17 ແລ້ວດາວິດກໍຮ້ອງເພງໄວ້ອາໄລໃຫ້ກະສັດໂຊນ ແລະໂຢນາທານ ລູກຊາຍຂອງກະສັດໂຊນ
ເມື່ອຊາວການາອານເຫັນການໄວ້ທຸກທີ່ອາຕາດ ພວກເຂົາຈຶ່ງເວົ້າວ່າ, “ແມ່ນພິທີໄວ້ທຸກຢ່າງພິລຶກຂອງຊາວເອຢິບ.” ສະນັ້ນ ພວກເຂົາຈຶ່ງໄດ້ໃສ່ຊື່ບ່ອນນັ້ນວ່າ ອາເບັນມິຊະຣາອິມ ຊຶ່ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ.
“ບັນດາຜູ້ນຳພວກເຮົານັ້ນ ໄດ້ຕາຍຢູ່ເທິງເນີນພູອິດສະຣາເອນ ຜູ້ເກັ່ງກ້າທີ່ສຸດໃນທະຫານຂອງພວກເຮົາ ໄດ້ລົ້ມຕາຍໄປເສຍແລ້ວ
ກະສັດດາວິດໄດ້ຮ້ອງເພງໄວ້ອາໄລໃຫ້ອັບເນດັ່ງນີ້: “ເປັນຫຍັງອັບເນຈຶ່ງຕາຍດັ່ງຄົນໂງ່ຈ້ານໍ? ມືລາວບໍ່ໄດ້ຖືກມັດແຕ່ປະການໃດທັງສິ້ນ ແລະຕີນລາວນັ້ນກໍບໍ່ໄດ້ຖືກລ່າມໂສ້ໃສ່; ລາວຕາຍຖິ້ມລ້າໆດ້ວຍສີມືຄາດຕະກອນ.” ແລະປະຊາຊົນທັງຫລາຍຕ່າງກໍຮ້ອງໄຫ້ຫາອັບເນອີກ.
ຜູ້ທຳນວາຍເຢເຣມີຢາໄດ້ປະພັນບົດເພງໄວ້ອາໄລອາວອນສຳລັບກະສັດໂຢສີຢາ. ຕໍ່ມາ ໄດ້ກາຍເປັນປະເພນີໃນປະເທດອິດສະຣາເອນ ທີ່ທັງຊາຍແລະຍິງຈະໃຊ້ເພງນີ້ ເມື່ອພວກຕົນໄວ້ທຸກໃຫ້ແກ່ເພິ່ນ. ເພງນີ້ມີຢູ່ໃນຊຸດຂອງເພງອາໄລອາວອນ.
ຂ້ານ້ອຍເຮັດຕໍ່ພວກເຂົາ ເໝືອນກັບວ່າພວກເຂົາເປັນໝູ່ຫລືພີ່ນ້ອງຂອງຕົນ ກົ້ມຂາບລົງທົນທຸກ ເໝືອນດັ່ງໄວ້ອາໄລໃຫ້ແມ່ຜູ້ບັງເກີດເກົ້າ.
ຄຳຕັກເຕືອນອັນໜັກແໜ້ນນີ້ຈະກາຍເປັນເພງອາໄລອາວອນ. ພວກຜູ້ຍິງຂອງຊົນຊາດທັງຫລາຍຕ່າງກໍຈະຮ້ອງເພງນີ້ ໄວ້ທຸກໃຫ້ແກ່ປະເທດເອຢິບແລະປະຊາຊົນທັງໝົດໃນປະເທດ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”