Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 10:14 - ພຣະຄຳພີສັກສິ

14 ເມື່ອ​ພວກ​ອຳໂມນ​ເຫັນ​ວ່າ​ພວກ​ຊີເຣຍ​ປົບໜີໄປ​ແລ້ວ ພວກເຂົາ​ຈຶ່ງ​ແລ່ນ​ປົບໜີ​ຈາກ​ອາບີໄຊ ແລະ​ຖອຍ​ເຂົ້າ​ໄປ​ໃນເມືອງ. ແລ້ວ​ໂຢອາບ​ກໍ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ ຫລັງຈາກ​ທີ່​ລາວ​ໄດ້​ສູ້ຮົບ​ຊາວ​ອຳໂມນ​ແລ້ວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 10:14
7 Jak'a apnaqawi uñst'ayäwi  

ເມື່ອ​ຊາວ​ຊີເຣຍ​ຮູ້​ຕົວ​ວ່າ ພວກ​ຕົນ​ໄດ້​ພ່າຍແພ້​ແກ່​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ລະດົມ​ເອົາ​ທະຫານ​ທັງໝົດ​ມາ​ໂຮມກັນ.


ປີ​ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ເປັນ​ເວລາ​ທີ່​ກະສັດ​ທັງຫລາຍ​ເຄີຍ​ອອກ​ໄປ​ສູ້ຮົບ. ກະສັດ​ດາວິດ​ໄດ້​ສົ່ງ​ໂຢອາບ, ພວກ​ນາຍ​ທະຫານ​ຂອງຕົນ ແລະ​ກອງທັບ​ອິດສະຣາເອນ​ອອກ​ໄປ​ເຮັດ​ເສິກ. ພວກເຂົາ​ໄດ້​ເອົາ​ຊະນະ​ຊາວ​ອຳໂມນ ແລະ​ປິດລ້ອມ​ເມືອງ​ຣັບບາ​ໄວ້ ສ່ວນ​ກະສັດ​ດາວິດ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ກະສັດ​ຈຶ່ງ​ບອກ​ອາບີໄຊ​ວ່າ, “ເຊບາ​ລູກຊາຍ​ຂອງ​ບີກຣີ​ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຮົາ ຫລາຍກວ່າ​ອັບຊາໂລມ​ອີກ; ດັ່ງນັ້ນ ຈົ່ງ​ນຳ​ເອົາ​ທະຫານ​ອອກ​ຕາມ​ຫາ​ຈັບ​ລາວ. ຖ້າບໍ່​ດັ່ງນັ້ນ ລາວ​ອາດ​ຢຶດເອົາ​ບາງເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ປົບໜີ​ຈາກ​ພວກເຮົາ.”


ຂ້ານ້ອຍ​ໄລ່​ຕາມ ແລະ​ເອົາ​ຊະນະ​ສັດຕູ ບໍ່​ຍອມ​ຢຸດ ຈົນ​ພວກເຂົາ​ຖືກ​ທຳລາຍ​ສິ້ນ.


ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ເປັນ​ຫົວໜ້າ​ຂອງ ທະຫານ​ເອກ​ສາມສິບ​ຄົນ. ລາວ​ໃຊ້​ຫອກ​ເປັນ​ອາວຸດ​ສູ້ຮົບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ຂ້າ​ໄດ້​ທັງໝົດ. ສະນັ້ນ ລາວ​ຈຶ່ງ​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຈຳນວນ ທະຫານ​ເອກ​ສາມສິບ​ຄົນ.


ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ, ອາມາເຫຼັກ ແລະ​ຕະຫລອດ​ທັງ​ຂອງ​ທີ່​ປຸ້ນສະດົມ​ມາ​ໄດ້​ຈາກ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ​ແຫ່ງ​ໂຊບາ​ນັ້ນ​ດ້ວຍ.


ອາບີໄຊ ລູກຊາຍ​ນາງ​ເຊຣູອີຢາ​ໄດ້​ເອົາ​ຊະນະ​ຊາວ​ເອໂດມ​ຢູ່​ໃນ​ຮ່ອມພູ​ເກືອ ໂດຍ​ໄດ້​ຂ້າ​ສັດຕູ ສິບແປດພັນ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka