2 ເປໂຕ 2:3 - ພຣະຄຳພີສັກສິ3 ແລະດ້ວຍໃຈໂລບ ພວກເຂົາຈະໄດ້ກຳໄລຈາກພວກເຈົ້າດ້ວຍກ່າວຄຳຕົວະ ການລົງໂທດຄົນເຫຼົ່ານັ້ນ ທີ່ໄດ້ຖືກພິພາກສາດົນນານມາແລ້ວ ກໍບໍ່ເສີຍຊ້າຢູ່. ຄວາມຈິບຫາຍທີ່ຈະເກີດຂຶ້ນກັບພວກເຂົາ ກໍບໍ່ໄດ້ລືມພວກເຂົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ດ້ວຍຄວາມໂລບຂອງພວກເຂົານັ້ນ ພວກຄູສອນເຫລົ່ານີ້ຈະແຕ່ງເລື່ອງຕ່າງໆຂຶ້ນມາເພື່ອຂູດຮີດພວກເຈົ້າ. ຄຳພິພາກສາລົງໂທດຂອງພວກເຂົາກໍຖືກຫ້ອຍຢູ່ເທິງພວກເຂົາດົນນານມາແລ້ວ ແລະ ຄວາມຈິບຫາຍຂອງພວກເຂົາກໍບໍ່ໄດ້ຫລັບຢູ່. Uka jalj uñjjattʼäta |
ພວກເຈົ້າລຶບກຽດຂອງເຮົາຕໍ່ໜ້າປະຊາຊົນຂອງເຮົາ ເພື່ອຈະໄດ້ເຂົ້າເດືອຍບາງກຳ ແລະເຂົ້າຈີ່ບາງກ້ອນ. ພວກເຈົ້າຂ້າປະຊາຊົນທີ່ບໍ່ສົມຄວນຈະຕາຍເລີຍ ແລະພວກເຈົ້າປ່ອຍປະຊາຊົນທີ່ບໍ່ສົມຄວນຈະມີຊີວິດໃຫ້ມີຊີວິດຢູ່. ດັ່ງນັ້ນ ພວກເຈົ້າຈຶ່ງເວົ້າຕົວະຕໍ່ປະຊາຊົນຂອງເຮົາ ແລະພວກເຂົາກໍເຊື່ອພວກເຈົ້າ.’
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ.
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.