Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 1:21 - ພຣະຄຳພີສັກສິ

21 ຂໍ​ຢ່າ​ໃຫ້​ຝົນ​ຫລື​ໝອກ​ຕົກ​ໃສ່​ພູ​ກິນໂບອາ ຂໍ​ໃຫ້​ທົ່ງໄຮ່​ທົ່ງນາ​ແຫ້ງແລ້ງ​ຢູ່​ເລື້ອຍໆ​ເຖີດ ເພາະ​ໂລ້​ຂອງ​ຜູ້​ເກັ່ງກ້າ ວາງ​ໄວ້​ທີ່​ນັ້ນ​ຢ່າງ​ອັບອາຍ; ໂລ້​ຂອງ​ໂຊນ​ບໍ່ໄດ້​ຖືກ​ຜັດຖູ​ດ້ວຍ​ນໍ້າມັນ​ອີກ​ແລ້ວ.

Uka jalj uñjjattʼäta Copia luraña




2 ຊາມູເອນ 1:21
14 Jak'a apnaqawi uñst'ayäwi  

ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ທີ່​ເທິງ​ພູເຂົາ​ກິນໂບອາ. ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ​ໃນ​ທີ່ນັ້ນ ແລະ​ສ່ວນ​ທີ່​ເຫຼືອ​ຢູ່​ກັບ​ກະສັດ​ໂຊນ​ເອງ ພ້ອມ​ດ້ວຍ​ລູກຊາຍ​ຂອງ​ເພິ່ນ​ຕ່າງ​ກໍໄດ້​ປົບໜີໄປ.


ມື້​ຕໍ່ມາ ຫລັງຈາກ​ເຊົາ​ສູ້ຮົບ​ແລ້ວ ພວກ​ຟີລິດສະຕິນ​ກໍ​ໄປ​ແກ້​ເອົາ​ເຄື່ອງ​ຈາກ​ຊາກສົບ ແລະ​ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ​ພ້ອມ​ທັງ​ຊາກສົບ​ຂອງ​ພວກ​ລູກຊາຍ ນອນດອຍ​ຢູ່​ທີ່​ເທິງ​ພູເຂົາ​ກິນໂບອາ.


ສ່ວນ​ຄໍ​ນ້ອງ​ນັ້ນ ກໍ​ເປັນ​ດັ່ງ​ຫໍຄອຍ​ດາວິດ​ໃດ ທັງກົມ​ທັງກ້ຽງໃສ ມີ​ສ້ອຍ​ຮູບ​ໂລ້​ຄຳ​ພັນ​ອັນ​ຄ້ອງ​ໄວ້.


ໃນ​ນິມິດ​ນັ້ນ​ງານກິນລ້ຽງ​ກໍ​ຕຽມພ້ອມ​ແລ້ວ ພວກເຂົາ​ພື​ພົມ​ອອກ​ສຳລັບ​ໃຫ້​ແຂກ​ນັ່ງ. ພວກເຂົາ​ກຳລັງ​ກິນ​ແລະ​ດື່ມ. ແຕ່​ໃນ​ທັນໃດນັ້ນ ກໍ​ມີ​ຄຳສັ່ງ​ດັງ​ກ້ອງ​ຂຶ້ນ​ວ່າ, “ນາຍ​ທະຫານ​ທັງຫລາຍ ຕຽມ​ໂລ້​ໄວ້​ໃຫ້​ພ້ອມ.”


ຂ້ອຍ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດຂຶ້ນ​ເຕັມ​ໄປ​ທົ່ວ. ຂ້ອຍ​ຈະ​ບໍ່​ຕັດ​ແໜງ​ຫລື​ພວນດິນ; ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ໜາມ​ປົ່ງ​ຂຶ້ນ​ຫຸ້ມຫໍ່. ຂ້ອຍ​ຈະ​ບໍ່​ໃຫ້​ແມ່ນແຕ່​ຝົນ​ຕົກລົງ​ມາ​ຮຳ​ສວນ​ນັ້ນ​ເລີຍ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, ໃນ​ມື້​ທີ່​ຕົ້ນໄມ້​ນັ້ນ​ໄດ້​ລົງ​ໄປ​ສູ່​ແດນ​ມໍຣະນາ ເຮົາ​ຈະ​ເຮັດ​ໃຫ້​ລຳນໍ້າ​ຕ່າງໆ​ໃຕ້​ພື້ນດິນ ປົກຄຸມ​ມັນ​ເພື່ອ​ເປັນ​ການ​ໄວ້ທຸກ​ໃຫ້. ເຮົາ​ຈະ​ໃຫ້​ແມ່ນໍ້າ​ທັງຫລາຍ​ຢຸດ​ໄຫລ ແລະ​ລຳນໍ້າ​ຫລາຍ​ສາຍ​ກໍ​ຈະ​ບໍ່​ຫລັ່ງໄຫລ​ອອກ. ເພາະ​ຕົ້ນໄມ້​ນັ້ນ​ໄດ້​ຕາຍ​ສາ​ແລ້ວ; ສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ຄວາມມືດ​ມາ​ທີ່​ເທິງ​ພູເຂົາ​ຂອງ​ເລບານອນ ແລະ​ເຮັດ​ໃຫ້​ຕົ້ນໄມ້​ທັງໝົດ​ໃນ​ປ່າ​ຫ່ຽວແຫ້ງ​ໄປ.


ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຖວາຍ​ເລີຍ ປະໂຣຫິດ​ໄວ້ທຸກ ບໍ່ມີ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ອາດ​ປ່ຽນໃຈ ແລະ​ອວຍພອນ​ໃຫ້​ມີ​ພືດຜົນ​ຢ່າງ​ສົມບູນ​ກໍໄດ້. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຖວາຍບູຊາ​ແກ່​ພຣະອົງ ຄື​ຖວາຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ​ດ້ວຍ.


ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ສາບແຊ່ງ​ຄືກັນ ວ່າ, ‘ເມືອງ​ເມຣົດ​ຖືກ​ສາບແຊ່ງ​ເສຍ​ແລ້ວ ຊາວ​ເມືອງ​ນັ້ນ​ກໍ​ຖືກ​ສາບແຊ່ງ​ກັນ​ໝົດ ຄົນ​ທີ່​ມາ​ອາໄສ​ຢູ່​ນຳ​ກໍ​ຖືກ​ສາບແຊ່ງ​ດ້ວຍ. ເພາະ​ພວກເຂົາ​ບໍ່ໄດ້​ມາ​ຊ່ວຍ​ພຣະເຈົ້າຢາເວ​ໂຈມຕີ ຄື​ເປັນ​ທະຫານ​ທີ່​ດີ​ສູ້ຮົບ​ເພື່ອ​ພຣະເຈົ້າຢາເວ.’


ແລ້ວ​ຊາມູເອນ​ກໍ​ເອົາ​ເຕົ້າ​ນໍ້າມັນ​ໝາກກອກເທດ​ຖອກ​ໃສ່​ຫົວ​ໂຊນ ແລະ​ຈູບ​ລາວ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້ຫົດສົງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ເຈົ້າ​ຈະ​ປົກຄອງ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ ແລະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ສັດຕູ​ທັງປວງ​ຂອງ​ພວກເຂົາ. ຂໍ້​ພິສູດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເຈົ້າ ໃຫ້​ຂຶ້ນ​ເປັນ​ຜູ້​ປົກຄອງ​ປະຊາຊົນ​ຂອງ​ພຣະອົງ ແມ່ນ​ດັ່ງນີ້:


ພວກ​ຟີລິດສະຕິນ​ໄດ້​ເຮັດ​ເສິກ​ກັບ​ພວກ​ອິດສະຣາເອນ​ຢູ່​ທີ່​ເທິງ​ພູ​ກິນໂບອາ. ໃນ​ບ່ອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ຖືກ​ຂ້າ​ເປັນ​ຈຳນວນ​ຫລວງຫລາຍ. ສ່ວນ​ທີ່​ເຫຼືອ​ນັ້ນ​ກໍໄດ້​ປົບໜີໄປ ມີ​ທັງ​ກະສັດ​ໂຊນ​ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ດ້ວຍ.


ວັນ​ຕໍ່ມາ ຫລັງຈາກ​ການ​ສູ້ຮົບ​ຢຸດຕິລົງ​ແລ້ວ ພວກ​ຟີລິດສະຕິນ​ຈຶ່ງ​ໄປ​ຫາ​ປົດ​ເອົາ​ເຄື່ອງ​ຂອງ​ຄົນ​ທີ່​ຕາຍໄປ​ແລ້ວ. ພວກເຂົາ​ໄດ້​ພົບ​ຊາກສົບ​ຂອງ​ກະສັດ​ໂຊນ ພ້ອມ​ກັບ​ຊາກສົບ​ຂອງ​ລູກຊາຍ​ທັງ​ສາມ​ຂອງ​ເພິ່ນ​ທີ່​ເທິງ​ພູ​ກິນໂບອາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka