Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:8 - ພຣະຄຳພີສັກສິ

8 ເພາະ​ເມື່ອ​ຄົນ​ຊອບທຳ​ຜູ້​ນີ້ ຢູ່​ໃນ​ໝູ່​ຄົນຊົ່ວ​ນັ້ນ ການ​ອະທຳ​ຂອງ​ພວກເຂົາ ທີ່​ເພິ່ນ​ໄດ້​ເຫັນ​ແລະ​ໄດ້ຍິນ ກໍ​ເຮັດ​ໃຫ້​ຈິດໃຈ​ທີ່​ຊອບທຳ​ຂອງ​ເພິ່ນ ເປັນ​ທຸກ​ລຳບາກ​ທຸກໆ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 (ເພາະ​ເມື່ອ​ຄົນຊອບທຳ​ຜູ້​ນີ້​ດຳເນີນຊີວິດ​ຢູ່​ໃນ​ທ່າມກາງ​ພວກເຂົາ​ໃນ​ແຕ່ລະວັນ, ຈິດວິນຍານ​ອັນ​ຊອບທຳ​ຂອງ​ເພິ່ນ​ກໍ​ທຸກທໍລະມານ​ເພາະ​ໄດ້​ເຫັນ ແລະ ໄດ້​ຍິນ​ການກະທຳ​ທີ່​ຜິດສິນທຳ​ນັ້ນ).

Uka jalj uñjjattʼäta Copia luraña




2 ເປໂຕ 2:8
12 Jak'a apnaqawi uñst'ayäwi  

ຊຶ່ງ​ປະຊາຊົນ​ໃນ​ເມືອງ​ນີ້​ຊົ່ວຊ້າ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ນໍ້າຕາ​ຂ້ານ້ອຍ​ໄຫລຫລັ່ງ​ດັ່ງ​ສາຍ​ລຳທານ ຍ້ອນ​ມະນຸດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ.


ຂ້ານ້ອຍ​ໂກດຮ້າຍ​ຫຼາຍ​ດັ່ງ​ໄຟ​ເຜົາຜານ ເພາະ​ເຫຼົ່າ​ສັດຕູ​ໄດ້​ເມີນເສີຍ​ຕໍ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ເມື່ອ​ເບິ່ງ​ຄົນ​ທໍລະຍົດ​ນີ້​ກໍ​ໜ້າເບື່ອ​ເຕັມທີ ເພາະວ່າ​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ຄົນດີ​ທີ່​ຍອມ​ເຮັດ​ຕາມ​ຄົນຊົ່ວ ກໍ​ເທົ່າກັບ​ບໍ່ນໍ້າ​ທີ່​ເປິເປື້ອນ ຫລື​ນໍ້າສ້າງ​ທີ່​ເປັນ​ພິດໄພ.


ເມື່ອ​ຄົນດີ​ມີ​ອຳນາດ​ທຸກຄົນ​ກໍ​ປິຕິ​ຍິນດີ, ແຕ່​ເມື່ອ​ມີ​ຄົນຊົ່ວ​ປົກຄອງ ປະຊາຊົນ​ຕ່າງ​ກໍ​ໜີໄປ​ຫລົບລີ້.


“ຈົ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ເຮັດ​ເຄື່ອງໝາຍ​ໃສ່​ໜ້າຜາກ​ທຸກຄົນ​ທີ່​ທຸກໃຈ​ແລະ​ເດືອດຮ້ອນ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ຄົນ​ໃນ​ເມືອງ​ນີ້​ໄດ້​ເຮັດຂຶ້ນ.”


ຈົ່ງ​ຂ້າ​ຄົນ​ເຖົ້າ, ຊາຍໜຸ່ມ, ຍິງ​ໜຸ່ມ, ບັນດາ​ແມ່ ແລະ​ພວກ​ເດັກນ້ອຍ. ແຕ່​ຢ່າ​ແຕະຕ້ອງ​ຜູ້ໃດ​ທີ່​ມີ​ເຄື່ອງໝາຍ​ທີ່​ໜ້າຜາກ. ຈົ່ງ​ເລີ່ມ​ແຕ່​ພຣະວິຫານ​ຂອງເຮົາ​ໄປ.” ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເລີ່ມ​ສັງຫານ​ບັນດາ​ຜູ້ປົກຄອງ​ທີ່​ກຳລັງ​ຢືນ​ຢູ່​ໃນ​ພຣະວິຫານ.


ພວກເຮົາ​ກໍ​ຮູ້​ຄື​ກັນ​ວ່າ ກົດໝາຍ​ນັ້ນ​ບໍ່ໄດ້​ຕັ້ງ​ໄວ້​ສຳລັບ​ຄົນ​ດີ ແຕ່​ຕັ້ງ​ໄວ້​ສຳລັບ​ຄົນ​ດັ່ງ​ຕໍ່ໄປນີ້ ຄື​ຄົນ​ລະເມີດ​ກົດໝາຍ​ແລະ​ຜູ້​ເຮັດ​ການ​ຊົ່ວຮ້າຍ, ຄົນຊົ່ວຊ້າ​ແລະ​ຄົນ​ບໍ່​ຢ້ານ​ບາບກຳ, ຄົນ​ບໍ່​ເຄົາຣົບ​ນັບຖື​ພຣະເຈົ້າ​ແລະ​ສິ່ງ​ສັກສິດ, ຄົນ​ຂ້າ​ພໍ່​ຕີ​ແມ່, ຜູ້ຮ້າຍ​ຂ້າ​ຄົນ,


ເພາະ​ອາເບັນ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ເຄື່ອງ​ບູຊາ​ອັນ​ຖືກຕ້ອງ​ກວ່າ​ເຄື່ອງ​ບູຊາ​ຂອງ​ກາອິນ ມາ​ຖວາຍ​ແດ່​ພຣະເຈົ້າ ຊຶ່ງ​ເຮັດ​ໃຫ້​ເພິ່ນ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ​ວ່າ ເປັນ​ຄົນ​ຊອບທຳ ພຣະເຈົ້າ​ກໍໄດ້​ຊົງ​ເປັນ​ພະຍານ​ແກ່​ເຄື່ອງຖວາຍ​ຂອງ​ເພິ່ນ. ເຖິງ​ແມ່ນ​ວ່າ​ອາເບັນ​ຕາຍ​ແລ້ວ​ກໍ​ຈິງ ແຕ່​ເພາະ​ມີ​ຄວາມເຊື່ອ​ເພິ່ນ​ຈຶ່ງ​ຍັງ​ເວົ້າ​ຢູ່.


ເຫດສະນັ້ນ ເຈົ້າ​ທັງຫລາຍ ຈົ່ງ​ສາລະພາບ​ຜິດ​ຂອງຕົນ​ຕໍ່​ກັນແລະກັນ, ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ກັນແລະກັນ, ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ດີ​ພະຍາດ. ຄຳ​ພາວັນນາ​ອະທິຖານ​ຂອງ​ຜູ້​ຊອບທຳ​ມີຣິດ​ສັກສິດ​ເຮັດ​ໃຫ້​ເກີດຜົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka