2 ເປໂຕ 2:15 - ພຣະຄຳພີສັກສິ15 ພວກເຂົາໄດ້ປະຖິ້ມທາງຊື່ ຈຶ່ງຫລົງທາງໄປ, ພວກເຂົາຕິດຕາມທາງຂອງບາລາອາມ ລູກເບອໍ ຜູ້ຊຶ່ງມັກລາງວັນທີ່ມາຈາກການອະທຳ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ພວກເຂົາປະຖິ້ມທາງທີ່ຊື່ ແລະ ຫລົງໄປຕາມທາງຂອງບາລາອາມລູກຂອງເບອໍ ຜູ້ທີ່ມັກຄ່າຈ້າງຂອງຄວາມຊົ່ວຮ້າຍ. Uka jalj uñjjattʼäta |
ເພິ່ນຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຂ້ານ້ອຍຮັບໃຊ້ພຽງແຕ່ພຣະອົງມາຕະຫລອດ, ແຕ່ປະຊາຊົນອິດສະຣາເອນໄດ້ລະເມີດພັນທະສັນຍາຂອງພຣະອົງ, ໄດ້ທຳລາຍແທ່ນບູຊາຂອງພຣະອົງ ແລະໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ. ມີແຕ່ຂ້ານ້ອຍຄົນດຽວເຫລືອຢູ່ ແລະພວກເຂົາກໍພະຍາຍາມຈະຂ້າຂ້ານ້ອຍເສຍ.”
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”