2 ເປໂຕ 3:15 - ພຣະຄຳພີສັກສິ15 ຈົ່ງຖືວ່າການທີ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາທັງຫລາຍ ຊົງອົດກັ້ນພຣະໄທໄວ້ດົນນານນັ້ນ ກໍເພື່ອໂຜດພວກເຮົາໃຫ້ລອດພົ້ນ ເໝືອນດັ່ງໂປໂລນ້ອງທີ່ຮັກຂອງເຮົາ ໄດ້ຂຽນຈົດໝາຍເຖິງເຈົ້າທັງຫລາຍ ຕາມສະຕິປັນຍາທີ່ໄດ້ຊົງປະທານແກ່ເພິ່ນນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ຈົ່ງລະນຶກວ່າທີ່ອົງພຣະຜູ້ເປັນເຈົ້າຂອງພວກເຮົາອົດທົນກໍເພື່ອໃຫ້ຄົນທັງຫລາຍມີໂອກາດໄດ້ຮັບຄວາມພົ້ນ ເໝືອນດັ່ງທີ່ໂປໂລນ້ອງທີ່ຮັກຂອງພວກເຮົາໄດ້ຂຽນຈົດໝາຍມາເຖິງພວກເຈົ້າດ້ວຍສະຕິປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ. Uka jalj uñjjattʼäta |
ເອຊະຣາເອີຍ ທ່ານຈົ່ງໃຊ້ສະຕິປັນຍາທີ່ພຣະເຈົ້າຂອງທ່ານໂຜດໃຫ້ນັ້ນ ແຕ່ງຕັ້ງບັນດາຜູ້ບໍລິຫານແລະຜູ້ຕັດສິນຄວາມ ເພື່ອປົກຄອງປະຊາຊົນທັງໝົດໃນພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ ຄືຜູ້ທີ່ດຳລົງຊີວິດຢູ່ຕາມກົດບັນຍັດຂອງພຣະເຈົ້າຂອງທ່ານ. ທ່ານຕ້ອງສັ່ງສອນກົດບັນຍັດນີ້ໃຫ້ແກ່ຜູ້ທີ່ຍັງບໍ່ທັນຮູ້ຈັກ.
ພຣະອົງຍັງໃຫ້ພວກເຂົາມີສະຕິປັນຍາ ແລະຄວາມສາມາດໃນວຽກງານຫລາຍຢ່າງຄື: ວຽກງານຂອງນັກແກະສະຫລັກ, ນັກອອກແບບ, ນັກຫຍິບປັກຖັກແສ່ວຜ້າປ່ານເນື້ອລະອຽດດີ; ຕໍ່າຜ້າຂົນແກະສີຟ້າ, ສີມ່ວງ ແລະສີແດງ ແລະການຕໍ່າຜ້າຊະນິດອື່ນໆອີກດ້ວຍ. ພວກເຂົາມີຄວາມສາມາດເຮັດວຽກຊ່າງສີມືໄດ້ທຸກຢ່າງ ແລະເປັນຊ່າງທີ່ຊຳນິຊຳນານໃນການອອກແບບເຊັ່ນກັນ.”
ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າ ທີ່ຈະເຮັດໃຫ້ພຣະສັນຍາຂອງພຣະອົງສຳເລັດ ເໝືອນດັ່ງທີ່ບາງຄົນນັ້ນຄິດວ່າຊ້າ ແຕ່ພຣະອົງຊົງອົດທົນດົນນານ ເພາະເຫັນແກ່ເຈົ້າທັງຫຼາຍ. ພຣະອົງບໍ່ປະສົງໃຫ້ຜູ້ໃດຜູ້ໜຶ່ງຕ້ອງຈິບຫາຍໄປ, ແຕ່ຊົງປາຖະໜາທີ່ຈະໃຫ້ຄົນທັງປວງ ມາເຖິງການຖິ້ມໃຈເກົ່າເອົາໃຈໃໝ່.