Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:4 - ພຣະຄຳພີສັກສິ

4 ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ຝູງ​ເທວະດາ​ທີ່​ໄດ້​ເຮັດ​ບາບ​ນັ້ນ, ແຕ່​ໄດ້​ຊົງ​ຊຸກ​ພວກເຂົາ​ລົງ​ໄປ​ສູ່​ພື້ນ​ທໍລະນີ​ເລິກ ຂັງ​ພວກເຂົາ​ໄວ້​ໃນ​ຂຸມ​ມືດ ຄຸມ​ໄວ້​ຈົນເຖິງ​ວັນ​ພິພາກສາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເພາະ​ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ບັນດາ​ເທວະດາ​ທີ່​ໄດ້​ເຮັດ​ບາບ, ແຕ່​ໄດ້​ສົ່ງ​ພວກເຂົາ​ລົງ​ໄປ​ສູ່​ນະລົກ, ລ່າມໂສ້​ພວກເຂົາ​ຂັງ​ໄວ້​ໃນ​ບ່ອນ​ມືດ​ເພື່ອ​ລໍຖ້າ​ການພິພາກສາ.

Uka jalj uñjjattʼäta Copia luraña




2 ເປໂຕ 2:4
25 Jak'a apnaqawi uñst'ayäwi  

ວ່າ​ຄົນຊົ່ວ​ຖືກ​ສະຫງວນ​ໄວ້​ສຳລັບ​ຄວາມ​ຈິບຫາຍ ແລະ​ພວກເຂົາ​ຈະ​ຖືກ​ນຳ​ໄປ​ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ.


ພຣະເຈົ້າ​ບໍ່​ໄວ້​ໃຈ​ຜູ້ຮັບໃຊ້​ພຣະອົງ​ໃນ​ສະຫວັນ; ຊົງ​ພົບ​ແມ່ນແຕ່​ຄວາມຜິດ​ໃນ​ຝູງ​ເທວະດາ​ນັ້ນ.


ພຣະອົງ​ບໍ່ໄດ້​ອົດກັ້ນ​ຄວາມ​ໂກດຮ້າຍ​ໄວ້​ເລີຍ ໂດຍ​ບໍ່​ໄວ້​ຊີວິດ​ແຕ່​ຂ້າ​ຖິ້ມ​ດ້ວຍ​ໂຣກລະບາດ.


ລູຊີເຟີ ດວງດາວ​ສ່ອງໃສ​ໃນ​ຕອນເຊົ້າ​ເອີຍ ເຈົ້າ​ໄດ້​ຕົກລົງ​ຈາກ​ສະຫວັນ​ແລ້ວ​ນໍ ໃນ​ອະດີດ​ນັ້ນ ເຈົ້າ​ໄດ້​ຕີ​ຊະນະ​ຫລາຍໆ​ຊົນຊາດ ແຕ່​ບັດນີ້ ເຈົ້າ​ພັດ​ຖືກ​ໂຍນ​ລົງ​ຂີ້ດິນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ສະນັ້ນ ໃນ​ເມື່ອ​ເຮົາ​ມີ​ຊີວິດ​ຢູ່ ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ວິຫານ​ຂອງເຮົາ​ເປັນ​ມົນທິນ ດ້ວຍ​ການ​ເຮັດ​ຊົ່ວ​ທຸກຢ່າງ​ອັນ​ໜ້າກຽດຊັງ; ສະນັ້ນ ເຮົາ​ຈະ​ຕັດ​ເຈົ້າ​ອອກ ໂດຍ​ປາສະຈາກ​ຄວາມ​ເມດຕາ​ກະລຸນາ.


ເຮົາ​ຈະ​ບໍ່​ໄວ້​ຊີວິດ​ຂອງ​ເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ເຈົ້າ. ເຮົາ​ຈະ​ລົງໂທດ​ເຈົ້າ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ ເພື່ອ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເຮົາ​ຈະ​ບໍ່​ໄວ້​ຊີວິດ​ເຈົ້າ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ເຈົ້າ. ເຮົາ​ຈະ​ທຳລາຍ​ເຈົ້າ​ໃນ​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ລົງໂທດ.


ເມື່ອນັ້ນ ພຣະອົງ​ກໍ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ວ່າ, ‘ຫຍັບ​ອອກ​ໄປ​ໃຫ້​ຫ່າງ​ຈາກ​ເຮົາ ພວກສູ​ຜູ້​ທີ່​ຖືກ​ສາບແຊ່ງ​ເອີຍ ລົງ​ໄປ​ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ​ບໍລິວານ​ຂອງ​ມັນ


ໃນ​ທັນໃດນັ້ນ ມັນ​ກໍ​ແຜດ​ສຽງ​ວ່າ, “ໂອ ບຸດ​ພຣະເຈົ້າ​ເອີຍ ທ່ານ​ຕ້ອງການ​ຫຍັງ​ຈາກ​ພວກ​ຂ້ານ້ອຍ? ທ່ານ​ຈະ​ມາ​ລົງໂທດ​ພວກ​ຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ຊັ້ນບໍ?”


ແລະ ຮ້ອງ​ດ້ວຍ​ສຽງດັງ​ວ່າ, “ເຢຊູ​ບຸດ​ພຣະເຈົ້າ​ຜູ້​ສູງສຸດ​ເອີຍ, ທ່ານ​ມາ​ຫຍຸ້ງກ່ຽວ​ຫຍັງ​ກັບ​ຂ້ານ້ອຍ? ຂ້ານ້ອຍ​ຂໍຮ້ອງ​ທ່ານ​ສັນຍາ​ໃນ​ພຣະນາມ​ພຣະເຈົ້າ​ວ່າ ຈະ​ບໍ່​ທໍລະມານ​ຂ້ານ້ອຍ” (


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກລົງ​ຈາກ​ຟ້າ ດັ່ງ​ຟ້າ​ແມບ.


ຜີມານຮ້າຍ​ເຫຼົ່ານີ້​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ສົ່ງ​ພວກ​ມັນ​ລົງ​ໄປ​ໃນ​ເຫວເລິກ.


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ເພາະວ່າ ຖ້າ​ພຣະເຈົ້າ​ບໍ່ໄດ້​ຍົກເວັ້ນ​ຄົນ​ຢິວ ຜູ້​ທີ່​ເປັນ​ດັ່ງ​ກິ່ງກ້ານ​ເດີມ​ນັ້ນ, ບາງທີ​ພຣະອົງ​ກໍ​ຈະ​ບໍ່​ຍົກເວັ້ນ​ເຈົ້າ​ເໝືອນກັນ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ພຣະເຈົ້າຢາເວ​ຈະ​ບໍ່​ຍົກໂທດ​ໃຫ້​ແກ່​ຄົນ​ເຊັ່ນນັ້ນ​ເລີຍ. ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ຈະ​ລຸກໄໝ້​ຕໍ່ສູ້​ລາວ​ເໝືອນດັ່ງ​ໄຟ​ທີ່​ເຜົາຜານ ແລະ​ການ​ສາບແຊ່ງ​ທັງໝົດ ທີ່​ໄດ້​ບັນທຶກ​ໄວ້​ໃນ​ປື້ມ​ກົດບັນຍັດ​ນີ້ ກໍ​ຈະ​ຕົກ​ຖືກ​ລາວ​ຈົນກວ່າ​ພຣະເຈົ້າຢາເວ​ໄດ້​ທຳລາຍ​ຄົນ​ນີ້​ໃຫ້​ດັບສູນໄປ.


ເຖິງ​ແມ່ນ​ວ່າ ພວກ​ເທວະດາ​ທີ່​ມີ​ຣິດ​ກຳລັງ​ຫລາຍກວ່າ ກໍ​ຍັງ​ບໍ່​ນຳ​ຄຳ​ຮ້ອງຟ້ອງ​ມາ​ກ່າວ​ປະນາມ​ຄົນ​ເຫຼົ່ານັ້ນ ຕໍ່​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ພຣະເຈົ້າ​ບໍ່ໄດ້​ຊົງ​ຍົກເວັ້ນ​ມະນຸດສະໂລກ​ຄາວ​ບູຮານ ແຕ່​ໄດ້​ຮັກສາ​ໂນອາ​ຜູ້​ປະກາດ​ຄວາມ​ຊອບທຳ ກັບ​ຄົນອື່ນ​ອີກ​ເຈັດ​ຄົນ ເມື່ອ​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ນໍ້າ​ຖ້ວມ​ໂລກ ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ.


ດັ່ງນັ້ນ ອົງພຣະ​ຜູ້​ເປັນເຈົ້າ ຈຶ່ງ​ຮູ້ຈັກ​ວິທີ​ທີ່​ຈະ​ໂຜດ​ເອົາ​ຄົນ​ທີ່​ຊອບທຳ ເພື່ອ​ໃຫ້​ພົ້ນ​ຈາກ​ການ​ທົດລອງ ແລະ​ຮູ້ຈັກ​ວິທີ​ຮັກສາ​ຄົນຊົ່ວ​ໄວ້ ເພື່ອ​ໃຫ້​ຢູ່​ໃຕ້​ການ​ລົງໂທດ​ໃນ​ວັນ​ພິພາກສາ.


ຜູ້​ທີ່​ຍັງ​ເຮັດ​ບາບ ກໍ​ມາ​ຈາກ​ມານຮ້າຍ, ເພາະວ່າ​ມານຮ້າຍ​ໄດ້​ເຮັດ​ບາບ​ຕັ້ງແຕ່​ຕົ້ນເດີມ​ມາ ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ສະເດັດ​ມາ​ປາກົດ ກໍ​ເພາະ​ເຫດ​ນີ້​ແຫຼະ ຄື​ເພື່ອ​ຊົງ​ທຳລາຍ​ກິດຈະການ​ຂອງ​ມານຮ້າຍ​ເສຍ.


ພວກເຂົາ​ເປັນ​ດັ່ງ​ຄື້ນ​ຟອງ​ນໍ້າ​ອັນ​ຮ້າຍແຮງ​ໃນ​ມະຫາສະໝຸດ ທີ່​ພົ່ນ​ການ​ກະທຳ​ອັນ​ໜ້າລະອາຍ​ຂອງຕົນ​ອອກ​ມາ​ຄື​ດັ່ງ​ປູມປວກ. ເປັນ​ດັ່ງ​ດາວ​ລ່ອງລອຍ​ນອກ​ວົງ​ໂຄຈອນ ທີ່​ຊົງ​ຈັດຕຽມ​ບ່ອນ​ໜຶ່ງ​ໄວ້​ຖ້າ​ແລ້ວ ໃນ​ຄວາມມືດ​ອັນ​ໜາຕຶບ​ນິຣັນດອນ.


ຈົ່ງ​ຈົດຈຳ​ບັນດາ​ເທວະດາ ທີ່​ບໍ່​ຢູ່​ໃນ​ຂອບເຂດ​ແຫ່ງ​ສິດ​ອຳນາດ​ຂອງຕົນ, ແຕ່​ໄດ້​ປະຖິ້ມ​ບ່ອນ​ຢູ່​ອາໄສ​ຂອງ​ຕົນເອງ ພວກເຂົາ​ໄດ້​ຖືກ​ປະ​ໄວ້​ໃນ​ຄວາມມືດ​ເບື້ອງ​ລຸ່ມ, ຖືກ​ລ່າມໂສ້​ໄວ້​ຕະຫລອດໄປ​ສຳລັບ​ວັນ​ຍິ່ງໃຫຍ່​ທີ່​ຈະ​ມີ​ການ​ຕັດສິນ​ລົງໂທດ.


ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka