Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 10:5 - ພຣະຄຳພີສັກສິ

5 ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່​ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ລໍ​ຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ຈົນກວ່າ​ໜວດ​ຂອງ​ພວກເຂົາ​ປົ່ງ​ໃໝ່​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ.

Uka jalj uñjjattʼäta Copia luraña




2 ຊາມູເອນ 10:5
6 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຮານູນ​ຈຶ່ງ​ຈັບ​ຄະນະທູດ​ຂອງ​ກະສັດ​ດາວິດ ແລະ​ສັ່ງ​ໃຫ້​ແຖ​ໜວດ​ຂ້າງ​ໜຶ່ງ​ທັງ​ຕັດ​ເຄື່ອງນຸ່ງ​ຊື່​ກັບ​ກະໂພກ​ອອກ ແລ້ວ​ສົ່ງ​ພວກເຂົາ​ກັບ​ເມືອ.


ຊາວ​ອຳໂມນ​ຮູ້ຕົວ​ວ່າ​ພວກຕົນ​ໄດ້​ສ້າງ​ສັດຕູ​ກັບ​ກະສັດ​ດາວິດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈ້າງ​ເອົາ​ທະຫານ​ຊີເຣຍ ຊາວພັນ​ຄົນ ຈາກ​ເມືອງ​ເບັດເຣໂຮບ ແລະ​ເມືອງ​ໂຊບາ ສິບສອງພັນ​ຄົນ ຈາກ​ເມືອງ​ໂຕບ ແລະ​ກະສັດ​ແຫ່ງ​ມາອາກາ​ພ້ອມ​ກັບ​ທະຫານ​ໜຶ່ງພັນ​ຄົນ.


ໃນ​ຣາຊການ​ຂອງ​ເພິ່ນ, ຮີເອນ​ຊາວ​ເມືອງ​ເບັດເອນ​ໄດ້​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່. ຂະນະທີ່​ຮີເອນ​ສ້າງ​ພື້ນຖານ​ຂອງ​ເມືອງ​ເຢຣິໂກ​ຂຶ້ນ​ນັ້ນ ອາບີຣາມ​ລູກຊາຍກົກ​ຂອງ​ເພິ່ນ​ກໍ​ຕາຍ ແລະ​ຂະນະທີ່​ເພິ່ນ​ສ້າງ​ປະຕູ​ເມືອງ​ຂຶ້ນ​ນັ້ນ, ເຊກຸບ​ລູກຊາຍຫລ້າ​ຂອງ​ເພິ່ນ​ກໍ​ຕາຍ​ອີກ. ເຫດການ​ນີ້​ແມ່ນ​ຖືກຕ້ອງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ບອກ​ໄວ້​ຜ່ານ​ທາງ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ຄວາມ​ໄປ​ບອກ​ພວກເຂົາ​ໃຫ້​ພັກ​ຢູ່​ເມືອງ​ເຢຣິໂກ ແລະ​ບໍ່​ໃຫ້​ກັບຄືນ​ມາ​ຈົນກວ່າ​ໜວດ​ປົ່ງ​ເສຍ​ກ່ອນ.


ປະຕູ​ເມືອງ​ເຢຣິໂກ​ຖືກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ມີ​ຄົນ​ຍາມ​ເພື່ອ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໄດ້. ບໍ່ມີ​ໃຜ​ເຂົ້າ​ໄປ​ໃນເມືອງ ຫລື​ອອກ​ໄປ​ນອກເມືອງ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka