Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:5 - ພຣະຄຳພີສັກສິ

5 ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ມະນຸດສະໂລກ​ຄາວ​ບູຮານ ແຕ່​ໄດ້​ຮັກສາ​ໂນອາ​ຜູ້​ປະກາດ​ຄວາມ​ຊອບທຳ ກັບ​ຄົນອື່ນ​ອີກ​ເຈັດ​ຄົນ ເມື່ອ​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ນໍ້າ​ຖ້ວມ​ໂລກ ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ໂລກ​ໃນ​ສະໄໝ​ບູຮານ​ເມື່ອ​ພຣະອົງ​ໄດ້​ໃຫ້​ນ້ຳ​ຖ້ວມ​ຄົນອະທຳ​ທີ່​ຢູ່​ໃນ​ໂລກ, ແຕ່​ໄດ້​ປົກປ້ອງ​ໂນອາ​ຜູ້​ປະກາດ​ຄວາມຊອບທຳ ແລະ ຄົນ​ອື່ນໆ​ອີກ​ເຈັດ​ຄົນ.

Uka jalj uñjjattʼäta Copia luraña




2 ເປໂຕ 2:5
12 Jak'a apnaqawi uñst'ayäwi  

ເຮົາ​ຈະ​ເຮັດ​ໃຫ້​ມີ​ນໍ້າ​ຖ້ວມ​ເທິງ​ແຜ່ນດິນ​ໂລກ​ເພື່ອ​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່. ທຸກໆ​ສິ່ງ​ເທິງ​ແຜ່ນດິນ​ໂລກ​ຈະ​ດັບສູນ​ໄປ


ປະຫວັດ​ຂອງ​ໂນອາ​ເປັນ​ມາ​ດັ່ງນີ້: ເພິ່ນ​ມີ​ລູກຊາຍ​ຢູ່​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ. ໂນອາ​ເປັນ​ຄົນ​ດີ ແລະ​ແມ່ນ​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າ​ພໍໃຈ​ນຳ ເພາະ​ເພິ່ນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ;


ເຮົາ​ຈະ​ສົ່ງ​ເຈົ້າ​ລົງ​ໄປ​ຮ່ວມ​ກັບ​ຄົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ແດນ​ມໍຣະນາ​ແຕ່​ກ່ອນກີ້. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢູ່​ຮ່ວມ​ກັບ​ພວກ​ຄົນຕາຍ​ໃນ​ໂລກ​ໃຕ້​ດິນ​ທີ່​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ຕະຫລອດໄປ. ໃນທີ່ສຸດ ເຈົ້າ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່ ແລະ​ບໍ່ມີ​ວັນ​ທີ່​ຈະ​ກັບຄືນ​ໄປ​ບ່ອນ​ຂອງ​ເຈົ້າ ໃນ​ດິນແດນ​ຂອງ​ຄົນ​ເປັນ.


ເພາະ​ໂນອາ​ມີ​ຄວາມເຊື່ອ​ແບບ​ນີ້ ພຣະເຈົ້າ​ຈຶ່ງ​ຊົງ​ຕັກເຕືອນ​ໃຫ້​ຮູ້​ເຖິງ​ເຫດການ​ທີ່​ຍັງ​ບໍ່​ປາກົດ ເພິ່ນ​ຈຶ່ງ​ຢຳເກງ​ແລະ​ສ້າງ​ເຮືອ ເພື່ອ​ໃຫ້​ຄອບຄົວ​ຂອງຕົນ​ພົ້ນ​ຈາກ​ຄວາມ​ຕາຍ ດ້ວຍເຫດນີ້ ເພິ່ນ​ຈຶ່ງ​ຕັດສິນ​ລົງໂທດ​ໃສ່​ມະນຸດ​ສະໂລກ ແລະ​ໄດ້​ກາຍເປັນ​ຜູ້​ຮັບ​ມໍຣະດົກ ຄື​ຄວາມ​ຊອບທຳ ຊຶ່ງ​ເກີດ​ມາ​ຈາກ​ຄວາມເຊື່ອ.


ດ້ວຍ​ນໍ້າ​ນັ້ນ​ແຫຼະ ມະນຸດສະໂລກ​ໃນ​ສະໄໝ​ບູຮານ ຈຶ່ງ​ຖືກ​ທຳລາຍ​ດ້ວຍ​ນໍ້າ​ຖ້ວມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka