Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 1:16 - ພຣະຄຳພີສັກສິ

16 ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 1:16
24 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂຶ້ນ​ໄປ​ຂ້າ​ເພິ່ນ ເພາະ​ຮູ້​ແລ້ວ​ວ່າ​ຖ້າ​ເພິ່ນ​ລົ້ມລົງ​ເມື່ອໃດ ເພິ່ນ​ກໍ​ຕ້ອງ​ສິ້ນໃຈ​ຕາຍ​ເມື່ອນັ້ນ​ໂລດ. ຕໍ່ມາ ຂ້ານ້ອຍ​ຈຶ່ງ​ຖອດ​ເອົາ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ເພິ່ນ ແລະ​ແກ້​ເອົາ​ສາຍ​ແຂນ​ຂອງ​ເພິ່ນ ຊຶ່ງ​ຂ້ານ້ອຍ​ໄດ້​ນຳ​ມາ​ໃຫ້​ທ່ານ​ເບິ່ງ​ນີ້​ແຫຼະ.”


ເຈົ້າ​ໄດ້​ຢຶດ​ອານາຈັກ​ຂອງ​ກະສັດ​ໂຊນ ແລະ​ບັດນີ້​ພຣະເຈົ້າຢາເວ​ໄດ້​ລົງໂທດ​ເຈົ້າ​ຄືນ ເພາະ​ເຈົ້າ​ໄດ້​ຂ້າ​ຫລາຍ​ຄົນ​ໃນ​ຄອບຄົວ​ຂອງ​ເພິ່ນ. ພຣະເຈົ້າຢາເວ​ໄດ້​ຍົກ​ອານາຈັກ​ໃຫ້​ອັບຊາໂລມ​ລູກຊາຍ​ຂອງ​ເຈົ້າ; ສ່ວນ​ຜູ້​ຮ້າຍ​ຂ້າ​ຄົນ​ດັ່ງ​ເຈົ້າ​ກໍໄດ້​ແຕ່​ຈິບຫາຍ​ເທົ່ານັ້ນ.”


ຖ້າ​ເຈົ້າ​ໜີ​ອອກ​ໄປ​ກາຍ​ຫ້ວຍ​ກິດໂຣນ ເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່ ແລະ​ເຈົ້າ​ກໍ​ຈະ​ເປັນ​ຜູ້​ຮັບ​ຜິດ​ເອງ.”


ບໍ່​ຈຳເປັນ​ສຳລັບ​ຂ້ອຍ ທີ່​ຈະ​ເວົ້າ​ປະນາມ​ຜູ້ໃດ; ຄຳ​ທີ່​ເຈົ້າ​ເວົ້າ​ອອກ​ມາ ກໍ​ປະນາມ​ເຈົ້າເອງ​ແລ້ວ.


ເຈົ້າ​ຖືກ​ຈັບ​ຍ້ອນ​ຖ້ອຍຄຳ​ຈາກ​ສົບ​ຂອງເຈົ້າ ຫລື​ຖືກ​ບ້ວງແຮ້ວ​ຍ້ອນ​ຄຳສັນຍາ​ຈາກ​ປາກ​ຂອງ​ເຈົ້າເອງ​ບໍ?


ແລະ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ຄິດ​ດອກເບ້ຍ. ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ລາວ​ຈະ​ບໍ່ມີ​ຊີວິດ​ຢູ່. ລາວ​ເຮັດ​ແຕ່​ສິ່ງ​ທີ່​ໜ້າກຽດຊັງ; ສະນັ້ນ ລາວ​ຈະ​ຕ້ອງ​ຕາຍ. ລາວ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການຕາຍ​ເອົາ​ເອງ.


ຄວາມຜິດ​ເປັນ​ຂອງ​ຜູ້​ທີ່​ຕາຍ​ນັ້ນ​ເອງ ເພາະ​ລາວ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ສຽງ​ປຸກ​ເຕືອນ. ຖ້າ​ເອົາໃຈໃສ່​ລາວ​ກໍ​ຈະ​ປົບໜີໄປ​ໄດ້.


ຖ້າ​ຍິງ​ຜູ້ໃດ​ພະຍາຍາມ​ສົມສູ່​ທາງ​ເພດ​ກັບ​ສັດ ຍິງ​ຜູ້ນັ້ນ​ກັບ​ສັດ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ເໝືອນກັນ. ເຂົາ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.


“ຊາຍ​ຫລື​ຍິງ​ຄົນ​ໃດ​ທີ່​ປຸກ​ວິນຍານ​ຂອງ​ຄົນ​ຕາຍ​ຂຶ້ນ​ມາ​ປຶກສາ ກໍ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ​ໃຫ້​ເຖິງ​ຕາຍ; ຄົນ​ໃດ​ທີ່​ເຮັດ​ສິ່ງ​ນັ້ນ ແມ່ນ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ຕົນເອງ.”


ຜູ້ໃດ​ຜູ້ໜຶ່ງ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ; ລາວ​ຮັບຜິດຊອບ​ລາວ​ເອງ​ຕໍ່​ການ​ຕາຍ​ຂອງ​ລາວ​ນັ້ນ.


ປະຊາຊົນ​ທັງໝົດ​ຕອບ​ວ່າ, “ໃຫ້​ໂທດ​ເລື່ອງ​ຄວາມ​ຕາຍ​ຂອງ​ລາວ ຕົກ​ຖືກ​ພວກເຮົາ ແລະ​ລູກຫລານ​ຂອງ​ພວກເຮົາ.”


ເພິ່ນ​ຕອບ​ລາວ​ວ່າ, ‘ອ້າຍ​ຄົນ​ຮັບໃຊ້​ທີ່​ຊົ່ວຊ້າ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ​ດ້ວຍ​ຄຳ​ເວົ້າ​ຂອງ​ເຈົ້າ​ເອງ ເມື່ອ​ເຈົ້າ​ຮູ້​ວ່າ, ເຮົາ​ເປັນ​ຄົນ​ເຂັ້ມງວດ ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ຝາກ​ໄວ້ ແລະ​ເກັບກ່ຽວ​ເອົາ​ສິ່ງ​ທີ່​ເຮົາ​ບໍ່ໄດ້​ປູກ.


ແຕ່​ເມື່ອ​ພວກ​ເຫຼົ່ານັ້ນ​ຂັດຂວາງ ແລະ​ກ່າວ​ຄຳ​ຫຍາບຊ້າ ໂປໂລ​ຈຶ່ງ​ສັ່ນ​ເສື້ອຜ້າ​ຕໍ່ສູ້​ພວກເຂົາ ແລ້ວ​ເວົ້າ​ວ່າ, “ຂໍ​ໃຫ້​ໂທດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ ຝ່າຍ​ເຮົາ, ເຮົາ​ບໍ່ມີ​ໂທດ ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ໄປ​ຫາ​ພວກ​ຕ່າງຊາດ.”


ດ້ວຍເຫດນັ້ນ ໃນວັນນີ້ ຂ້າພະເຈົ້າ​ຈຶ່ງ​ກ່າວ​ເລື່ອງ​ນີ້​ແກ່​ພວກທ່ານ​ຢ່າງ​ໜັກແໜ້ນ​ວ່າ ຂ້າພະເຈົ້າ​ບໍ່ມີ​ໂທດ​ໃນ​ຊາຕາກຳ​ຂອງ​ພວກທ່ານ​ທຸກຄົນ.


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


ຈົ່ງ​ປະຕິບັດ​ສິ່ງ​ນີ້​ເພື່ອ​ວ່າ​ຄົນ​ບໍຣິສຸດ​ຈະ​ບໍ່ໄດ້​ຖືກ​ຂ້າ ແລະ​ເພື່ອ​ພວກເຈົ້າ​ຈະ​ບໍ່ມີ​ໂທດ​ຖານ​ຂ້າ​ຄົນ ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ພວກເຈົ້າ.


ຖ້າ​ຜູ້ໃດ​ອອກ​ຈາກ​ເຮືອນ​ໄປ ລາວ​ຈະ​ຕ້ອງ​ຕາຍ​ເພາະ​ຄວາມຜິດ​ຂອງຕົນເອງ ພວກຂ້ອຍ​ຈະ​ບໍ່​ຮັບຜິດຊອບ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນ​ເຮືອນ​ນຳ​ເຈົ້າ​ຖືກ​ທຳຮ້າຍ ແລ້ວ​ພວກຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮັບຜິດຊອບ.


ເຫດການ​ເຊັ່ນນີ້​ໄດ້​ເກີດຂຶ້ນ ເພື່ອ​ວ່າ​ອາບີເມເຫຼັກ​ຕະຫລອດ​ທັງ​ຊາວ​ຊີເຄມ ຜູ້​ທີ່​ໄດ້​ສະໜັບ​ສະໜູນ​ລາວ​ນັ້ນ​ຈະ​ໄດ້​ໃຊ້​ໜີ້ກຳ​ຂອງ​ພວກເຂົາ ໃນ​ເລື່ອງ​ການ​ຂ້າ​ລູກຊາຍ​ເຈັດສິບ​ຄົນ ຂອງ​ກີເດໂອນ.


ເມື່ອ​ດາວິດ​ຮັບ​ຂ່າວ​ວ່າ​ນາບານ​ໄດ້​ຕາຍໄປ​ແລ້ວ ເພິ່ນ​ຈຶ່ງ​ກ່າວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ພຣະອົງ​ໄດ້​ແກ້ແຄ້ນ​ນາບານ​ເພາະ​ລາວ​ໝິ່ນປະໝາດ​ຂ້ານ້ອຍ ແລະ​ພຣະອົງ​ຮັກສາ​ຂ້ານ້ອຍ​ຜູ້​ທີ່​ເປັນ​ຄົນ​ຮັບໃຊ້​ຂອງ​ພຣະອົງ​ບໍ່​ໃຫ້​ເຮັດ​ຜິດ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ນາບານ​ຍ້ອນ​ຄວາມ​ຊົ່ວຊ້າ​ທີ່​ລາວ​ໄດ້​ເຮັດ.” ແລ້ວ​ດາວິດ​ກໍ​ສົ່ງ​ຄົນ​ໄປ​ສູ່​ຂໍ​ເອົາ​ນາງ​ອາບີກາຍ​ມາ​ເປັນ​ເມຍ​ຂອງຕົນ.


ແຕ່​ດາວິດ​ໄດ້ກ່າວ​ຕໍ່​ອາບີໄຊ​ວ່າ, “ເຈົ້າ​ບໍ່ຄວນ​ທຳຮ້າຍ​ເພິ່ນ​ເລີຍ ເພາະ​ຜູ້ໃດ​ທີ່​ຢຽດມື​ອອກ​ຕໍ່ສູ້​ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ຊົງ​ຫົດສົງ​ໄວ້ ພຣະອົງ​ຈະ​ລົງ​ໂທດ​ຜູ້​ນັ້ນ​ຢ່າງ​ແນ່ນອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka