19 “ບັນດາຜູ້ນຳພວກເຮົານັ້ນ ໄດ້ຕາຍຢູ່ເທິງເນີນພູອິດສະຣາເອນ ຜູ້ເກັ່ງກ້າທີ່ສຸດໃນທະຫານຂອງພວກເຮົາ ໄດ້ລົ້ມຕາຍໄປເສຍແລ້ວ
ໂຊນກັບໂຢນາທານໜ້າຮັກແພງອີຫລີ ມີຊີວິດຢູ່ນຳກັນ ແລະຕາຍໄປນຳກັນດ້ວຍ; ທັງສອງວ່ອງໄວແທ້ໆດັ່ງນົກອີນຊີ ແຂງແຮງກວ່າໂຕສິງທັງຝູງພຸ້ນ.
ທະຫານທີ່ເກັ່ງກ້າໄດ້ລົ້ມຕາຍແລ້ວນໍ ຕ່າງກໍຖືກຂ້າຢູ່ໃນສະໜາມຮົບທັງນັ້ນ. ສ່ວນໂຢນາທານວິລະຊົນຜູ້ໜຶ່ງ ກໍລົ້ມຕາຍຢ່າງອົງອາດທີ່ເທິງເນີນພູຂອງເພິ່ນ.
ທະຫານທີ່ເກັ່ງກ້າໄດ້ລົ້ມຕາຍແລ້ວນໍ ອາວຸດສົງຄາມກໍໃຊ້ການບໍ່ໄດ້ອີກແລ້ວ.”
ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວຈະເຮັດໃຫ້ພືດພັນ ແລະຕົ້ນໄມ້ຢູ່ໃນດິນແດນໃຫຍ່ຂຶ້ນແລະສວຍງາມ. ປະຊາຊົນຊາວອິດສະຣາເອນທັງໝົດທີ່ຍັງມີຊີວິດເຫລືອຢູ່ ຈະຊື່ນຊົມຍິນດີໃນຜົນລະປູກທີ່ເກີດໃນດິນແດນ.
ມັນແມ່ນພຣະປະສົງທີ່ຜູ້ຮັບໃຊ້ຂອງພຣະອົງ ໃຫຍ່ຂຶ້ນດັ່ງໄມ້ພັນດີທັງຢັ່ງຮາກໃນດິນແຫ້ງແລ້ງ. ທ່ານບໍ່ມີທ່າທາງຜ່າເຜີຍ ແລະສະຫງ່າງາມໃດໆ ເພື່ອໃຫ້ພວກເຮົາສັງເກດເຫັນໃນຕົວທ່ານໄດ້. ໃນຕົວທ່ານນັ້ນບໍ່ມີຫຍັງພໍຈະດຶງດູດຈິດໃຈ ພໍຈະດູດດຶງພວກເຮົາເຂົ້າໄປຫາທ່ານໄດ້.
ເພາະອົງພຣະຜູ້ເປັນເຈົ້າໂກດຮ້າຍ ຈຶ່ງໃຫ້ຄວາມມືດຫຸ້ມຫໍ່ພູເຂົາຊີໂອນ ຄວາມງົດງາມດັ່ງສະຫວັນຂອງພູເຂົາຊີໂອນ ພຣະອົງໄດ້ປ່ຽນໃຫ້ເປັນບ່ອນຮົກຮ້າງ. ໃນວັນທີ່ພຣະອົງໂກດຮ້າຍຕໍ່ສູ້ນະຄອນເຢຣູຊາເລັມ ພຣະອົງປະຖິ້ມແມ່ນແຕ່ພຣະວິຫານໃນວັນນັ້ນ.
ບໍ່ມີສິ່ງໃດເຫລືອໄວ້ໃຫ້ອວດອ້າງໄດ້ເລີຍ ພວກຂ້ານ້ອຍເຄີຍສ້າງບາບ ຈຶ່ງນຳສະໜອງບັດນີ້.
ແລ້ວຂ້າພະເຈົ້າກໍຈັບເອົາໄມ້ທ່ອນໜຶ່ງທີ່ເອີ້ນວ່າ, “ພຣະຄຸນ” ນັ້ນມາຫັກຖິ້ມເພື່ອຍົກເລີກພັນທະສັນຍາທີ່ອົງພຣະຜູ້ເປັນເຈົ້າໄດ້ເຮັດໄວ້ກັບບັນດາຊົນຊາດ.
ຜູ້ຊື້ກັບຜູ້ຂາຍແກະເຫຼົ່ານັ້ນ ໄດ້ຈ້າງຂ້າພະເຈົ້າໃຫ້ເປັນຄົນລ້ຽງແກະ ຊຶ່ງກຳລັງຈະຖືກນຳໄປຂ້າ. ຂ້າພະເຈົ້າໄດ້ຈັບເອົາໄມ້ສອງທ່ອນ: ທ່ອນໜຶ່ງເອີ້ນວ່າ, “ພຣະຄຸນ” ແລະທ່ອນໜຶ່ງອີກເອີ້ນວ່າ, “ນໍ້າໜຶ່ງໃຈດຽວ.” ແລະຂ້າພະເຈົ້າໄດ້ເປັນຜູ້ເບິ່ງແຍງຝູງແກະ.
ວັນຕໍ່ມາ ຫລັງຈາກການສູ້ຮົບຢຸດຕິລົງແລ້ວ ພວກຟີລິດສະຕິນຈຶ່ງໄປຫາປົດເອົາເຄື່ອງຂອງຄົນທີ່ຕາຍໄປແລ້ວ. ພວກເຂົາໄດ້ພົບຊາກສົບຂອງກະສັດໂຊນ ພ້ອມກັບຊາກສົບຂອງລູກຊາຍທັງສາມຂອງເພິ່ນທີ່ເທິງພູກິນໂບອາ.