Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:19 - ພຣະຄຳພີສັກສິ

19 ພວກເຂົາ​ສັນຍາ​ວ່າ ຈະ​ໃຫ້​ຄົນ​ເຫຼົ່ານັ້ນ​ມີ​ອິດສະຫລະ​ພາບ ແຕ່​ພວກເຂົາ​ເອງ​ຍັງ​ເປັນ​ທາດ​ຂອງ​ຄວາມ​ເສື່ອມໂຊມ​ຢູ່ ເພາະວ່າ​ມະນຸດ​ຖືກ​ພ່າຍແພ້​ແກ່​ສິ່ງໃດ​ແລ້ວ, ພວກເຂົາ​ກໍ​ຕົກ​ເປັນ​ທາດ​ຂອງ​ສິ່ງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ພວກເຂົາ​ສັນຍາ​ວ່າ​ຈະ​ໃຫ້​ຄົນ​ເຫລົ່ານັ້ນ​ເປັນ​ອິດສະຫລະ​ໃນ​ຂະນະ​ທີ່​ພວກເຂົາ​ເອງ​ກໍ​ຍັງ​ເປັນ​ຂ້າທາດ​ຂອງ​ຄວາມເສື່ອມໂຊມ​ຢູ່ ເພາະວ່າ “ຄົນ​ເຮົາ​ຖືກ​ສິ່ງໃດ​ຄອບງຳ​ກໍ​ເປັນ​ຂ້າທາດ​ຂອງ​ສິ່ງ​ນັ້ນ”.

Uka jalj uñjjattʼäta Copia luraña




2 ເປໂຕ 2:19
14 Jak'a apnaqawi uñst'ayäwi  

ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.


ຈິດໃຈ​ຂອງ​ຂ້ານ້ອຍ​ຖືກ​ບີບຄັ້ນ ແລະ​ຂ້ານ້ອຍ​ກຳລັງ​ສັ່ນເຊັນ ຍ້ອນ​ຖ້ອຍຄຳ​ອັນ​ສັກສິດ ຍ້ອນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ຄົນ​ໜຶ່ງ​ທີ່​ກຳລັງ​ມືນເມົາ ທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຫລາຍໂພດ.


ປະໂຣຫິດ​ຈະ​ກວດເບິ່ງ​ລາວ​ຕື່ມ​ອີກ ແລະ​ຖ້າ​ພະຍາດ​ນັ້ນ​ແຜ່​ລາມ​ອອກ​ໄປ​ແທ້ ປະໂຣຫິດ​ຈະ​ປະກາດ​ວ່າ​ຜູ້ນັ້ນ​ເປັນ​ມົນທິນ ຍ້ອນ​ພະຍາດ​ຂີ້ທູດ​ຂອງ​ຜູ້ກ່ຽວ.


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ການບາບ​ກໍ​ເປັນ​ທາດ​ຂອງ​ບາບກຳ​ນັ້ນ.


ຄົນ​ທີ່​ຜີຊົ່ວຮ້າຍ​ເຂົ້າ​ສິງ​ນັ້ນ​ໄດ້​ໂດດ​ໃສ່​ຄົນ​ເຫຼົ່ານີ້ ຕີຕ່ອຍ​ພວກເຂົາ​ຈົນ​ເປັນ​ບາດ​ຕາມ​ຕົນຕົວ ແລະ​ຈີກ​ເສື້ອຜ້າ​ຂອງ​ພວກເຂົາ ຈົນ​ພວກເຂົາ​ແລ່ນ​ປົບໜີໄປ​ແຕ່​ຕົວເປົ່າ.


ເພື່ອ​ເສລີພາບ​ນັ້ນ​ແຫຼະ ພຣະຄຣິດ​ຈຶ່ງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ. ສະນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ​ຢ່າ​ຍອມ​ປ່ອຍຕົວ​ເອງ​ໃຫ້​ຕົກ​ເປັນ​ຂ້ອຍຂ້າ​ອີກ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ມີ​ເສລີພາບ, ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ​ເປັນ​ຊ່ອງທາງ​ປ່ອຍຕົວ​ໄປ​ຕາມ​ຕັນຫາ​ຂອງ​ຮ່າງກາຍ ແຕ່​ຈົ່ງ​ຮັບໃຊ້​ຊຶ່ງກັນແລະກັນ​ດ້ວຍ​ຄວາມຮັກ​ເທີ້ນ.


ແລະ​ໃຫ້​ພວກເຂົາ​ຮູ້ສຶກ​ຕື່ນຕົວ ຈຶ່ງ​ຫລຸດພົ້ນ​ຈາກ​ບ່ວງແຮ້ວ​ຂອງ​ມານຮ້າຍ ຜູ້​ຊຶ່ງ​ຈັບ​ພວກເຂົາ​ໄວ້​ໃຫ້​ເຮັດ​ຕາມ​ຄວາມປະສົງ​ຂອງ​ມັນ.


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


ຈົ່ງ​ດຳເນີນ​ຊີວິດ​ຢ່າງ​ຄົນ​ມີ​ເສລີພາບ ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ຄວາມຊົ່ວ ແຕ່​ຈົ່ງ​ດຳເນີນ​ຊີວິດ​ເໝືອນ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຈົ້າ.


ດ້ວຍ​ສິ່ງ​ເຫຼົ່ານັ້ນ ພຣະອົງ​ໄດ້​ຊົງ​ປະທານ​ພຣະສັນຍາ​ປະເສີດ​ອັນ​ໃຫຍ່ຫລວງ​ແກ່​ເຮົາ​ທັງຫລາຍ ເພື່ອ​ວ່າ​ດ້ວຍ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈຶ່ງ​ໜີ​ພົ້ນ​ໄດ້​ຈາກ​ຄວາມ​ເສື່ອມໂຊມ​ທີ່​ມີ​ຢູ່​ໃນ​ໂລກນີ້​ເພາະ​ຕັນຫາ ແລະ​ຈະ​ໄດ້​ຮັບ​ສ່ວນ​ໃນ​ສະພາບ​ຂອງ​ພຣະອົງ.


ເພາະວ່າ ຖ້າ​ຫລັງຈາກ​ທີ່​ພວກເຂົາ​ພົ້ນ​ແລ້ວ ຈາກ​ກິເລດ​ຕັນຫາ​ຂອງ​ໂລກນີ້. ດ້ວຍ​ການ​ທີ່​ພວກເຂົາ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ, ພວກເຂົາ​ກັບ​ໄປ​ພົວພັນ ແລະ​ຖືກ​ພ່າຍແພ້​ແກ່​ຄົນຊົ່ວຮ້າຍ​ນັ້ນ​ອີກ. ສະພາບ​ບັ້ນປາຍ​ຂອງ​ພວກເຂົາ ກໍ​ກັບ​ຊົ່ວຮ້າຍ​ກວ່າ​ບັ້ນຕົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka