Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:20 - ພຣະຄຳພີສັກສິ

20 ເພາະວ່າ ຖ້າ​ຫລັງຈາກ​ທີ່​ພວກເຂົາ​ພົ້ນ​ແລ້ວ ຈາກ​ກິເລດ​ຕັນຫາ​ຂອງ​ໂລກນີ້. ດ້ວຍ​ການ​ທີ່​ພວກເຂົາ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ, ພວກເຂົາ​ກັບ​ໄປ​ພົວພັນ ແລະ​ຖືກ​ພ່າຍແພ້​ແກ່​ຄົນຊົ່ວຮ້າຍ​ນັ້ນ​ອີກ. ສະພາບ​ບັ້ນປາຍ​ຂອງ​ພວກເຂົາ ກໍ​ກັບ​ຊົ່ວຮ້າຍ​ກວ່າ​ບັ້ນຕົ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ຖ້າ​ພວກເຂົາ​ໄດ້​ໜີ​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ​ມາ​ແລ້ວ​ໂດຍ​ການຮູ້ຈັກ​ກັບ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລ້ວ​ຍັງ​ກັບ​ຄືນ​ໄປ​ພົວພັນ ແລະ ພ່າຍແພ້​ກັບ​ສິ່ງ​ນັ້ນ​ຢູ່ ບັ້ນປາຍ​ຂອງ​ພວກເຂົາ​ກໍ​ກັບ​ຊົ່ວຮ້າຍ​ຍິ່ງ​ກວ່າ​ບັ້ນຕົ້ນ.

Uka jalj uñjjattʼäta Copia luraña




2 ເປໂຕ 2:20
20 Jak'a apnaqawi uñst'ayäwi  

ເຮົາ​ອາດ​ສັນຍາ​ວ່າ​ຈະ​ໃຫ້​ຊີວິດ​ແກ່​ຄົນດີ​ຜູ້ໜຶ່ງ; ແຕ່​ຖ້າ​ລາວ​ເລີ່ມ​ຄິດວ່າ ການກະທຳ​ດີ​ຂອງ​ລາວ​ທີ່​ຜ່ານ​ມາ​ນັ້ນ​ພຽງພໍ​ແລ້ວ ແລະ​ເລີ່ມ​ເຮັດ​ບາບ ເຮົາ​ຈະ​ບໍ່​ລະນຶກເຖິງ​ການດີ​ໃດໆ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ. ລາວ​ຈະ​ຕ້ອງ​ຕາຍ​ເພາະ​ການບາບ​ຂອງ​ລາວ.


ປະໂຣຫິດ​ຈະ​ກວດເບິ່ງ​ລາວ ແລະ​ຖ້າ​ບໍລິເວນ​ນັ້ນ​ປາກົດ​ວ່າ ເລິກ​ກວ່າ​ຜິວໜັງ​ແລະ​ຂົນ​ທີ່​ບໍລິເວນ​ນັ້ນ​ຫງອກ ປະໂຣຫິດ​ຕ້ອງ​ປະກາດ​ວ່າ​ລາວ​ເປັນ​ມົນທິນ. ອັນ​ນີ້​ແມ່ນ​ພະຍາດ​ຂີ້ທູດ ທີ່​ໄດ້​ເລີ່ມ​ຟູ​ຂຶ້ນ​ຈາກ​ແປ້ວ​ຝີ.


ເມື່ອ​ຊັກ​ແລ້ວ​ປະໂຣຫິດ​ຈະ​ກວດເບິ່ງ ແລະ​ຖ້າ​ບໍລິເວນ​ບ່ອນ​ເປັນ​ຂີ້ເຮື້ອນ​ບໍ່​ປ່ຽນ​ສີ ແມ່ນ​ວ່າ​ບໍ່​ແຜ່ລາມ​ອອກ​ໄປ​ກໍຕາມ ມັນ​ກໍ​ຍັງ​ເປັນມົນທິນ​ຢູ່ ຈົ່ງ​ຈູດ​ສິ່ງຂອງ​ນັ້ນ​ເສຍ ບໍ່​ວ່າ​ຂີ້ເຮື້ອນ​ນັ້ນ​ຈະ​ຕິດແປດ​ຢູ່​ຂ້າງໃນ ຫລື​ຢູ່​ຂ້າງນອກ​ສິ່ງຂອງ​ກໍຕາມ.


ຖ້າ​ຂີ້ເຮື້ອນ​ເກີດຂຶ້ນ​ໃນ​ເຮືອນ ຫລັງຈາກ​ທີ່​ໄດ້​ເຈາະ​ຫີນ​ບ່ອນ​ມີ​ເຊື້ອ​ຂີ້ເຮື້ອນ​ອອກ ພ້ອມ​ທັງ​ຂູດ​ເຮືອນ​ແລະ​ໂບກ​ປູນ​ໃໝ່​ແລ້ວ


ຕໍ່ມາ ໃນ​ນິມິດ​ນັ້ນ​ບາລາອາມ​ກໍ​ເຫັນ​ຊາວ​ອາມາເຫຼັກ ແລ້ວ​ເພິ່ນ​ກໍ​ທຳນວາຍ​ດັ່ງນີ້: “ອາມາເຫຼັກ​ແມ່ນ​ຊົນຊາດ ທີ່​ມີ​ອຳນາດ​ກວ່າ​ທຸກ​ຊາດ​ອື່ນໃດ ແຕ່​ໃນ​ບັ້ນປາຍ ຈະ​ຈິບຫາຍ​ໄປ​ຕະຫລອດ.”


ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ພ່າຍແພ້​ນັ້ນ​ຍ້ອນ​ຫຍັງ ທັງ​ບໍ່​ເຂົ້າໃຈ​ແມ່ນແຕ່​ມີ​ຫຍັງ​ໄດ້​ເກີດຂຶ້ນ.


ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ​ຄື​ຄວາມ​ຈິບຫາຍ ເພາະ​ພຣະ​ຂອງ​ພວກເຂົາ​ແມ່ນ​ທ້ອງ​ຂອງ​ພວກເຂົາ​ເອງ ພວກເຂົາ​ອວດອ້າງ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ພວກເຂົາ​ສົນໃຈ​ນຳ​ແຕ່​ສິ່ງ​ຂອງ​ຝ່າຍ​ໂລກນີ້.


ບໍ່ມີ​ທະຫານ​ຄົນ​ໃດ​ເມື່ອ​ເຂົ້າ​ປະຈຳການ​ແລ້ວ ຈະ​ຫຍຸ້ງກ່ຽວ​ກັບ​ການ​ງານ​ຝ່າຍ​ພົນລະເຮືອນ. ດ້ວຍວ່າ, ເຂົາ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ເກນ​ຕົນ​ໄດ້​ຮັບ​ຄວາມ​ພໍໃຈ.


ທຳມະ​ທີ່​ບໍຣິສຸດ ແລະ​ບໍ່ມີ​ການ​ຊົ່ວ​ມົວໝອງ ຕໍ່​ພຣະພັກ​ພຣະເຈົ້າ ຜູ້​ຊົງ​ເປັນ​ພຣະບິດາເຈົ້າ ກໍ​ມີ​ດັ່ງນີ້ ຄື​ການ​ຢ້ຽມຢາມ​ລູກກຳພ້າ​ແລະ​ຍິງໝ້າຍ ທີ່​ມີ​ຄວາມ​ທຸກຮ້ອນ ແລະ​ການ​ຮັກສາ​ຕົວ​ໃຫ້​ພົ້ນ​ຈາກ​ການ​ດ່າງພອຍ​ຂອງ​ໂລກ.


ດ້ວຍ​ທາງ​ນີ້​ແຫຼະ ພຣະເຈົ້າ​ຈະ​ຊົງ​ປະທານ​ສິດ​ສົມບູນ​ແກ່​ເຈົ້າ​ທັງຫລາຍ ໃຫ້​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ອັນ​ນິຣັນດອນ ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ.


ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ເພີ່ມ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ ໂດຍ​ການ​ຮູ້ຈັກ​ໃນ​ພຣະເຈົ້າ ແລະ​ໃນ​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ດ້ວຍ​ສິ່ງ​ເຫຼົ່ານັ້ນ ພຣະອົງ​ໄດ້​ຊົງ​ປະທານ​ພຣະສັນຍາ​ປະເສີດ​ອັນ​ໃຫຍ່ຫລວງ​ແກ່​ເຮົາ​ທັງຫລາຍ ເພື່ອ​ວ່າ​ດ້ວຍ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈຶ່ງ​ໜີ​ພົ້ນ​ໄດ້​ຈາກ​ຄວາມ​ເສື່ອມໂຊມ​ທີ່​ມີ​ຢູ່​ໃນ​ໂລກນີ້​ເພາະ​ຕັນຫາ ແລະ​ຈະ​ໄດ້​ຮັບ​ສ່ວນ​ໃນ​ສະພາບ​ຂອງ​ພຣະອົງ.


ດ້ວຍວ່າ, ຖ້າ​ສິ່ງ​ເຫຼົ່ານີ້ ມີ​ຢູ່​ໃນ​ພວກເຈົ້າ​ຢ່າງ​ບໍຣິບູນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຄົນ​ດຸໝັ່ນ ແລະ​ເກີດຜົນ​ໃນ​ການ​ຮູ້ຈັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ.


ເພາະວ່າ ພວກເຂົາ​ມັກ​ກ່າວ​ຄຳ​ອວດອ້າງ​ອັນ​ເປົ່າໆ ແລະ​ໃຊ້​ຄວາມ​ປາຖະໜາ​ຊົ່ວ​ທາງ​ກາຍ ຫລອກລວງ​ຄົນ​ທັງຫລາຍ ທີ່​ກຳລັງ​ໜີ​ພົ້ນ​ຈາກ ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ການ​ຫລົງ​ຜິດ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka