະ​ເຮັດ​ຢ່າງໃດ​ໄດ້?


ສະນັ້ນ ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເມືອງ​ເນໂຕຟາ ແລະ​ຢາອາຊານີຢາ ຈາກ​ເມືອງ​ມາອາກາ ຈຶ່ງ​ໄດ້​ນຳ​ຄົນ​ຂອງ​ພວກ​ຕົນ​ໄປ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ.


ແມ່ນແຕ່​ຄົນ​ທີ່​ຮັບຈ້າງ​ໃຫ້​ເປັນ​ທະຫານ ກໍ​ເປັນ​ດັ່ງ​ລູກ​ງົວ​ທີ່​ຊ່ວຍ​ຫຍັງ​ບໍ່ໄດ້. ພວກເຂົາ​ບໍ່ໄດ້​ຢືນ​ຢູ່​ຕັດ​ຊີວິດ​ຕົນ​ໃສ່​ເພື່ອ​ສູ້ຮົບ ພວກເຂົາ​ຕ່າງ​ກໍ​ອ່ວາຍໜ້າ​ແລ່ນ​ໜີໄປ​ທັງໝົດ. ວັນ​ຫາຍຍະນະ​ຂອງ​ພວກເຂົາ​ມາຮອດ​ແລ້ວ, ແມ່ນ​ເວລາ​ແຫ່ງ​ການລົງໂທດ​ພວກເຂົາ​ແລ້ວ.


ຢາອີ​ຜູ້​ທີ່​ເປັນ​ຄົນ​ໃນ​ເຜົ່າ​ມານາເຊ ໄດ້​ຢຶດຄອງ​ຂົງ​ເຂດ​ອັກໂກບ​ທັງໝົດ ຄື​ບາຊານ ໄກ​ອອກ​ໄປ​ຈົນ​ຮອດ​ຊາຍແດນ​ຂອງ​ເກຊູ​ແລະ​ມາອາກາ. ລາວ​ໃສ່​ຊື່​ໝູ່ບ້ານ​ເຫຼົ່ານັ້ນ​ຕາມ​ຊື່​ຂອງຕົນ ຊຶ່ງ​ຍັງ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ​ໝູ່ບ້ານ​ຂອງ​ຢາອີ.)


ດັ່ງນັ້ນ ເຢັບທາ​ຈຶ່ງ​ໜີ​ຈາກ​ພວກ​ອ້າຍ​ນ້ອງ​ຂອງຕົນ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໂຕບ. ໃນ​ເມືອງນີ້ ລາວ​ໄດ້​ຈູງໃຈ​ພວກ​ນັກເລງ ແລະ​ພວກເຂົາ​ໄດ້​ເຂົ້າ​ມາ​ເປັນ​ລູກ​ນ້ອງ​ຂອງ​ລາວ.


ເມື່ອ​ການ​ສູ້ຮົບ​ເລີ່ມ​ຂຶ້ນ ບັນດາ​ຜູ້ນຳ​ກີເລອາດ​ຈຶ່ງ​ໄປ​ນຳ​ເອົາ​ເຢັບທາ​ກັບຄືນ​ມາ​ຈາກ​ເມືອງ​ໂຕບ.


ເມື່ອ​ຊາວ​ອິດສະຣາເອນ​ທັງໝົດ​ໄດ້ຍິນ​ຂ່າວ​ວ່າ, ກະສັດ​ໂຊນ​ໄດ້​ຂ້າ​ຜູ້​ບັນຊາການ​ທະຫານ​ຟີລິດສະຕິນ ແລະ​ຊາວ​ຟີລິດສະຕິນ​ກໍ​ກຽດຊັງ​ພວກຕົນ. ສະນັ້ນ ພວກເຂົາ​ຈຶ່ງ​ຕອບ​ສະໜອງ​ຄຳ​ຮຽກຮ້ອງ ເພື່ອ​ເຂົ້າ​ໄປ​ສົມທົບ​ກັບ​ກະສັດ​ໂຊນ​ທີ່​ເມືອງ​ກິນການ.


ສ່ວນ​ເຈົ້າ​ອາກີເຊ​ກໍ​ໄວ້ເນື້ອ​ເຊື່ອໃຈ​ດາວິດ ເພິ່ນ​ຄິດ​ຢູ່ໃນ​ໃຈ​ວ່າ, “ຊາວ​ອິດສະຣາເອນ​ຄົນ​ຊາດ​ດຽວກັນ​ກຽດຊັງ​ດາວິດ​ຫລາຍ​ທີ່ສຸດ. ສະນັ້ນ ລາວ​ຈະ​ຕ້ອງ​ຮັບໃຊ້​ເຮົາ​ຕະຫລອດ​ຊີວິດ​ຂອງ​ລາວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka