Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:7 - ພຣະຄຳພີສັກສິ

7 ແລະ​ໄດ້​ຊົງ​ໂຜດ​ເອົາ​ໂລດ​ຜູ້​ຊອບທຳ​ນັ້ນ​ໃຫ້​ພົ້ນ ຄື​ຜູ້​ມີ​ຄວາມ​ທຸກໃຈ​ຫລາຍ ຍ້ອນ​ກິຣິຍາ​ທີ່​ຂາດ​ສິນທຳ​ຂອງ​ຄົນຊົ່ວ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ຖ້າ​ພຣະອົງ​ໄດ້​ກອບກູ້​ເອົາ​ໂລດ​ຜູ້ຊອບທຳ, ຜູ້​ມີ​ຄວາມທຸກໃຈ​ເພາະ​ການກະທຳ​ທີ່​ຂາດສິນທຳ​ຂອງ​ຄົນໄຮ້ສິນທຳ​ເຫລົ່ານັ້ນ.

Uka jalj uñjjattʼäta Copia luraña




2 ເປໂຕ 2:7
14 Jak'a apnaqawi uñst'ayäwi  

ຊຶ່ງ​ປະຊາຊົນ​ໃນ​ເມືອງ​ນີ້​ຊົ່ວຊ້າ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ແຕ່​ໂລດ​ຍັງ​ສົງໄສ​ຢູ່ ເຖິງ​ຢ່າງ​ໃດ​ກໍດີ ພຣະເຈົ້າຢາເວ​ຍັງ​ເມດຕາ​ໂລດ. ດັ່ງນັ້ນ ເທວະດາ​ທັງສອງ​ຈຶ່ງ​ດຶງ​ມື​ລາວ​ພ້ອມ​ທັງ​ເມຍ ແລະ​ລູກສາວ ອອກ​ໄປ​ຈາກ​ເມືອງ​ໂດຍ​ໄວ.


ຮີບ​ແລ່ນ​ໄປ​ໄວໆ! ເຮົາ​ຈະ​ບໍ່​ເຮັດ​ສິ່ງໃດ​ສິ່ງໜຶ່ງ ຈົນກວ່າ​ເຈົ້າ​ຈະ​ໄປ​ເຖິງ​ທີ່​ນັ້ນ.” ສະນັ້ນ ເມືອງ​ນີ້​ຈຶ່ງ​ມີ​ຊື່​ວ່າ ໂຊອາ.


ແຕ່​ເມື່ອ​ພຣະເຈົ້າ​ທຳລາຍ​ເມືອງ​ຕ່າງໆ​ໃນ​ຮ່ອມພູ ບ່ອນ​ທີ່​ໂລດ​ອາໄສ​ຢູ່​ນັ້ນ; ພຣະອົງ​ຍັງ​ຈື່ຈຳ​ຄຳ​ຂໍຮ້ອງ​ຂອງ​ອັບຣາຮາມ ແລະ​ຊ່ວຍ​ໂລດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ.


ພວກເຂົາ​ຮ້ອງ​ໂລດ​ອອກ​ມາ​ແລະ​ຖາມ​ວ່າ, “ຜູ້ຊາຍ​ທີ່​ມາ​ພັກ​ບ້ານ​ໂຕ​ຄືນ​ນີ້​ຢູ່​ໃສ? ເອົາ​ພວກເຂົາ​ອອກ​ມາ​ໃຫ້​ພວກເຮົາ​ສາ.” ພວກ​ຜູ້ຊາຍ​ຊາວ​ເມືອງ​ໂຊໂດມ ຕ້ອງການ​ສົມສູ່​ທາງເພດ​ກັບ​ແຂກ​ສອງ​ຄົນ​ນີ້.


ການ​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ​ກໍ​ຊົ່ວ​ເທົ່າ​ກັບ​ຢູ່​ນຳ ຊາວ​ເມເຊັກ​ຫລື​ນຳ​ປະຊາຊົນ​ແຫ່ງ​ເກດາ​ນັ້ນ.


ຈິດໃຈ​ຂອງ​ຂ້ານ້ອຍ​ຖືກ​ບີບຄັ້ນ ແລະ​ຂ້ານ້ອຍ​ກຳລັງ​ສັ່ນເຊັນ ຍ້ອນ​ຖ້ອຍຄຳ​ອັນ​ສັກສິດ ຍ້ອນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ຄົນ​ໜຶ່ງ​ທີ່​ກຳລັງ​ມືນເມົາ ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຫລາຍໂພດ.


ບໍ່ມີ​ການ​ທົດລອງ​ອັນ​ໃດ​ເກີດຂຶ້ນ​ກັບ​ເຈົ້າ​ທັງຫລາຍ ນອກຈາກ​ການ​ທົດລອງ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ມະນຸດ​ທົ່ວ​ໄປ ພຣະເຈົ້າ​ຊົງ​ທ່ຽງທຳ ພຣະອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ພວກເຈົ້າ​ຖືກ​ທົດລອງ ເກີນ​ກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດລອງ​ເຈົ້າ​ນັ້ນ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ໜີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ທົນ​ໄດ້.


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


ຈະ​ມີ​ຫລາຍ​ຄົນ​ຕິດຕາມ​ການ​ຊົ່ວ ອັນ​ຕໍ່າຊ້າ​ຂອງ​ພວກເຂົາ ເນື່ອງ​ຈາກ​ຄົນ​ເຫຼົ່ານັ້ນ​ເປັນ​ເຫດ ທາງ​ຂອງ​ຄວາມຈິງ​ຈະ​ຖືກ​ປະໝາດ.


ເພາະເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ພວກເຈົ້າ​ຮູ້​ເລື່ອງ​ນີ້​ກ່ອນ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ພວກເຈົ້າ​ຈະ​ຫລົງ​ໄປ​ເຮັດ​ຜິດ ຕາມ​ຄວາມຜິດ​ຂອງ​ຄົນ​ທີ່​ຂາດ​ສິນທຳ​ເຫຼົ່ານັ້ນ ແລະ​ເຈົ້າ​ທັງຫລາຍ​ຈະ​ຕົກ​ເສຍ​ຈາກ​ຄວາມ​ໜັກແໜ້ນ​ໝັ້ນຄົງ​ຂອງ​ພວກ​ຕົນ.


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka