5 ດາວິດຖາມລາວວ່າ, “ເຈົ້າຮູ້ໄດ້ຢ່າງໃດວ່າກະສັດໂຊນກັບໂຢນາທານຕາຍແລ້ວ?”
ດາວິດຖາມວ່າ, “ບອກຂ້ອຍມາວ່າມີຫຍັງເກີດຂຶ້ນ?” ຊາຍໜຸ່ມຕອບວ່າ, “ທະຫານຝ່າຍພວກເຮົາໄດ້ແລ່ນປົບໜີຈາກສະໜາມຮົບ. ແລະຄົນຝ່າຍພວກເຮົາໄດ້ຕາຍຢ່າງຫລວງຫລາຍ. ກະສັດໂຊນກັບໂຢນາທານລູກຊາຍຂອງເພິ່ນກໍຕາຍດ້ວຍ.”
ລາວຕອບວ່າ, “ບັງເອີນຂ້ານ້ອຍຢູ່ທີ່ເທິງພູກິນໂບອາ ແລະຂ້ານ້ອຍໄດ້ເຫັນກະສັດໂຊນຢືນຄໍ້າຫອກຂອງຕົນຢູ່ ແລະລົດຮົບກັບທະຫານມ້າຂອງສັດຕູກໍແລ່ນເຂົ້າມາໃກ້ຕົວເພິ່ນ.
ຄົນມີປັນຍາຄິດກ່ອນຈຶ່ງກ້າວອອກໄປ, ແຕ່ຄົນໂງ່ຈ້າເຊື່ອທຸກສິ່ງທີ່ຕົນໄດ້ຍິນ.
ຄວາມຍິ່ງໃຫຍ່ຂອງພຣະເຈົ້າຄືການເຊື່ອງສິ່ງຕ່າງໆ, ແຕ່ກຽດສັກສີຂອງກະສັດຄືເພິ່ນຄົ້ນສິ່ງຕ່າງໆໃຫ້ປາກົດ.