2 ເປໂຕ 3:11 - ພຣະຄຳພີສັກສິ11 ໃນເມື່ອທຸກສິ່ງຈະຖືກທຳລາຍໄປຢ່າງນີ້ ພວກເຈົ້າຄວນຈະເປັນຄົນຢ່າງໃດ? ໃນການດຳເນີນຊີວິດອັນບໍຣິສຸດແລະການນັບຖືພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ໃນເມື່ອທຸກສິ່ງຈະຖືກທຳລາຍລົງຢ່າງນີ້ ພວກເຈົ້າຄວນຈະເປັນຄົນແບບໃດ? ພວກເຈົ້າຄວນດຳເນີນຊີວິດຢ່າງບໍລິສຸດ ແລະ ຢູ່ໃນທາງຂອງພຣະເຈົ້າ Uka jalj uñjjattʼäta |
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.
ເພາະພວກເຮົາໄດ້ນຳເອົາຂ່າວປະເສີດມາເຖິງພວກເຈົ້າ ບໍ່ແມ່ນເປັນພຽງແຕ່ຖ້ອຍຄຳເທົ່ານັ້ນ ແຕ່ດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ ແລະດ້ວຍຄວາມໝັ້ນໃຈອັນຄົບຖ້ວນວ່າ ຂ່າວປະເສີດນັ້ນເປັນຄວາມຈິງ ພວກເຈົ້າກໍຮູ້ວ່າພວກເຮົາໄດ້ດຳເນີນຊີວິດຢ່າງໃດ ເມື່ອພວກເຮົາຢູ່ກັບພວກເຈົ້າ ເພາະເຫັນແກ່ເຈົ້າທັງຫລາຍ.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.