8 ເພິ່ນຖາມຂ້ານ້ອຍວ່າ, ‘ເຈົ້າແມ່ນໃຜ?’ ຂ້ານ້ອຍຕອບພິ່ນວ່າ, ‘ຂ້ານ້ອຍເປັນຊາວອາມາເຫຼັກ.’
ແລ້ວພວກເຂົາກໍໄດ້ເຄື່ອນທັບມາເຖິງເມືອງກາເດັດ. (ເມືອງນີ້ມີຊື່ອີກວ່າເອນມິດສະປັດ.) ພວກເຂົາໄດ້ເອົາຊະນະທຸກເມືອງຂອງຊາວອາມາເຫຼັກ ຕະຫລອດທັງຊາວອາໂມ ທີ່ອາໄສຢູ່ໃນເມືອງຮາຊາໂຊນຕາມາ.
ດາວິດຖາມຊາຍໜຸ່ມທີ່ນຳຂ່າວມາບອກເພິ່ນນັ້ນວ່າ, “ເຈົ້າມາຈາກໃສ?” ລາວຕອບວ່າ, “ຂ້ານ້ອຍເປັນຄົນຕ່າງດ້າວ ເປັນຊາວອາມາເຫຼັກທີ່ອາໄສຢູ່ໃນປະເທດຂອງທ່ານ.”
ເພິ່ນຫລຽວໄປມາເລີຍເຫັນຂ້ານ້ອຍ ຈຶ່ງເອີ້ນໃສ່ຂ້ານ້ອຍ ຂ້ານ້ອຍໄດ້ຕອບເພິ່ນວ່າ, ‘ໂດຍ ທ່ານເອີຍ.’
ແລ້ວເພິ່ນກໍບອກຂ້ານ້ອຍວ່າ, ‘ຂ້ອຍໄດ້ຮັບບາດເຈັບສາຫັດ ໃກ້ຈະສິ້ນໃຈຕາຍຢູ່ແລ້ວ ເຈົ້າຈົ່ງຂ້າຂ້ອຍເສຍ.’
ຕໍ່ມາ ໃນນິມິດນັ້ນບາລາອາມກໍເຫັນຊາວອາມາເຫຼັກ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ອາມາເຫຼັກແມ່ນຊົນຊາດ ທີ່ມີອຳນາດກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.”
ຈົ່ງໄປໂຈມຕີຊາວອາມາເຫຼັກ ແລະທຳລາຍທຸກຢ່າງທີ່ພວກເຂົາມີຢູ່ນັ້ນໃຫ້ໝົດ. ຢ່າໃຫ້ສິ່ງໃດສິ່ງໜຶ່ງເຫຼືອຢູ່ເລີຍ. ຈົ່ງຂ້າຜູ້ຊາຍຜູ້ຍິງ, ແອນ້ອຍທີ່ຫາກໍເກີດໃໝ່ກັບເດັກນ້ອຍທຸກຄົນຖິ້ມ ຕະຫລອດທັງຝູງງົວ, ຝູງແກະ, ຝູງອູດ ແລະຝູງລໍດ້ວຍ.”’
ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ.
ສອງມື້ຕໍ່ມາ ດາວິດພ້ອມກັບຄົນທັງຫລາຍຂອງຕົນກໍໄດ້ກັບຄືນມາຮອດເມືອງຊິກລັກ. ພວກອາມາເຫຼັກໄດ້ມາຫລອນປຸ້ນທາງພາກໃຕ້ຂອງຢູດາຍ ແລະໂຈມຕີເມືອງຊິກລັກ. ພວກເຂົາໄດ້ຈູດເມືອງຖິ້ມ
ດາວິດຖາມລາວວ່າ, “ເຈົ້າມາແຕ່ໃສ ນາຍຂອງເຈົ້າແມ່ນຜູ້ໃດ?” ລາວຕອບວ່າ, “ຂ້ານ້ອຍເປັນຄົນເອຢິບ ທາດຮັບໃຊ້ຂອງຊາວອາມາເຫຼັກ ນາຍຂອງຂ້ານ້ອຍປະຂ້ານ້ອຍໄວ້ສາມວັນແລ້ວເພາະຂ້ານ້ອຍໄຂ້.
ໃນມື້ຕໍ່ມາພໍຮຸ່ງເຊົ້າ ດາວິດກໍໂຈມຕີພວກເຂົາແລະຕໍ່ສູ້ກັນຈົນເຖິງຄໍ່າ. ມີແຕ່ຊາຍໜຸ່ມໃນພວກປຸ້ນສີ່ຮ້ອຍຄົນເທົ່ານັ້ນ ທີ່ຂີ່ອູດປົບໜີໄປໄດ້. ນອກນັ້ນຖືກຂ້າຖິ້ມໝົດ.