2 ເປໂຕ 3:9 - ພຣະຄຳພີສັກສິ9 ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າ ທີ່ຈະເຮັດໃຫ້ພຣະສັນຍາຂອງພຣະອົງສຳເລັດ ເໝືອນດັ່ງທີ່ບາງຄົນນັ້ນຄິດວ່າຊ້າ ແຕ່ພຣະອົງຊົງອົດທົນດົນນານ ເພາະເຫັນແກ່ເຈົ້າທັງຫຼາຍ. ພຣະອົງບໍ່ປະສົງໃຫ້ຜູ້ໃດຜູ້ໜຶ່ງຕ້ອງຈິບຫາຍໄປ, ແຕ່ຊົງປາຖະໜາທີ່ຈະໃຫ້ຄົນທັງປວງ ມາເຖິງການຖິ້ມໃຈເກົ່າເອົາໃຈໃໝ່. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊ້າທີ່ຈະເຮັດຕາມສັນຍາເໝືອນດັ່ງທີ່ບາງຄົນເຂົ້າໃຈວ່າຊ້າ. ແຕ່ພຣະອົງອົດທົນຕໍ່ພວກເຈົ້າ, ພຣະອົງບໍ່ຕ້ອງການໃຫ້ຜູ້ໃດຈິບຫາຍໄປ, ແຕ່ຕ້ອງການໃຫ້ທຸກຄົນກັບມາເພື່ອຖິ້ມໃຈເກົ່າເອົາໃຈໃໝ່. Uka jalj uñjjattʼäta |
ຈົ່ງບອກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫລາຍກວ່າເມື່ອເຫັນລາວເຊົາເຮັດບາບແລະມີຊີວິດຢູ່. ຊາດອິດສະຣາເອນເອີຍ ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’
ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະມັນຈະບໍ່ຊັກຊ້າ.