9 ແລ້ວເພິ່ນກໍບອກຂ້ານ້ອຍວ່າ, ‘ຂ້ອຍໄດ້ຮັບບາດເຈັບສາຫັດ ໃກ້ຈະສິ້ນໃຈຕາຍຢູ່ແລ້ວ ເຈົ້າຈົ່ງຂ້າຂ້ອຍເສຍ.’
ດັ່ງນັ້ນ ຂ້ານ້ອຍຈຶ່ງຂຶ້ນໄປຂ້າເພິ່ນ ເພາະຮູ້ແລ້ວວ່າຖ້າເພິ່ນລົ້ມລົງເມື່ອໃດ ເພິ່ນກໍຕ້ອງສິ້ນໃຈຕາຍເມື່ອນັ້ນໂລດ. ຕໍ່ມາ ຂ້ານ້ອຍຈຶ່ງຖອດເອົາມົງກຸດອອກຈາກຫົວຂອງເພິ່ນ ແລະແກ້ເອົາສາຍແຂນຂອງເພິ່ນ ຊຶ່ງຂ້ານ້ອຍໄດ້ນຳມາໃຫ້ທ່ານເບິ່ງນີ້ແຫຼະ.”
ເພິ່ນຖາມຂ້ານ້ອຍວ່າ, ‘ເຈົ້າແມ່ນໃຜ?’ ຂ້ານ້ອຍຕອບພິ່ນວ່າ, ‘ຂ້ານ້ອຍເປັນຊາວອາມາເຫຼັກ.’
ເພິ່ນກ່າວແກ່ຊາຍໜຸ່ມຜູ້ທີ່ຖືອາວຸດຂອງເພິ່ນວ່າ, “ຊັກດາບອອກມາຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າຈະບໍ່ໄດ້ສົມນໍ້າໜ້າຂ້ອຍ.” ແຕ່ຊາຍໜຸ່ມຜູ້ນັ້ນຢ້ານຫລາຍຈຶ່ງບໍ່ກ້າຂ້າເພິ່ນ. ດັ່ງນັ້ນ ກະສັດໂຊນຈຶ່ງຊັກດາບອອກມາແລະຂ້າຕົນເອງເສຍ.
ໃນໄລຍະຫ້າເດືອນນັ້ນ ຄົນທັງຫລາຍຈະຊອກຫາຄວາມຕາຍ, ແຕ່ຈະບໍ່ພົບຈັກເທື່ອ. ພວກເຂົາຢາກຈະຕາຍ, ແຕ່ຄວາມຕາຍຈະປົບໜີໄປຈາກພວກເຂົາ.
ແລ້ວໃນທັນໃດນັ້ນ ເພິ່ນຈຶ່ງເອີ້ນຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ຕົນມາ ແລະສັ່ງວ່າ, “ຈົ່ງຖອດດາບຂອງເຈົ້າອອກມາຂ້າຂ້ອຍສາ ເພື່ອຄົນຈະບໍ່ໄດ້ຮູ້ວ່າຂ້ອຍຕາຍຍ້ອນແມ່ຍິງ.” ດັ່ງນັ້ນ ຊາຍໜຸ່ມຄົນນັ້ນຈຶ່ງແທງເພິ່ນຈົນສິ້ນໃຈຕາຍ.
ເພິ່ນເອີ້ນບອກຊາຍໜຸ່ມຜູ້ທີ່ຖືອາວຸດໃຫ້ເພິ່ນວ່າ, “ຈົ່ງຖອດດາບຂອງເຈົ້າອອກຂ້າຂ້ອຍສາ ເພື່ອພວກຟີລິດສະຕິນຄົນທີ່ບໍ່ໄດ້ຮັບພິທີຕັດ ຈະບໍ່ໄດ້ດູຖູກຂ້ອຍແລະຂ້າຂ້ອຍ.” ແຕ່ຊາຍໜຸ່ມຄົນນັ້ນຢ້ານໂພດຈຶ່ງບໍ່ກ້າຂ້າ. ສະນັ້ນ ກະສັດໂຊນຈຶ່ງຖອດດາບຂອງຕົນອອກມາແລະຂ້າຕົນເອງເສຍ.