2 ເປໂຕ 3:7 - ພຣະຄຳພີສັກສິ7 ໂດຍພຣະທຳອັນດຽວກັນນັ້ນແຫຼະ ຟ້າສະຫວັນແລະແຜ່ນດິນໂລກທີ່ມີຢູ່ໃນປະຈຸບັນນີ້ ກໍຊົງຮັກສາໄວ້ສຳລັບໃຫ້ໄຟເຜົາຜານເສຍ ຄືຊົງຮັກສາໄວ້ຈົນກວ່າຈະເຖິງວັນທີ່ບັນດາມະນຸດທີ່ບໍ່ນັບຖືພຣະເຈົ້າ ຈະຊົງຖືກພິພາກສາແລະຈິບຫາຍໄປ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ໂດຍພຣະຄຳອັນດຽວກັນນີ້ ຟ້າສະຫວັນ ແລະ ແຜ່ນດິນໂລກປັດຈຸບັນກໍຖືກສະຫງວນໄວ້ໃຫ້ໄຟເຜົາຜານ ຖືກເກັບໄວ້ເພື່ອວັນແຫ່ງການພິພາກສາ ແລະ ຈິບຫາຍຂອງຄົນອະທຳ. Uka jalj uñjjattʼäta |
ໃນຂະນະທີ່ຂ້າພະເຈົ້າກຳລັງເບິ່ງຢູ່ນັ້ນ ກໍມີບັນລັງຫລາຍອັນໄດ້ຖືກນຳມາຕັ້ງໄວ້. ເພິ່ນຜູ້ມີຊີວິດຢູ່ຕະຫລອດໄປ ໄດ້ນັ່ງຢູ່ເທິງບັນລັງອັນໜຶ່ງໃນຈຳນວນບັນລັງເຫຼົ່ານີ້. ເຄື່ອງນຸ່ງຂອງເພິ່ນຂາວເໝືອນຫິມະ ຜົມຂອງເພິ່ນເໝືອນຂົນແກະບໍຣິສຸດຜຸດຜ່ອງ. ບັນລັງຂອງເພິ່ນທີ່ຢູ່ເທິງລໍ້ກໍເປັນໄຟລຸກໄໝ້ຢູ່
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.”