Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 10:10 - ພຣະຄຳພີສັກສິ

10 ແລ້ວ​ລາວ​ກໍ​ໃຫ້​ອາບີໄຊ​ນ້ອງຊາຍ​ຂອງ​ລາວ ເປັນ​ຜູ້​ບັນຊາການ​ພວກ​ທີ່​ເຫຼືອ​ຢູ່​ນັ້ນ ໂດຍ​ໃຫ້​ພວກ​ນີ້​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ອຳໂມນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 10:10
6 Jak'a apnaqawi uñst'ayäwi  

ໂຢອາບ​ບອກ​ອາບີໄຊ​ວ່າ, “ຖ້າ​ເຈົ້າ​ເຫັນ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ​ເດີ. ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.


ເມື່ອ​ໂຢອາບ​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ຕົນ​ທາງ​ດ້ານ​ໜ້າ​ກັບ​ທາງ​ດ້ານຫລັງ; ສະນັ້ນ ລາວ​ຈຶ່ງ​ເລືອກເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ ໃຫ້​ໄປ​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ຊີເຣຍ.


ແລ້ວ​ເພິ່ນ​ກໍ​ສົ່ງ​ພວກເຂົາ​ອອກ​ໄປ​ເປັນ​ສາມ​ກອງ ຊຶ່ງ​ມີ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ຄື​ໂຢອາບ​ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ຕົນ​ແລະ​ອິດໄຕ​ຊາວ​ເມືອງກາດ ເປັນ​ຜູ້​ບັນຊາການ​ຂອງ​ແຕ່ລະ​ກອງ. ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ທະຫານ​ຂອງຕົນ​ວ່າ, “ເຮົາ​ເອງ​ຈະ​ໄປ​ກັບ​ພວກເຈົ້າ.”


ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ເປັນ​ຫົວໜ້າ​ຂອງ ທະຫານ​ເອກ​ສາມສິບ​ຄົນ. ລາວ​ໃຊ້​ຫອກ​ເປັນ​ອາວຸດ​ສູ້ຮົບ​ສັດຕູ​ສາມຮ້ອຍ​ຄົນ ແລະ​ຂ້າ​ໄດ້​ທັງໝົດ. ສະນັ້ນ ລາວ​ຈຶ່ງ​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ຈຳນວນ ທະຫານ​ເອກ​ສາມສິບ​ຄົນ.


ອາບີໄຊ ລູກຊາຍ​ນາງ​ເຊຣູອີຢາ​ໄດ້​ເອົາ​ຊະນະ​ຊາວ​ເອໂດມ​ຢູ່​ໃນ​ຮ່ອມພູ​ເກືອ ໂດຍ​ໄດ້​ຂ້າ​ສັດຕູ ສິບແປດພັນ​ຄົນ.


ຕໍ່ມາ ນາຮາດ​ກະສັດ​ແຫ່ງ​ອຳໂມນ​ໄດ້​ຕາຍໄປ ແລະ​ຮານູນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka