Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 1:20 - ພຣະຄຳພີສັກສິ

20 ຢ່າ​ບອກ​ເລື່ອງນີ້​ສູ່​ຊາວ​ເມືອງກາດ​ຟັງ ຫລື​ໃນ​ຫົນທາງ​ທີ່​ເມືອງ​ອາຊະເກໂລນ​ດ້ວຍ. ຢ່າ​ເຮັດ​ໃຫ້​ພວກຜູ້ຍິງ​ຟີລິດສະຕິນ​ດີໃຈ. ຢ່າ​ໃຫ້​ພວກ​ລູກສາວ​ຂອງ​ຄົນ​ທີ່​ບໍ່​ຮັບ​ພິທີຕັດ​ຊື່ນໃຈ​ຍ້ອນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 1:20
15 Jak'a apnaqawi uñst'ayäwi  

ບັດນີ້ ເຮົາ​ໄດ້​ຍົກ​ມື​ຂຶ້ນ​ເພື່ອ​ຈະ​ລົງໂທດ​ເຈົ້າ ແລະ​ນຳ​ຄວາມພອນ​ຂອງເຮົາ​ທີ່​ເປັນ​ສ່ວນແບ່ງ​ຂອງ​ເຈົ້າ​ນັ້ນ​ໜີໄປ. ເຮົາ​ໄດ້​ມອບ​ເຈົ້າ​ໃຫ້​ພວກ​ຟີລິດສະຕິນ​ຜູ້​ທີ່​ກຽດຊັງ​ເຈົ້າ ແລະ​ຜູ້​ທີ່​ເບື່ອໜ່າຍ​ການກະທຳ​ອັນ​ບໍ່ມີ​ສິນທຳ​ຂອງເຈົ້າ.


ເຈົ້າ​ບໍ່ໄດ້​ເວົ້າ​ເຍາະເຍີ້ຍ​ໃຫ້​ໂຊໂດມ​ບໍ? ບັດນີ້ ເຈົ້າ​ກໍ​ເປັນ​ດັ່ງ​ໂຊໂດມ​ນັ້ນ​ແຫຼະ ຄື​ໄດ້​ຮັບ​ການ​ເຍາະເຍີ້ຍ​ຈາກ​ຊາວ​ເອໂດມ, ຊາວ​ຟີລິດສະຕິນ ແລະ​ພວກ​ເພື່ອນບ້ານ​ອື່ນໆ​ທີ່​ກຽດຊັງ​ເຈົ້າ.


ຢ່າ​ບອກ​ເລື່ອງ​ການ​ພ່າຍແພ້​ຂອງ​ພວກເຮົາ​ໃຫ້​ຊາວ​ກາດ​ຜູ້​ເປັນ​ສັດຕູ​ຮູ້ ຢ່າ​ສູ່​ໃຫ້​ພວກເຂົາ​ເຫັນ​ພວກເຈົ້າ​ຮ້ອງໄຫ້. ຊາວ​ເມືອງ​ເບັດ-ເລອາຟະຣາ​ເອີຍ ຈົ່ງ​ກິ້ງເກືອກ​ຢູ່​ໃນ​ຂີ້ຝຸ່ນ​ດິນ ລະບາຍ​ຄວາມ​ສິ້ນຫວັງ​ຂອງ​ພວກເຈົ້າ​ສາ


ເມື່ອ​ເຢັບທາ​ກັບຄືນ​ມາ​ສູ່​ເຮືອນ​ຂອງຕົນ​ທີ່​ມີຊະປາ ລູກສາວ​ຂອງ​ລາວ​ກໍ​ອອກ​ມາ​ພົບ ພ້ອມ​ທັງ​ຟ້ອນ​ໄປມາ​ຕາມ​ຈັງຫວະ​ສຽງ​ກອງ. ນາງ​ເປັນ​ລູກສາວ​ຄົນ​ດຽວ​ຂອງ​ລາວ.


ໃນທັນໃດ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແຊມຊັນ​ມີ​ກຳລັງ​ວັງຊາ​ຂຶ້ນ; ດັ່ງນັ້ນ ລາວ​ຈຶ່ງ​ລົງ​ໄປ​ໃນ​ເມືອງ​ອາຊະເກໂລນ ຂ້າ​ຊາຍໜຸ່ມ​ສາມສິບ​ຄົນ ຢູ່​ໃນ​ທີ່ນັ້ນ ແລະ​ຢຶດ​ເສື້ອຜ້າ​ອັນ​ຈົບງາມ​ຂອງ​ພວກເຂົາ​ມາ​ແຈກ​ໃຫ້​ຜູ້​ທີ່​ຕອບ​ບັນຫາ​ໄດ້. ຫລັງຈາກ​ນັ້ນ ລາວ​ຈຶ່ງ​ກັບ​ເມືອ​ເຮືອນ​ພໍ່​ຂອງຕົນ ທັງ​ໃຈຮ້າຍ​ຕໍ່​ເຫດການ​ທີ່​ໄດ້​ເກີດຂຶ້ນ.


ໂຢນາທານ​ເວົ້າ​ກັບ​ຊາຍໜຸ່ມ​ທີ່​ມາ​ນຳ​ຕົນ​ນັ້ນ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ໄປ​ທີ່​ຄ້າຍ​ຂອງ​ຊາວ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ. ບາງທີ​ພຣະເຈົ້າຢາເວ​ຈະ​ຊ່ວຍເຫລືອ​ພວກເຮົາ​ກໍໄດ້. ຖ້າ​ພຣະອົງ​ຊ່ວຍເຫລືອ​ພວກເຮົາ ຈະ​ບໍ່ມີ​ສິ່ງໃດ​ກີດກັ້ນ​ບໍ່​ໃຫ້​ພຣະເຈົ້າຢາເວ​ມອບ​ໄຊຊະນະ​ແກ່​ພວກເຮົາ​ໄດ້​ດອກ ເຖິງ​ແມ່ນ​ວ່າ​ພວກເຮົາ​ມີ​ໜ້ອຍຄົນ​ກໍຕາມ.”


ດາວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້​ກັບ​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີລິດສະຕິນ​ຜູ້​ນີ້​ໄດ້ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ໝິ່ນປະໝາດ​ນີ້​ຈະ​ໄດ້​ຫຍັງ? ຄົນ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ ທີ່​ກຳລັງ​ເວົ້າ​ທ້າທາຍ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ນັ້ນ​ແມ່ນ​ຜູ້ໃດ?”


ຂ້ານ້ອຍ​ເຄີຍ​ຂ້າ​ສິງ​ແລະ​ໝີ​ມາ​ແລ້ວ ແລະ​ຂ້ານ້ອຍ​ຈະ​ເຮັດ​ກັບ​ຊາຍ​ຟີລິດສະຕິນ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ນີ້​ຢ່າງ​ດຽວກັນ ເພາະ​ມັນ​ໄດ້​ໝິ່ນປະໝາດ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.


ຫລັງຈາກ​ທີ່​ດາວິດ​ໄດ້​ຂ້າ​ໂກລີອາດ ແລະ​ຄືນ​ມາ​ພ້ອມ​ພວກ​ທະຫານ​ແລ້ວ, ບັນດາ​ຜູ້ຍິງ​ຈາກ​ຫລາຍ​ເມືອງ​ໃນ​ຊາດ​ອິດສະຣາເອນ​ກໍໄດ້​ເຂົ້າ​ມາ​ຫາ​ກະສັດ​ໂຊນ. ພວກເຂົາ​ໄດ້​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ທັງ​ຕີ​ກອງ, ດີດພິນ ແລະ​ຟ້ອນລຳ.


ເພິ່ນ​ເອີ້ນ​ບອກ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ເພິ່ນ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ຂ້າ​ຂ້ອຍ​ສາ ເພື່ອ​ພວກ​ຟີລິດສະຕິນ​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ ຈະ​ບໍ່ໄດ້​ດູຖູກ​ຂ້ອຍ​ແລະ​ຂ້າ​ຂ້ອຍ.” ແຕ່​ຊາຍໜຸ່ມ​ຄົນ​ນັ້ນ​ຢ້ານໂພດ​ຈຶ່ງ​ບໍ່ກ້າ​ຂ້າ. ສະນັ້ນ ກະສັດ​ໂຊນ​ຈຶ່ງ​ຖອດ​ດາບ​ຂອງຕົນ​ອອກ​ມາ​ແລະ​ຂ້າ​ຕົນເອງ​ເສຍ.


ຄຳ​ທີ່​ເປັນ​ຮູບ​ຕຸ່ມຝີ​ຫ້າ​ກ້ອນ​ຊຶ່ງ​ພວກ​ຟີລິດສະຕິນ​ໄດ້​ຈັດ​ສົ່ງ​ມາ ເປັນ​ຂອງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເພື່ອ​ຊົດໃຊ້​ບາບ​ນັ້ນ ແຕ່ລະ​ກ້ອນ​ແມ່ນ​ສຳລັບ​ແຕ່ລະ​ເມືອງ ດັ່ງນີ້: ອາຊະໂດດ, ກາຊາ, ອາຊະເກໂລນ, ກາດ ແລະ​ເອັກໂຣນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka