Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 1:11 - ພຣະຄຳພີສັກສິ

11 ດາວິດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທຸກຄົນ​ກໍ​ເຮັດ​ຄືກັນ.

Uka jalj uñjjattʼäta Copia luraña




2 ຊາມູເອນ 1:11
15 Jak'a apnaqawi uñst'ayäwi  

ເມື່ອ​ຣູເບັນ​ກັບ​ໄປ​ເບິ່ງ​ທີ່​ນໍ້າສ້າງ ແລະ​ບໍ່​ພົບ​ໂຢເຊັບ​ຢູ່​ທີ່​ນັ້ນ ລາວ​ຈຶ່ງ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມທຸກໃຈ​ຢ່າງ​ໜັກ.


ຢາໂຄບ​ຈີກ​ເສື້ອ​ຕົນເອງ​ໄວ້ທຸກ ແລະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ. ພວກເຂົາ​ເອົາ​ກະສອບ​ຂຶ້ນ​ຫລັງ​ລໍ​ຄືນ ແລະ​ກັບ​ຄືນ​ເມືອ​ໃນ​ເມືອງ.


ນາງ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ, ຈີກ​ເສື້ອຄຸມ​ຂອງຕົນ, ເອົາ​ມື​ອັດ​ໜ້າ ແລະ​ແລ່ນ​ໜີໄປ​ທັງ​ຮ້ອງໄຫ້.


ກະສັດ​ຈຶ່ງ​ລຸກ​ຂຶ້ນ, ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ໂສກເສົ້າ ແລະ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ. ພວກ​ຄົນ​ຮັບໃຊ້​ທີ່​ຢູ່​ກັບ​ເພິ່ນ​ໃນ​ທີ່ນັ້ນ ກໍ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ເຊັ່ນດຽວ​ກັນ.


ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ໂຢອາບ ແລະ​ຄອບຄົວ​ຂອງຕົນ ຈີກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ ແລະ​ໃສ່​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ​ໃຫ້​ອັບເນ. ໃນ​ພິທີ​ສົ່ງສະການ ກະສັດ​ດາວິດ​ໄດ້​ຍ່າງ​ຕາມຫລັງ​ຫີບ​ສົບ​ຂອງ​ອັບເນ.


ເມື່ອ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ແລ້ວ, ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຮ້ອງ​ຂຶ້ນ​ວ່າ, “ກະສັດ​ແຫ່ງ​ຊີເຣຍ​ຫວັງ​ຢາກ​ໃຫ້​ເຮົາ​ປິ່ນປົວ​ຊາຍ​ຄົນ​ນີ້​ໃຫ້​ດີ​ໄດ້​ຢ່າງ​ໃດ? ເພິ່ນ​ຄິດ​ວ່າ​ເຮົາ​ເປັນ​ພຣະເຈົ້າ ທີ່​ມີ​ອຳນາດ​ບອກ​ໃຫ້​ຕາຍ ຫລື​ໃຫ້​ເປັນ​ໄດ້​ຊັ້ນບໍ? ມັນ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ​ລາວ​ຊອກຫາ​ເລື່ອງ​ເກາະຜິດ​ກັບ​ເຮົາ.”


ແລະ​ເຈົ້າ​ໄດ້​ກັບໃຈ​ໃໝ່​ທັງ​ຖ່ອມຕົວ​ລົງ​ຕໍ່ໜ້າ​ເຮົາ ໂດຍ​ຈີກ​ເສື້ອ​ຂອງ​ເຈົ້າ​ເອງ​ແລະ​ຮ້ອງໄຫ້​ເມື່ອ​ເຈົ້າ​ໄດ້ຍິນ​ວ່າ ເຮົາ​ໄດ້​ນາບຂູ່​ຈະ​ລົງໂທດ​ນະຄອນ​ເຢຣູຊາເລັມ​ແລະ​ຊາວ​ນະຄອນ​ຢ່າງໃດ. ເຮົາ​ຈຶ່ງ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.


ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ດັ່ງນີ້ ຂ້າພະເຈົ້າ​ກໍ​ຈີກ​ເຄື່ອງນຸ່ງ​ດ້ວຍ​ຄວາມ​ສິ້ນຫວັງ, ດຶງ​ຜົມ​ແລະ​ໜວດ ແລະ​ນັ່ງ​ລົງ​ດ້ວຍ​ຄວາມ​ເປັນທຸກໃຈ.


ເມື່ອ​ມໍເດໄກ​ໄດ້​ຮູ້​ເຖິງ​ເລື່ອງ​ທັງໝົດ​ນັ້ນ​ແລ້ວ ລາວ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ຂົມຂື່ນ​ໃຈ. ແລ້ວ​ລາວ​ກໍ​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ, ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ ແລະ​ຍ່າງ​ຜ່ານ​ເມືອງ​ໄປ ທັງ​ຄໍ່າຄວນ​ດ້ວຍ​ສຽງດັງ ແລະ​ຢ່າງ​ຂົມຂື່ນ


ແຕ່​ບໍ່​ເຫັນ​ກະສັດ​ຫລື​ຂ້າຣາຊການ​ຂອງ​ເພິ່ນ​ຜູ້ໜຶ່ງ​ຜູ້ໃດ ທີ່​ໄດ້ຍິນ​ຖ້ອຍຄຳ​ທັງໝົດ​ນັ້ນ​ແລ້ວ​ເກີດ​ຢ້ານກົວ ຫລື​ສະແດງ​ຄວາມ​ເສຍໃຈ​ແຕ່​ຢ່າງໃດ.


ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.


ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ​ໄດ້ຍິນ​ດັ່ງນັ້ນ, ກໍ​ຈີກ​ເສື້ອຜ້າ​ຂອງຕົນ ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ທ່າມກາງ​ປະຊາຊົນ​ນັ້ນ​ທັນທີ ແລະ​ຮ້ອງ​ຂຶ້ນ​ວ່າ,


ຈົ່ງ​ຊົມຊື່ນ​ຍິນດີ ກັບ​ຜູ້​ທີ່​ຊົມຊື່ນ​ຍິນດີ ຈົ່ງ​ຮ້ອງໄຫ້​ກັບ​ຜູ້​ທີ່​ຮ້ອງໄຫ້.


ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka