3 ດາວິດຈຶ່ງຖາມວ່າ, “ເຈົ້າມາແຕ່ໃສ?” ລາວຕອບວ່າ, “ຂ້ານ້ອຍໜີມາແຕ່ຄ້າຍຂອງພວກອິດສະຣາເອນ.”
ໃນວັນທີສາມ ມີຊາຍໜຸ່ມຜູ້ໜຶ່ງມາຈາກຄ້າຍຂອງກະສັດໂຊນ. ລາວຈີກເຄື່ອງນຸ່ງຂອງຕົນ ແລະເອົາຂີ້ຝຸ່ນດິນໂຮຍຫົວເພື່ອສະແດງຄວາມໂສກເສົ້າ ລາວເຂົ້າໄປຫາດາວິດ ແລະຂາບລົງດ້ວຍຄວາມນັບຖື.
ດາວິດຖາມວ່າ, “ບອກຂ້ອຍມາວ່າມີຫຍັງເກີດຂຶ້ນ?” ຊາຍໜຸ່ມຕອບວ່າ, “ທະຫານຝ່າຍພວກເຮົາໄດ້ແລ່ນປົບໜີຈາກສະໜາມຮົບ. ແລະຄົນຝ່າຍພວກເຮົາໄດ້ຕາຍຢ່າງຫລວງຫລາຍ. ກະສັດໂຊນກັບໂຢນາທານລູກຊາຍຂອງເພິ່ນກໍຕາຍດ້ວຍ.”
ເມື່ອເກຮາຊິກັບເຂົ້າມາໃນເຮືອນແລະຢືນຢູ່ຕໍ່ໜ້ານາຍຂອງຕົນ ເອລີຊາຈຶ່ງຖາມລາວວ່າ, “ເຈົ້າມາແຕ່ໃສ?” ລາວຕອບວ່າ, “ໂອ ບໍ່ໄດ້ໄປໃສມາດອກ ທ່ານເອີຍ.”
ດາວິດຖາມລາວວ່າ, “ເຈົ້າມາແຕ່ໃສ ນາຍຂອງເຈົ້າແມ່ນຜູ້ໃດ?” ລາວຕອບວ່າ, “ຂ້ານ້ອຍເປັນຄົນເອຢິບ ທາດຮັບໃຊ້ຂອງຊາວອາມາເຫຼັກ ນາຍຂອງຂ້ານ້ອຍປະຂ້ານ້ອຍໄວ້ສາມວັນແລ້ວເພາະຂ້ານ້ອຍໄຂ້.