2 ເປໂຕ 3:16 - ພຣະຄຳພີສັກສິ16 ໃນຈົດໝາຍທຸກສະບັບຂອງເພິ່ນ ກໍກ່າວເຖິງເຫດການເຫຼົ່ານັ້ນໄວ້ແລ້ວ, ໃນຈົດໝາຍເຫຼົ່ານັ້ນ ມີບາງຂໍ້ທີ່ເຂົ້າໃຈຍາກ ຊຶ່ງຄົນທັງຫລາຍທີ່ຮູ້ເທົ່າບໍ່ເຖິງການ ແລະທີ່ມີໃຈບໍ່ໝັ້ນຄົງແນ່ນອນ ໄດ້ບິດເບືອນຂໍ້ຄວາມເຫຼົ່ານັ້ນເສຍ ເໝືອນຢ່າງທີ່ພວກເຂົາໄດ້ບິດເບືອນຂໍ້ອື່ນໆໃນພຣະຄຳພີ ອັນເປັນເຫດໃຫ້ຕົນເອງຈິບຫາຍໄປ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ຈົດໝາຍທຸກສະບັບຂອງເພິ່ນໄດ້ກ່າວເຖິງເລື່ອງເຫລົ່ານີ້ໄວ້ໃນທຳນອງດຽວກັນ. ໃນຈົດໝາຍຂອງເພິ່ນມີບາງຢ່າງທີ່ເຂົ້າໃຈຍາກ ເຊິ່ງພວກຄົນໂງ່ ແລະ ພວກຄົນບໍ່ໜັກແໜ້ນໄດ້ບິດເບືອນໄປ, ເໝືອນດັ່ງທີ່ພວກເຂົາໄດ້ບິດເບືອນພຣະຄຳພີຂໍ້ອື່ນໆທີ່ນຳການທຳລາຍມາສູ່ພວກເຂົາເອງ. Uka jalj uñjjattʼäta |
ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ.
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.