Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຊາມູເອນ 1:10 - ພຣະຄຳພີສັກສິ

10 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂຶ້ນ​ໄປ​ຂ້າ​ເພິ່ນ ເພາະ​ຮູ້​ແລ້ວ​ວ່າ​ຖ້າ​ເພິ່ນ​ລົ້ມລົງ​ເມື່ອໃດ ເພິ່ນ​ກໍ​ຕ້ອງ​ສິ້ນໃຈ​ຕາຍ​ເມື່ອນັ້ນ​ໂລດ. ຕໍ່ມາ ຂ້ານ້ອຍ​ຈຶ່ງ​ຖອດ​ເອົາ​ມົງກຸດ​ອອກ​ຈາກ​ຫົວ​ຂອງ​ເພິ່ນ ແລະ​ແກ້​ເອົາ​ສາຍ​ແຂນ​ຂອງ​ເພິ່ນ ຊຶ່ງ​ຂ້ານ້ອຍ​ໄດ້​ນຳ​ມາ​ໃຫ້​ທ່ານ​ເບິ່ງ​ນີ້​ແຫຼະ.”

Uka jalj uñjjattʼäta Copia luraña




2 ຊາມູເອນ 1:10
10 Jak'a apnaqawi uñst'ayäwi  

ແລ້ວ​ດາວິດ​ກໍ​ກ່າວ​ຕໍ່​ຊາຍ​ຄົນ​ນີ້​ວ່າ, “ເຈົ້າ​ນຳ​ໂທດ​ນີ້​ມາ​ສູ່​ຕົວ​ເຈົ້າ​ເອງ ເມື່ອ​ເຈົ້າ​ສາລະພາບ​ວ່າ​ເຈົ້າ​ໄດ້​ຂ້າ​ຄົນ​ທີ່​ພຣະເຈົ້າຢາເວ​ໄດ້​ຫົດສົງ ເຈົ້າ​ກໍໄດ້​ລົງໂທດ​ເຈົ້າ​ເອງ​ສາ​ແລ້ວ.”


ແລ້ວ​ເພິ່ນ​ກໍ​ບອກ​ຂ້ານ້ອຍ​ວ່າ, ‘ຂ້ອຍ​ໄດ້​ຮັບ​ບາດເຈັບ​ສາຫັດ ໃກ້​ຈະ​ສິ້ນໃຈ​ຕາຍ​ຢູ່ແລ້ວ ເຈົ້າ​ຈົ່ງ​ຂ້າ​ຂ້ອຍ​ເສຍ.’


ເພິ່ນ​ຢຶດ​ມົງກຸດ​ຂອງ​ພະ​ມິນກົມ ຮູບເຄົາຣົບ​ຂອງ​ຊາວ​ອຳໂມນ ຊຶ່ງ​ເປັນ​ຄຳ​ໜັກ​ປະມານ​ສາມສິບຫ້າ​ກິໂລກຼາມ ແລະ​ມີ​ເພັດ​ປະດັບ​ຢູ່​ໃນ​ນັ້ນ. ກະສັດ​ດາວິດ​ໄດ້​ແກະ​ເອົາ​ເພັດ​ນັ້ນ​ມາ​ປະດັບ​ໃສ່​ມົງກຸດ​ຂອງ​ເພິ່ນ. ກະສັດ​ດາວິດ​ຍັງ​ຢຶດ​ຊັບສົມບັດ​ຈາກ​ເມືອງ​ນີ້​ໄດ້​ຢ່າງ​ຫລວງຫລາຍ.


ແລ້ວ​ເຢໂຮຍອາດາ​ກໍ​ພາ​ໂຢອາດ​ອອກ​ມາ, ສວມ​ມົງກຸດ​ໃສ່​ຫົວ​ໃຫ້​ເພິ່ນ ແລະ​ມອບ​ກົດບັນຍັດ​ການປົກຄອງ ຊຶ່ງ​ເປັນ​ເອກະສານ​ສະແດງ​ເຖິງ​ຕຳແໜ່ງ​ຂອງ​ກະສັດ​ໃຫ້​ເພິ່ນ. ໂຢອາດ​ໄດ້​ຮັບ​ການ​ຫົດສົງ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ. ປະຊາຊົນ​ພາກັນ​ຕົບມື ແລະ​ຮ້ອງໂຮ​ຂຶ້ນ​ວ່າ, “ຂໍ​ໃຫ້​ກະສັດ​ຈົ່ງ​ໝັ້ນຍືນ.”


ບໍ່ມີ​ສິ່ງໃດ​ເຫລືອໄວ້​ໃຫ້​ອວດອ້າງ​ໄດ້​ເລີຍ ພວກ​ຂ້ານ້ອຍ​ເຄີຍ​ສ້າງ​ບາບ ຈຶ່ງ​ນຳ​ສະໜອງ​ບັດນີ້.


ດ້ວຍວ່າ, ເຈົ້າ​ຈະ​ຕັດສິນ​ຄົນອື່ນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຈະ​ຕັດສິນ​ເຈົ້າ​ຢ່າງ​ນັ້ນ ແລະ​ເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງ​ຜອງ​ອັນ​ໃດ ພຣະເຈົ້າ​ກໍ​ຈະ​ຕວງ​ໃຫ້​ເຈົ້າ​ດ້ວຍ​ເຄື່ອງ​ຜອງ​ອັນ​ນັ້ນ.


ເຈົ້າ​ອາໂດນີເບເຊັກ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຍັງ​ມີ​ກະສັດ​ເຈັດສິບ​ຄົນ ທີ່​ຖືກ​ຕັດ​ໂປ້ມື​ແລະ​ໂປ້ຕີນ; ພວກເຂົາ​ພາກັນ​ເກັບ​ເສດ​ອາຫານ​ຕາມ​ກ້ອງ​ໂຕະ​ຂອງຂ້ອຍ. ບັດນີ້ ພຣະເຈົ້າ​ໄດ້​ເຮັດ​ຕໍ່​ຂ້ອຍ​ດັ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ນັ້ນ.” ຕໍ່ມາ ເຈົ້າ​ອາໂດນີ​ເບເຊັກ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ເມືອງ​ເຢຣູຊາເລັມ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


ແລ້ວ​ໃນ​ທັນໃດນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາຍໜຸ່ມ​ຜູ້​ທີ່​ຖື​ອາວຸດ​ໃຫ້​ຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ມາ​ຂ້າ​ຂ້ອຍ​ສາ ເພື່ອ​ຄົນ​ຈະ​ບໍ່ໄດ້​ຮູ້​ວ່າ​ຂ້ອຍ​ຕາຍ​ຍ້ອນ​ແມ່ຍິງ.” ດັ່ງນັ້ນ ຊາຍໜຸ່ມ​ຄົນ​ນັ້ນ​ຈຶ່ງ​ແທງ​ເພິ່ນ​ຈົນ​ສິ້ນໃຈ​ຕາຍ.


ສະນັ້ນ ກະສັດ​ໂຊນ​ຈຶ່ງ​ສັ່ງ​ໂດເອັກ​ວ່າ, “ເຈົ້າ​ຂ້າ​ພວກເຂົາ​ເສຍ.” ໂດເອັກ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ທັງໝົດ. ໃນ​ມື້ນັ້ນ ລາວ​ໄດ້​ຂ້າ​ປະໂຣຫິດ​ທີ່​ມີ​ຄຸນສົມບັດ​ຖື​ເອໂຟດ​ແປດສິບຫ້າ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka