11 ໂຢອາບບອກອາບີໄຊວ່າ, “ຖ້າເຈົ້າເຫັນພວກຊີເຣຍເອົາຊະນະຂ້ອຍ ໃຫ້ເຈົ້າມາຊ່ວຍຂ້ອຍເດີ. ຖ້າພວກອຳໂມນເອົາຊະນະເຈົ້າ ຂ້ອຍຈະໄປຊ່ວຍເຈົ້າ.
ແລ້ວລາວກໍໃຫ້ອາບີໄຊນ້ອງຊາຍຂອງລາວ ເປັນຜູ້ບັນຊາການພວກທີ່ເຫຼືອຢູ່ນັ້ນ ໂດຍໃຫ້ພວກນີ້ຕັ້ງທ່າໄວ້ປະເຊີນໜ້າກັບພວກອຳໂມນ.
ຈົ່ງເຂັ້ມແຂງແລະກ້າຫານ ຂໍໃຫ້ພວກເຮົາສູ້ຮົບຢ່າງເດັດດ່ຽວເພື່ອປະຊາຊົນຂອງພວກເຮົາ ແລະເພື່ອບັນດາເມືອງຕ່າງໆຂອງພຣະເຈົ້າ ແລະຂໍໃຫ້ພຣະເຈົ້າຢາເວດຳເນີນການ ຕາມທີ່ພຣະອົງເຫັນຊອບເຖີດ.”
ຖ້າພວກເຈົ້າໄດ້ຍິນສຽງສັນຍານບອກເຫດການ ຈົ່ງຮີບພາກັນມາເຕົ້າໂຮມອ້ອມຮອບຂ້າພະເຈົ້າ. ພຣະເຈົ້າຂອງພວກເຮົາຈະຕໍ່ສູ້ເພື່ອພວກເຮົາ.”
ແຕ່ເຮົາໄດ້ພາວັນນາອະທິຖານສຳລັບເຈົ້າ ເພື່ອຄວາມເຊື່ອຂອງເຈົ້າຈະບໍ່ຂາດໄປ ເມື່ອເຈົ້າກັບຄືນມາຫາເຮົາແລ້ວ ເຈົ້າຕ້ອງຊູແຮງບັນດາພີ່ນ້ອງຂອງເຈົ້າໄວ້.”
ດ້ວຍເຫດນີ້, ພວກເຮົາຜູ້ທີ່ມີຄວາມເຊື່ອເຂັ້ມແຂງແລ້ວ ຄວນອົດທົນຕໍ່ຜູ້ທີ່ຍັງອ່ອນໃນຄວາມເຊື່ອ ເພື່ອແບກພາລະຂອງພວກເຂົາ, ພວກເຮົາບໍ່ຄວນເຮັດຕາມຄວາມພໍໃຈຂອງຕົນເອງ.
ຈົ່ງຊ່ວຍຮັບພາລະໜັກຂອງກັນແລະກັນ ຖ້າເຮັດດັ່ງນີ້ ພວກເຈົ້າກໍປະຕິບັດຕາມ ກົດບັນຍັດຂອງພຣະຄຣິດ.