Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 10:12 - ພຣະຄຳພີສັກສິ

12 ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ຂໍ​ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ບັນດາ​ເມືອງ​ຕ່າງໆ​ຂອງ​ພຣະເຈົ້າ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ​ດຳເນີນການ ຕາມ​ທີ່​ພຣະອົງ​ເຫັນ​ຊອບ​ເຖີດ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 10:12
24 Jak'a apnaqawi uñst'ayäwi  

ໂຢອາບ​ບອກ​ອາບີໄຊ​ວ່າ, “ຖ້າ​ເຈົ້າ​ເຫັນ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ເດີ. ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.


ແຕ່​ຖ້າ​ພຣະອົງ​ບໍ່​ພໍໃຈ​ນຳ​ເຮົາ ກໍ​ຂໍ​ໃຫ້​ພຣະອົງ​ເຮັດ​ຕໍ່​ເຮົາ​ຕາມ​ທີ່​ພຣະອົງ​ຕ້ອງການ​ເຖີດ.”


ຈົ່ງ​ເຂັ້ມແຂງ​ແລະ​ກ້າຫານ ໃຫ້​ພວກເຮົາ​ສູ້ຮົບ​ຢ່າງ​ເດັດດ່ຽວ​ເພື່ອ​ປະຊາຊົນ​ຂອງ​ພວກເຮົາ ແລະ​ເພື່ອ​ຫົວເມືອງຕ່າງໆ​ຂອງ​ພຣະເຈົ້າ. ຂໍ​ໃຫ້​ພຣະເຈົ້າຢາເວ​ກະທຳການ​ຂອງ​ພຣະອົງ​ດ້ວຍ​ເທີ້ນ.”


“ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ແລະ​ຢ່າສູ່ຢ້ານ​ຈັກກະພັດ​ອັດຊີເຣຍ ຫລື​ກອງທັບ​ທີ່​ລາວ​ນຳ​ມາ. ພວກເຮົາ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.


ຂ້າພະເຈົ້າ​ເຫັນ​ວ່າ​ປະຊາຊົນ​ວຸ້ນວາຍ​ໃຈ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເວົ້າ​ກັບ​ພວກເຂົາ ພ້ອມ​ທັງ​ພວກຜູ້ນຳ ແລະ​ພວກ​ຂ້າຣາຊການ​ວ່າ, “ບໍ່​ຕ້ອງ​ຢ້ານ​ພວກ​ສັດຕູ​ດອກ. ຈົ່ງ​ຈົດຈຳ​ໄວ້​ວ່າ​ພຣະເຈົ້າຢາເວ​ຂອງ​ພວກເຮົາ​ຍິ່ງໃຫຍ່ ແລະ​ເປັນ​ທີ່​ເກງກົວ​ຫລາຍ​ສໍ່າໃດ ແລະ​ຈົ່ງ​ສູ້ຮົບ​ເພື່ອ​ເພື່ອນ​ຮ່ວມ​ຊາດ, ລູກ, ເມຍ ແລະ​ເຮືອນ​ຂອງ​ພວກທ່ານ.”


ສະນັ້ນ ພວກເຂົາ​ຈຶ່ງ​ຮ່ວມກັນ​ວາງແຜນ ເພື່ອ​ຈະ​ມາ​ໂຈມຕີ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ສ້າງ​ຄວາມ​ປັ່ນປ່ວນ​ຂຶ້ນ;


“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຕົວເປົ່າ ແລະ​ຂ້ານ້ອຍ​ກໍ​ຈະ​ຈາກ​ໂລກ​ໄປ​ດ້ວຍ​ຕົວເປົ່າ. ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້ ແລະ​ພຣະເຈົ້າຢາເວ​ໄດ້​ເອົາ​ຄືນ​ໄປ. ຂໍ​ໃຫ້​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ເທີ້ນ.”


ຈົ່ງ​ສຳຫລວດ​ເບິ່ງ​ວ່າ​ດິນ​ປູກຝັງ​ນັ້ນ​ອຸດົມສົມບູນ​ແລະ​ມີ​ປ່າໄມ້​ຫລື​ບໍ່? ຈົ່ງ​ນຳ​ໝາກໄມ້​ບາງ​ຊະນິດ​ໃນ​ທີ່ນັ້ນ​ມາ​ພ້ອມ.” (ໃນ​ຍາມ​ນັ້ນ​ເປັນ​ລະດູ​ໝາກອະງຸ່ນ​ລຸ້ນ​ທຳອິດ​ສຸກ.)


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ ຈົ່ງ​ຢືນຢັດ​ຢູ່​ຢ່າງ​ໝັ້ນຄົງ​ໃນ​ຄວາມເຊື່ອ ຈົ່ງ​ກ້າຫານ ແລະ​ຈົ່ງ​ເຂັ້ມແຂງ.


ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ພວກເຂົາ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ກັບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ຜິດຫວັງ ຫລື​ປະຖິ້ມ​ພວກເຈົ້າ.”


ແລ້ວ​ໂມເຊ​ກໍໄດ້​ເອີ້ນ​ໂຢຊວຍ​ເຂົ້າ​ມາ​ຫາ ແລະ​ກ່າວ​ແກ່​ລາວ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຕ້ອງ​ເປັນ​ຜູ້​ທີ່​ຈະ​ນຳພາ​ປະຊາຊົນ​ເຫຼົ່ານີ້​ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ.


ເພາະ​ຄົນ​ເຫຼົ່ານີ້​ມີ​ຄວາມເຊື່ອ ພວກເພິ່ນ​ຈຶ່ງ​ໄດ້​ໄຊຊະນະ​ທົ່ວ​ທັງ​ດິນແດນ ພວກເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ​ໄດ້​ຮັບ​ຕາມ​ທີ່​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້, ໄດ້​ງັບ​ປາກ​ສິງ,


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ມີ​ໃຈ​ກ້າ ແລະ​ກ່າວ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ ເປັນ​ພຣະ​ຜູ້​ຊ່ວຍ​ຂອງ​ຂ້າພະເຈົ້າ ແລະ ຂ້າພະເຈົ້າ​ຈະ​ບໍ່​ຢ້ານກົວ. ມີ​ຜູ້ໃດ​ແດ່​ຈະ​ເຮັດ​ຫຍັງ ໃຫ້​ຂ້າພະເຈົ້າ​ໄດ້.”


ຜູ້ໃດ​ກໍຕາມ​ທີ່​ຖາມ​ເຖິງ​ສິດອຳນາດ​ຂອງ​ທ່ານ ຫລື​ບໍ່​ເຊື່ອ​ຟັງ​ຄຳສັ່ງ​ໃດໆ​ຂອງ​ທ່ານ ຈະ​ຕ້ອງ​ຖືກ​ປະຫານ​ຊີວິດ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ​ເທີ້ນ.”


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


ແຕ່​ປະຊາຊົນ​ອິດສະຣາເອນ​ຍັງ​ຮ້ອງ​ຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລ້ວ ຈົ່ງ​ເຮັດ​ກັບ​ພວກ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ເຫັນ​ສົມຄວນ​ເທີ້ນ, ແຕ່​ສຳລັບ​ວັນນີ້ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.”


ທະຫານ​ຟີລິດສະຕິນ​ຈຶ່ງ​ຮ້ອງ​ໃສ່​ໂຢນາທານ ແລະ​ຊາຍໜຸ່ມ​ຜູ້​ນັ້ນ​ວ່າ, “ຈົ່ງ​ຂຶ້ນ​ມາ​ພີ້ ພວກຂ້ອຍ​ມີ​ເລື່ອງ​ຈະ​ບອກ ພວກເຈົ້າ.” ໂຢນາທານ​ຈຶ່ງ​ກ່າວ​ແກ່​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ຈົ່ງ​ຕາມ​ຂ້ອຍ​ມາ ພຣະເຈົ້າຢາເວ​ໄດ້​ໃຫ້​ພວກ​ອິດສະຣາເອນ​ມີ​ໄຊຊະນະ​ເໜືອ​ພວກເຂົາ​ແລ້ວ.”


ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”


ດາວິດ​ກ່າວ​ຕໍ່​ກະສັດ​ໂຊນ​ວ່າ, “ກະສັດ​ທີ່​ເຄົາຣົບ ຢ່າ​ໃຫ້​ຜູ້ໃດ​ຢ້ານ​ຊາຍ​ຟີລິດສະຕິນ​ຄົນ​ນັ້ນ​ເລີຍ ຂ້ານ້ອຍ​ຈະ​ໄປ​ຕໍ່ສູ້​ມັນເອງ.”


ດັ່ງນັ້ນ ຊາມູເອນ​ຈຶ່ງ​ບອກ​ເພິ່ນ​ທຸກຢ່າງ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ໝົດ. ເອລີ​ໄດ້​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າຢາເວ; ພຣະອົງ​ຈະ​ກະທຳ​ທຸກຢ່າງ​ຕາມ​ທີ່​ພຣະອົງ​ເຫັນ​ວ່າ​ດີທີ່ສຸດ.”


ຊາວ​ຟີລິດສະຕິນ​ເອີຍ ຈົ່ງ​ກ້າຫານ​ເຖີດ ຈົ່ງ​ຕໍ່ສູ້​ຢ່າງ​ລູກ​ຜູ້ຊາຍ; ບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຕ້ອງ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເຮັບເຣີ ດັ່ງ​ທີ່​ພວກເຂົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ພວກເຮົາ​ມາ​ແລ້ວ. ສະນັ້ນ ຈົ່ງ​ຕໍ່ສູ້​ຢ່າງ​ລູກ​ຜູ້ຊາຍ​ເຖີດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka