Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 3:3 - ພຣະຄຳພີສັກສິ

3 ກ່ອນ​ອື່ນ ຈົ່ງ​ຮູ້​ຂໍ້​ນີ້ ຄື​ຍຸກ​ສຸດທ້າຍ​ຈະ​ມີ​ຄົນ​ເຢາະເຢີ້ຍ​ມາ​ເວົ້າ​ສຽດສີ​ຕາມ​ໃຈ​ປາຖະໜາ​ຂອງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເໜືອ​ສິ່ງ​ໃດ​ທັງໝົດ, ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ໃນ​ຍຸກສຸດທ້າຍ​ຜູ້​ມັກ​ເຢາະເຢີ້ຍ​ຈະ​ມາ​ເຢາະເຢີ້ຍ ແລະ ເຮັດ​ຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




2 ເປໂຕ 3:3
17 Jak'a apnaqawi uñst'ayäwi  

“ຄົນໂງ່ຈ້າ​ເອີຍ ພວກເຈົ້າ​ຢາກ​ເປັນ​ຄົນໂງ່ຈ້າ​ຢູ່​ອີກ​ເຫິງ​ປານໃດ? ພວກເຈົ້າ​ຍັງ​ຈະ​ພໍໃຈ​ກັບ​ການ​ດູໝິ່ນ​ປະໝາດ​ຄວາມຮູ້​ຢູ່​ບໍ? ພວກເຈົ້າ​ຈະ​ບໍ່​ຮໍ່າຮຽນ​ເອົາ​ຈັກເທື່ອ​ບໍ?


ຄົນຫລອກລວງ​ບໍ່ມີ​ປັນຍາ​ໄດ້​ຈັກເທື່ອ, ແຕ່​ຄົນສະຫລາດ​ຮຽນຮູ້​ໄດ້​ໄວ.


ພຣະອົງ​ຊົງ​ຕໍ່ສູ້​ຜູ້​ທີ່​ອວດ​ວ່າ​ຕົນ​ດີ, ແຕ່​ພຣະອົງ​ຊົງ​ໃຫ້​ຄວາມ​ເມດຕາ​ແກ່​ຜູ້​ທີ່​ຖ່ອມຕົວ.


ບັດນີ້ ພວກເຈົ້າ​ຄົນ​ອວດດີ​ເອີຍ ຄື​ຜູ້ປົກຄອງ​ປະຊາຊົນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ; ຈົ່ງ​ຟັງ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ.


ມັນ​ຈະ​ເປັນ​ຄາວ​ສຸດທ້າຍ​ຂອງ​ພວກ​ທີ່​ກົດຂີ່​ຄົນອື່ນ ແລະ​ດູໝິ່ນ​ປະໝາດ​ພຣະເຈົ້າ. ຄົນບາບ​ທຸກຄົນ​ຈະ​ຖືກ​ກຳຈັດ​ໃຫ້​ໝົດສິ້ນໄປ.


ພວກເຈົ້າ​ເວົ້າ​ວ່າ, “ໃຫ້​ພຣະເຈົ້າ​ຟ້າວ​ເຮັດ ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ວ່າ​ຈະ​ເຮັດ​ນັ້ນ​ສາ​ເທາະ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ. ໃຫ້​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ເຮັດ​ຕາມ​ແຜນການ​ຂອງ​ພຣະອົງ​ເຖີດ ພວກເຮົາ​ຢາກ​ຈະ​ຮູ້ຈັກ​ແຜນການ​ນັ້ນ.”


ໃນ​ງານສະຫລອງ​ສຳລັບ​ກະສັດ​ນັ້ນ ພວກເຂົາ​ໄດ້​ເອົາ​ເຫຼົ້າ​ອະງຸ່ນ​ໃຫ້​ກະສັດ​ກັບ​ພວກ​ຂ້າຣາຊການ​ຂອງ​ເພິ່ນ​ດື່ມ ຈົນ​ມືນເມົາ​ແລະ​ເສຍ​ສະຕິ​ໄປ.


ພວກ​ທີ່​ປະຕິເສດ​ເຮົາ ແລະ​ບໍ່​ຮັບ​ເອົາ​ຖ້ອຍຄຳ​ຂອງເຮົາ ກໍ​ມີ​ສິ່ງ​ຕັດສິນ​ພວກເຂົາ​ແລ້ວ ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແຫຼະ ຈະ​ຕັດສິນ​ພວກ​ນັ້ນ​ໃນ​ວັນ​ສຸດທ້າຍ.


ພວກເຮົາ​ໄດ້​ປະຖິ້ມ​ສິ່ງ​ທີ່​ໜ້າ​ອັບອາຍ​ທຸກຢ່າງ​ທີ່​ເຮັດ​ໃນ​ທີ່​ລັບລີ້ ພວກເຮົາ​ບໍ່ໄດ້​ເຮັດ​ໂດຍ​ໃຊ້​ກົນອຸບາຍ ທັງ​ບໍ່ໄດ້​ປອມແປງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ດ້ວຍ, ແຕ່​ໄດ້​ສະແດງ​ໃຫ້​ຮູ້​ຄວາມຈິງ​ຢ່າງ​ຈະແຈ້ງ ພວກເຮົາ​ພະຍາຍາມ​ເຮັດ​ໃຫ້​ຕົນເອງ​ເປັນ​ທີ່​ຊອບ​ແກ່​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ທຸກຄົນ ຊ້ອງໜ້າ​ພຣະເຈົ້າ.


ແຕ່​ຈົ່ງ​ຮູ້ຈັກ​ຂໍ້​ຄວາມ​ນີ້​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ຈະ​ເກີດ​ຄວາມ​ລຳບາກ​ຢ່າງ​ຮ້າຍແຮງ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


ກ່ອນ​ອື່ນ​ເຈົ້າ​ທັງຫລາຍ​ຕ້ອງ​ເຂົ້າໃຈ​ຂໍ້​ນີ້ ຄື​ຜູ້ໃດ​ຜູ້ໜຶ່ງ​ຈະ​ຕີ​ຄວາມໝາຍ​ຂອງ​ຄຳທຳນວາຍ ໃນ​ພຣະຄຳພີ​ເອົາ​ເອງ​ບໍ່ໄດ້.


ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.


ລູກ​ທັງຫລາຍ​ເອີຍ, ບັດນີ້​ເປັນ​ເວລາ​ສຸດທ້າຍ​ແລ້ວ ແລະ​ຕາມ​ທີ່​ເຈົ້າ​ທັງຫລາຍ​ໄດ້ຍິນ​ໄດ້​ຟັງ​ມາ​ແລ້ວ​ວ່າ ຜູ້​ຕໍ່ສູ້​ພຣະຄຣິດ​ຈະ​ມີ​ມາ ບັດນີ້​ຜູ້​ຕໍ່ສູ້​ພຣະຄຣິດ​ກໍ​ເກີດ​ມີ​ມາ​ຫລາຍ​ແລ້ວ. ສະນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ເປັນ​ເວລາ​ສຸດທ້າຍ.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka