Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 1:6 - ພຣະຄຳພີສັກສິ

6 ລາວ​ຕອບ​ວ່າ, “ບັງເອີນ​ຂ້ານ້ອຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ ແລະ​ຂ້ານ້ອຍ​ໄດ້​ເຫັນ​ກະສັດ​ໂຊນ​ຢືນ​ຄໍ້າ​ຫອກ​ຂອງຕົນ​ຢູ່ ແລະ​ລົດຮົບ​ກັບ​ທະຫານ​ມ້າ​ຂອງ​ສັດຕູ​ກໍ​ແລ່ນ​ເຂົ້າ​ມາ​ໃກ້​ຕົວ​ເພິ່ນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 1:6
9 Jak'a apnaqawi uñst'ayäwi  

ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.


ດາວິດ​ຖາມ​ລາວ​ວ່າ, “ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າ​ກະສັດ​ໂຊນ​ກັບ​ໂຢນາທານ​ຕາຍ​ແລ້ວ?”


ເພິ່ນ​ຫລຽວ​ໄປມາ​ເລີຍ​ເຫັນ​ຂ້ານ້ອຍ ຈຶ່ງ​ເອີ້ນ​ໃສ່​ຂ້ານ້ອຍ ຂ້ານ້ອຍ​ໄດ້​ຕອບ​ເພິ່ນ​ວ່າ, ‘ໂດຍ ທ່ານເອີຍ.’


ຍັງ​ມີ​ປະໂຣຫິດ​ຄົນ​ໜຶ່ງ ໄດ້​ລົງ​ໄປ​ຕາມ​ທາງ​ນັ້ນ ເມື່ອ​ເຫັນ​ຄົນ​ນີ້​ແລ້ວ​ກໍ​ຍ່າງ​ເວັ້ນ​ກາຍ​ໄປ​ຟາກ​ອື່ນ.


ດັ່ງນັ້ນ ນາງຣຸດ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ ແລະ​ຍ່າງ​ຕາມ​ຫລັງ​ຂອງ​ພວກ​ທີ່​ກ່ຽວເຂົ້າ ເພື່ອ​ເກັບ​ເອົາ​ຮວງເຂົ້າ​ທີ່​ຕົກເຮ່ຍ. ຢູ່ໃນ​ນາ​ທີ່​ນາງຣຸດ​ເກັບ​ຮວງເຂົ້າ​ຢູ່​ນັ້ນ ເປັນ​ນາ​ຂອງ​ໂບອາດ​ຜູ້​ເປັນ​ພີ່ນ້ອງ​ຂອງ​ເອລີເມເຫຼັກ.


ພວກ​ຟີລິດສະຕິນ​ໄດ້​ເຕົ້າໂຮມ​ກຳລັງ​ກັນ ແລະ​ຕັ້ງ​ຄ້າຍ​ຢູ່​ໃກ້​ກັບ​ເມືອງ​ຊູເນມ. ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ເຕົ້າໂຮມ​ເອົາ​ຊາວ​ອິດສະຣາເອນ ໄປ​ຕັ້ງ​ຄ້າຍ​ຢູ່​ທີ່​ເທິງ​ພູ​ກິນໂບອາ.


ແລະ​ໃຫ້​ຊອມເບິ່ງ​ມັນ. ຖ້າ​ກວຽນ​ນີ້​ຕົງ​ໄປ​ທີ່​ເມືອງ​ເບັດເຊເມດ ກໍ​ໝາຍຄວາມວ່າ​ແມ່ນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ທີ່​ໄດ້​ສົ່ງ​ຄວາມ​ຈິບຫາຍ​ອັນ​ຮ້າຍແຮງ​ນີ້​ມາ​ສູ່​ພວກເຮົາ. ຖ້າ​ບໍ່​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ຮູ້​ໄດ້​ວ່າ​ບໍ່ແມ່ນ​ພຣະອົງ​ທີ່​ໄດ້​ສົ່ງ​ໂຣກ​ລະບາດ​ນີ້​ມາ, ແຕ່​ມັນ​ເປັນ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ແກ່​ພວກເຮົາ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka