2 ເປໂຕ 3:4 - ພຣະຄຳພີສັກສິ4 ພວກເຂົາຈະຖາມວ່າ, “ຄຳທີ່ຊົງສັນຍາໄວ້ວ່າ ພຣະອົງຈະສະເດັດມານັ້ນຢູ່ໃສ? ເພາະວ່າຕັ້ງແຕ່ບັນພະບຸລຸດລ່ວງລັບໄປແລ້ວ ສິ່ງທັງປວງກໍເປັນຢູ່ເໝືອນເດີມ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ພວກເຂົາຈະເວົ້າວ່າ, “ຢູ່ໃສ ‘ການມາ’ ທີ່ພຣະອົງໄດ້ສັນຍາໄວ້? ດົນນານມາແລ້ວຕັ້ງແຕ່ບັນພະບຸລຸດຂອງພວກເຮົາໄດ້ຕາຍໄປ, ທຸກຢ່າງກໍດຳເນີນໄປເໝືອນທີ່ເປັນມາຕັ້ງແຕ່ເລີ່ມສ້າງໂລກ”. Uka jalj uñjjattʼäta |
ພວກເຈົ້າໄດ້ເຮັດໃຫ້ພຣະເຈົ້າຢາເວເບື່ອໜ່າຍຄຳເວົ້າຂອງພວກເຈົ້າ. ແຕ່ພວກເຈົ້າຊໍ້າຖາມວ່າ, “ພວກເຮົາໄດ້ເຮັດໃຫ້ພຣະອົງເບື່ອໜ່າຍຢ່າງໃດ?” ກໍໂດຍເວົ້າວ່າ, “ພຣະເຈົ້າຢາເວຖືວ່າ ທຸກຄົນທີ່ເຮັດຊົ່ວລ້ວນແຕ່ເປັນຄົນດີ ພຣະອົງກໍເຫັນດີນຳພວກເຂົາ.” ຫລືໂດຍຖາມວ່າ, “ພຣະເຈົ້າອົງຊົງຕັດສິນນັ້ນຢູ່ໃສ?”