Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 10:19 - ພຣະຄຳພີສັກສິ

19 ເມື່ອ​ບັນດາ​ກະສັດ​ທີ່​ຂຶ້ນ​ກັບ​ເຈົ້າ​ຮາດາເດເຊ​ເຫັນວ່າ ພວກ​ຕົນ​ເສຍໄຊ​ໃຫ້​ແກ່​ຊາວ​ອິດສະຣາເອນ​ແລ້ວ ຈຶ່ງ​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ພວກ​ອິດສະຣາເອນ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ. ແລ້ວ​ຊາວ​ຊີເຣຍ​ກໍ​ບໍ່​ກ້າ​ຊ່ວຍເຫລືອ​ຊາວ​ອຳໂມນ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




2 ຊາມູເອນ 10:19
12 Jak'a apnaqawi uñst'ayäwi  

ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.


ແລ້ວ​ເພິ່ນ​ກໍໄດ້​ຕັ້ງ​ຄ້າຍ​ທະຫານ​ໄວ້​ໃນ ດິນແດນ​ຂອງ​ພວກເຂົາ. ຊາວ​ຊີເຣຍ​ຈຶ່ງ​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ກະສັດ​ດາວິດ ແລະ​ຍອມ​ເສຍສ່ວຍ​ໃຫ້​ເພິ່ນ. ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ກະສັດ​ດາວິດ​ໄດ້​ຮັບ​ໄຊຊະນະ​ໃນ​ທຸກບ່ອນ​ທີ່​ເພິ່ນ​ໄປ​ສູ້ຮົບ.


ເຈົ້າ​ເບັນຮາດາດ ກະສັດ​ແຫ່ງ​ຊີເຣຍ​ໄດ້​ຮວບຮວມ​ເອົາ​ທະຫານ​ທັງໝົດ​ຂອງ​ເພິ່ນ ແລະ​ມີ​ພວກ​ກະສັດ​ສາມສິບສອງ​ຄົນ ມີ​ຄົນອື່ນ​ອີກ​ສະໜັບ​ສະໜູນ​ໂດຍ​ໃຫ້​ຝູງມ້າ​ແລະ​ລົດຮົບ ໄດ້​ຍົກທັບ​ຂຶ້ນ​ໄປ​ອ້ອມ​ນະຄອນ​ຊາມາເຣຍ​ໄວ້​ແລະ​ໄດ້​ເຂົ້າ​ໂຈມຕີ​ເອົາ​ເມືອງ.


ເມື່ອ​ພວກ​ທີ່​ຂຶ້ນ​ກັບ​ກະສັດ​ຮາດາເດເຊ​ເຫັນ​ວ່າ ພວກຕົນ​ໄດ້​ພ່າຍແພ້​ໃຫ້​ແກ່​ຊາດ​ອິດສະຣາເອນ​ແລ້ວ ຕ່າງ​ກໍໄດ້​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ກະສັດ​ດາວິດ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ການປົກຄອງ​ຂອງ​ເພິ່ນ. ພວກ​ຊີເຣຍ​ຈຶ່ງ​ບໍ່ຍອມ​ຊ່ວຍເຫລືອ​ພວກ​ອຳໂມນ​ອີກ​ຕໍ່ໄປ​ຈັກເທື່ອ.


ຂ້າແດ່​ພຣະເຈົ້າຢາເວ ເຫຼົ່າ​ສັດຕູ​ບໍ່​ຮູ້​ວ່າ​ພຣະອົງ​ຈະ​ລົງໂທດ​ພວກເຂົາ ໃຫ້​ຖືກ​ອັບອາຍ​ແລະ​ຮັບ​ທຸກ ຈົ່ງ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດ​ທີ່​ພຣະອົງ​ຕຽມໄວ້​ນັ້ນ​ສາ ໃຫ້​ເຫັນ​ວ່າ​ພຣະອົງ​ຮັກ​ປະຊາຊົນ​ຂອງ​ພຣະອົງ.


ຂ້າແດ່​ພະຣາຊາ ທ່ານ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ກວ່າ​ກະສັດ​ທັງຫລາຍ. ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ແຕ່ງຕັ້ງ​ທ່ານ​ໃຫ້​ເປັນ​ຈັກກະພັດ, ມີ​ອຳນາດ​ໃຫຍ່ໂຕ, ມີ​ກຳລັງ​ວັງຊາ​ແລະ​ມີ​ກຽດຕິຍົດ.


ແລ້ວ​ໂຢຊວຍ​ກໍ​ຍົກທັບ​ກັບຄືນ​ມາ​ຢຶດຄອງ​ເມືອງ​ຮາໂຊ ແລະ​ຂ້າ​ກະສັດ​ຂອງ​ເມືອງ​ນີ້. (ໃນ​ຄາວນັ້ນ ຮາໂຊ​ເປັນ​ອານາຈັກ​ທີ່​ມີ​ອຳນາດ​ເໜືອ​ຣາຊ​ອານາຈັກ​ຕ່າງໆ).


ກະສັດ​ເຫຼົ່ານັ້ນ​ກໍ​ຢືນ​ຢູ່​ຫ່າງໄກ ເພາະ​ຢ້ານ​ໄພ​ແຫ່ງ​ການ​ທໍລະມານ​ຂອງ​ນະຄອນ​ນັ້ນ ແລະ​ຈະ​ກ່າວ​ວ່າ, “ວິບັດ ວິບັດ​ແລ້ວ ບາບີໂລນ​ມະຫາ​ນະຄອນ​ທີ່​ແຂງແຮງ​ເອີຍ ເຈົ້າ​ໄດ້​ຖືກ​ການ​ພິພາກສາ​ລົງໂທດ​ເສຍ ພາຍ​ໃນ​ຊົ່ວໂມງ​ດຽວ​ເທົ່ານັ້ນ.”


ເຈົ້າ​ອາໂດນີເບເຊັກ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຍັງ​ມີ​ກະສັດ​ເຈັດສິບ​ຄົນ ທີ່​ຖືກ​ຕັດ​ໂປ້ມື​ແລະ​ໂປ້ຕີນ; ພວກເຂົາ​ພາກັນ​ເກັບ​ເສດ​ອາຫານ​ຕາມ​ກ້ອງ​ໂຕະ​ຂອງຂ້ອຍ. ບັດນີ້ ພຣະເຈົ້າ​ໄດ້​ເຮັດ​ຕໍ່​ຂ້ອຍ​ດັ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ນັ້ນ.” ຕໍ່ມາ ເຈົ້າ​ອາໂດນີ​ເບເຊັກ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ເມືອງ​ເຢຣູຊາເລັມ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka