Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:21 - ພຣະຄຳພີສັກສິ

21 ເພາະ​ຖ້າ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ທາງ​ຊອບທຳ​ນັ້ນ ກໍ​ຍັງ​ຈະ​ດີກວ່າ​ທີ່​ໄດ້​ຮູ້​ແລ້ວ ແຕ່​ຍັງ​ກັບ​ຫັນ​ຫລັງ​ໃສ່​ກົດບັນຍັດ​ອັນ​ສັກສິດ ທີ່​ຊົງ​ໂຜດ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເພາະ​ຖ້າ​ພວກເຂົາ​ບໍ່​ຮູ້​ຈັກ​ທາງ​ແຫ່ງ​ຄວາມຊອບທຳ​ນັ້ນ​ກໍ​ຍັງ​ດີ​ກວ່າ​ໄດ້​ຮູ້ຈັກ​ແລ້ວ​ຫັນຫລັງ​ໃຫ້​ກັບ​ກົດບັນຍັດ​ອັນ​ສັກສິດ ເຊິ່ງ​ສືບທອດ​ມາ​ເຖິງ​ພວກເຂົາ.

Uka jalj uñjjattʼäta Copia luraña




2 ເປໂຕ 2:21
24 Jak'a apnaqawi uñst'ayäwi  

ແຕ່​ບັນດາ​ຜູ້​ທີ່​ດຳເນີນ​ຕາມ​ທາງຄົດ​ຂອງ​ເຂົາ ພຣະເຈົ້າຢາເວ​ກໍ​ຈະ​ຊົງ​ລົງໂທດ​ເຂົາ ພ້ອມ​ກັບ​ການກະທຳ​ຊົ່ວ​ຂອງ​ເຂົາເອງ. ຂໍ​ໃຫ້​ຊົນຊາດ​ອິດສະຣາເອນ ຈົ່ງ​ມີ​ແຕ່​ຄວາມສຸກ​ເທີ້ນ.


ຂ້ານ້ອຍ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ພຣະເຈົ້າຢາເວ​ຈະ​ກ່າວ ພຣະອົງ​ຊົງ​ສັນຍາ​ໃຫ້​ຄວາມ​ສັນຕິສຸກ​ແກ່​ພວກ​ຂ້ານ້ອຍ​ນັ້ນ ຄື​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຖ້າ​ພວກ​ຂ້ານ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ອີກ.


ຄວາມ​ຊອບທຳ​ເປັນ​ທາງ​ໄປ​ສູ່​ຊີວິດ, ແຕ່​ຄວາມ​ຊົ່ວຮ້າຍ ເປັນ​ທາງ​ໄປ​ສູ່​ຄວາມຕາຍ.


ຊີວິດ​ທີ່​ຍືນໝັ້ນ​ເປັນ​ບຳເໜັດ​ຂອງ​ຜູ້​ຊອບທຳ ຜົມ​ຫງອກ​ເປັນ​ມົງກຸດ​ອັນ​ມີ​ສະຫງ່າຣາສີ.


ແຕ່​ຖ້າ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ການ​ດີ ແລະ​ເລີ່ມ​ເຮັດ​ແຕ່​ການຊົ່ວ ຄື​ເຮັດ​ແຕ່​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ຄົນຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ເລີຍ. ລາວ​ຈະ​ຕາຍ ເພາະ​ຄວາມ​ບໍ່​ສັດຊື່​ແລະ​ການບາບ​ທີ່​ລາວ​ໄດ້​ເຮັດ.


ເຮົາ​ໄດ້​ເຫັນ​ວ່າ​ນາງ​ບໍ່ມີ​ສິນທຳ​ໝົດສິ້ນ ແລະ​ນ້ອງສາວ​ຂອງ​ນາງ​ກໍ​ຊົ່ວຊ້າ​ພໍໆກັນ​ກັບ​ເອື້ອຍ.


ຖ້າ​ຄົນ​ດີ​ມີ​ສິນທຳ​ຜູ້ໜຶ່ງ​ເລີ່ມ​ເຮັດ​ຊົ່ວ ແລະ​ເຮົາ​ໄດ້​ໃຫ້​ລາວ​ຕົກ​ໃນ​ສະພາບ​ອັນຕະລາຍ ລາວ​ກໍ​ຈະ​ຕາຍ​ຍ້ອນ​ການ​ເຮັດ​ບາບ​ນັ້ນ ຖ້າ​ເຈົ້າ​ບໍ່​ຕັກເຕືອນ​ລາວ; ເຮົາ​ຈະ​ບໍ່​ລະນຶກ​ເຖິງ​ຄຸນງາມ​ຄວາມດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.


ເຮົາ​ອາດ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ແກ່​ຄົນດີ​ຜູ້ໜຶ່ງ; ແຕ່​ຖ້າ​ລາວ​ເລີ່ມ​ຄິດວ່າ ການກະທຳ​ດີ​ຂອງ​ລາວ​ທີ່​ຜ່ານ​ມາ​ນັ້ນ​ພຽງພໍ​ແລ້ວ ແລະ​ເລີ່ມ​ເຮັດ​ບາບ ເຮົາ​ຈະ​ບໍ່​ລະນຶກເຖິງ​ການດີ​ໃດໆ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ. ລາວ​ຈະ​ຕ້ອງ​ຕາຍ​ເພາະ​ການບາບ​ຂອງ​ລາວ.


ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”


ເພາະ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຊີ້​ບອກ​ທາງ​ທີ່​ຖືກຕ້ອງ​ໃຫ້​ພວກເຈົ້າ ແລະ​ພວກເຈົ້າ​ບໍ່​ເຊື່ອ​ເພິ່ນ, ສ່ວນ​ຄົນ​ເກັບພາສີ​ແລະ​ຍິງ​ໂສເພນີ​ໄດ້​ເຊື່ອ​ເພິ່ນ, ຝ່າຍ​ພວກເຈົ້າ​ເຖິງ​ແມ່ນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ກໍຕາມ, ແຕ່​ພາຍລຸນ​ມາ​ພວກເຈົ້າ​ກໍ​ບໍ່​ກັບໃຈ ແລະ​ເຊື່ອ​ເພິ່ນ.”


“ຂ້ອຍໃຊ້​ທີ່​ຮູ້ຈັກ​ໃຈ​ນາຍ, ແຕ່​ບໍ່ໄດ້​ຈັດ​ຕຽມຕົວ​ໄວ້ ແລະ​ບໍ່ໄດ້​ເຮັດ​ຕາມ​ໃຈ​ນາຍ ກໍ​ຈະ​ຕ້ອງ​ຖືກ​ຂ້ຽນ​ຫລາຍ​ບາດ.


ຖ້າ​ເຮົາ​ບໍ່ໄດ້​ມາ​ບອກ​ພວກເຂົາ ພວກເຂົາ​ກໍ​ຄົງ​ບໍ່ມີ​ຄວາມ​ຜິດບາບ, ແຕ່​ບັດນີ້ ພວກເຂົາ​ບໍ່ມີ​ຂໍ້​ແກ້​ຕົວ​ໃນ​ເລື່ອງ​ບາບກຳ​ຂອງ​ພວກເຂົາ.


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ເປັນ​ຄົນ​ຕາບອດ ພວກເຈົ້າ​ຈະ​ບໍ່ມີ​ບາບກຳ, ແຕ່​ບັດນີ້​ພວກເຈົ້າ​ເວົ້າ​ວ່າ, ‘ເຮົາ​ເຫັນ​ຢູ່.’ ເຫດສະນັ້ນ ຄວາມ​ຜິດບາບ​ຂອງ​ພວກເຈົ້າ​ຈຶ່ງ​ຍັງ​ມີ​ຢູ່.”


ດ້ວຍເຫດນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ສິ່ງ​ສັກສິດ​ໃນ​ຕົວ ແລະ​ຂໍ້​ບັນຍັດ​ກໍ​ສັກສິດ, ຍຸດຕິທຳ ແລະ​ດີ​ງາມ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ.


ດ້ວຍວ່າ, ພວກເຈົ້າ​ຮູ້ຈັກ​ຄຳແນະນຳ ຊຶ່ງ​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ສິດ​ອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ.


ໃຫ້​ເຊື່ອຟັງ​ຄຳສັ່ງ​ນີ້ ແລະ​ຢຶດຖື​ໄວ້​ຢ່າງ​ສັດຊື່ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຈະ​ສະເດັດ​ມາ​ປາກົດ.


ດ້ວຍວ່າ, ຖ້າ​ພວກເຮົາ​ໄດ້​ຮັບ​ຄວາມຮູ້​ເລື່ອງ​ຄວາມຈິງ​ແລ້ວ ແຕ່​ຍັງ​ເຈດຕະນາ​ເຮັດ​ບາບ​ຢູ່ ເຄື່ອງ​ບູຊາ​ລຶບລ້າງ​ບາບ​ກໍ​ຈະ​ບໍ່ມີ​ເຫຼືອ​ຢູ່​ຕໍ່ໄປ.


ດັ່ງນັ້ນ ຖ້າ​ຜູ້ໃດ​ຮູ້​ວ່າ ອັນ​ໃດ​ເປັນ​ການ​ດີ​ແລະ​ບໍ່​ເຮັດ ຜູ້ນັ້ນ​ຈຶ່ງ​ມີ​ບາບ.


ເພື່ອ​ໃຫ້​ພວກເຈົ້າ​ຈົດຈຳ​ຖ້ອຍຄຳ​ທັງຫຼາຍ ຊຶ່ງ​ພວກ​ຜູ້ທຳນວາຍ​ຜູ້​ບໍຣິສຸດ ໄດ້​ກ່າວ​ໄວ້​ເມື່ອ​ກ່ອນ​ນັ້ນ ທັງ​ຂໍ້ຄຳສັ່ງ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຄື​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ຊຶ່ງ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ​ແກ່​ພວກເຈົ້າ​ນັ້ນ.


ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka