2 ເປໂຕ 3:2 - ພຣະຄຳພີສັກສິ2 ເພື່ອໃຫ້ພວກເຈົ້າຈົດຈຳຖ້ອຍຄຳທັງຫຼາຍ ຊຶ່ງພວກຜູ້ທຳນວາຍຜູ້ບໍຣິສຸດ ໄດ້ກ່າວໄວ້ເມື່ອກ່ອນນັ້ນ ທັງຂໍ້ຄຳສັ່ງຈາກອົງພຣະຜູ້ເປັນເຈົ້າ ຄືພຣະຜູ້ຊົງໂຜດຊ່ວຍໃຫ້ພົ້ນ ຊຶ່ງພວກອັກຄະສາວົກໄດ້ສັ່ງສອນແກ່ພວກເຈົ້ານັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ເຮົາຢາກໃຫ້ພວກເຈົ້າລະນຶກເຖິງຖ້ອຍຄຳທີ່ພວກຜູ້ທຳນວາຍບໍລິສຸດກ່າວໄວ້ໃນເມື່ອກ່ອນນັ້ນ ແລະ ລະນຶກເຖິງຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາໄດ້ສັ່ງຜ່ານທາງພວກອັກຄະສາວົກຂອງພວກເຈົ້າ. Uka jalj uñjjattʼäta |
ເມື່ອພວກເຂົານັດວັນພົບກັບໂປໂລ, ຄົນຈຳນວນຫລາຍກວ່າເກົ່າໄດ້ມາຫາທີ່ບ່ອນພັກຂອງເພິ່ນ, ເພິ່ນຈຶ່ງກ່າວອະທິບາຍແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄໍ່າ ເປັນພະຍານເຖິງຣາຊອານາຈັກຂອງພຣະເຈົ້າຢ່າງຄົບຖ້ວນ ແລະຊັກຊວນໃຫ້ພວກເຂົາຮັບເຊື່ອໃນພຣະເຢຊູເຈົ້າ ໂດຍໃຊ້ຂໍ້ຄວາມຈາກກົດບັນຍັດຂອງໂມເຊ ແລະຈາກບັນດາຜູ້ທຳນວາຍເປັນຫລັກ.
ໃນຈົດໝາຍທຸກສະບັບຂອງເພິ່ນ ກໍກ່າວເຖິງເຫດການເຫຼົ່ານັ້ນໄວ້ແລ້ວ, ໃນຈົດໝາຍເຫຼົ່ານັ້ນ ມີບາງຂໍ້ທີ່ເຂົ້າໃຈຍາກ ຊຶ່ງຄົນທັງຫລາຍທີ່ຮູ້ເທົ່າບໍ່ເຖິງການ ແລະທີ່ມີໃຈບໍ່ໝັ້ນຄົງແນ່ນອນ ໄດ້ບິດເບືອນຂໍ້ຄວາມເຫຼົ່ານັ້ນເສຍ ເໝືອນຢ່າງທີ່ພວກເຂົາໄດ້ບິດເບືອນຂໍ້ອື່ນໆໃນພຣະຄຳພີ ອັນເປັນເຫດໃຫ້ຕົນເອງຈິບຫາຍໄປ.
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”