Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 3:5 - ພຣະຄຳພີສັກສິ

5 ເພາະວ່າ​ພວກເຂົາ​ເຮັດ​ຄື​ລືມ​ຂໍ້​ນີ້​ເສຍ ດ້ວຍ​ພຣະທຳ​ຂອງ​ພຣະເຈົ້າ ຟ້າ​ສະຫວັນ​ຈຶ່ງ​ໄດ້​ມີ​ຢູ່​ຕັ້ງແຕ່​ບູຮານ ແລະ​ແຜ່ນດິນ​ໂລກ​ຈຶ່ງ​ໄດ້​ເກີດຂຶ້ນ​ຈາກ​ນໍ້າ​ແລະ​ດ້ວຍ​ທາງ​ນໍ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ແຕ່​ພວກເຂົາ​ຕັ້ງໃຈ​ລືມ​ວ່າ​ດົນນານ​ມາ​ແລ້ວ​ໂດຍ​ພຣະຄຳ​ຂອງ​ພຣະເຈົ້າ ຟ້າສະຫວັນ​ກໍ​ເກີດ​ມີ​ຂຶ້ນ​ມາ ແລະ ແຜ່ນດິນໂລກ​ກໍ​ກໍ່​ຮ່າງ​ຂຶ້ນ​ມາ​ຈາກ​ນ້ຳ ແລະ ໂດຍ​ມີ​ນໍ້າ​ອ້ອມຮອບ.

Uka jalj uñjjattʼäta Copia luraña




2 ເປໂຕ 3:5
11 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ແຜ່ນ​ຟ້າ​ໃນ​ລະຫວ່າງ​ນໍ້າ ແຍກ​ນໍ້າ​ອອກ​ຈາກ​ກັນ​ເປັນ​ສອງ​ສ່ວນ.”


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ນໍ້າ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ພື້ນດິນ​ແຫ້ງ​ຈະ​ໄດ້​ປາກົດ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ​ເໜືອ​ນໍ້າ​ເລິກ​ທັງຫລາຍ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພຣະອົງ​ໄດ້​ຊົງ​ສ້າງ​ແຜ່ນດິນ​ໂລກ ແລະ​ຕັ້ງ​ມັນ​ໄວ້​ຢູ່​ເທິງ​ໜ້າ​ນໍ້າ ທັງ​ຝັງ​ຮາກຖານ​ໂລກ​ໄວ້​ຢູ່​ພື້ນ​ທະເລ​ເລິກ.


ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.


ເປັນຫຍັງ​ຄົນໂງ່ຈ້າ​ຈຶ່ງ​ມີ​ເງິນ​ໃນ​ມື​ເພື່ອ​ຊື້​ປັນຍາ ໃນ​ເມື່ອ​ເຂົາ​ບໍ່ມີ​ໃຈ​ຢາກໄດ້.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ພຣະອົງ​ຊົງ​ເປັນ​ຢູ່​ກ່ອນ​ສັບພະທຸກສິ່ງ ແລະ​ສັບພະທຸກສິ່ງ​ກໍ​ດຳລົງ​ເປັນ​ລະບຽບ​ຢູ່​ໂດຍ​ພຣະອົງ.


ແມ່ນ​ໂດຍ​ຄວາມເຊື່ອ​ແບບ​ນີ້ ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ໂລກ​ຈັກກະວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະທຳ​ຂອງ​ພຣະເຈົ້າ. ດັ່ງນັ້ນ ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ເປັນ​ມາ​ຈາກ​ສິ່ງ​ທີ່​ບໍ່​ປາກົດ​ໃຫ້​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka