Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 2:10 - ພຣະຄຳພີສັກສິ

10 ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ໂດຍ​ສະເພາະ​ຈະ​ລົງໂທດ​ຄົນ​ເຫລົ່ານັ້ນ​ທີ່​ປ່ອຍໂຕ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ເນື້ອໜັງ ແລະ ດູຖູກ​ຜູ້ມີອຳນາດ. ຄູສອນປອມ​ເຫລົ່ານີ້​ກ້າຫານ ແລະ ຈອງຫອງ, ພວກເຂົາ​ຫຸ້ມ​ດ່າ​ເທວະດາ​ເບື້ອງເທິງ​ໂດຍ​ບໍ່​ໄດ້​ຢ້ານກົວ.

Uka jalj uñjjattʼäta Copia luraña




2 ເປໂຕ 2:10
38 Jak'a apnaqawi uñst'ayäwi  

ຂ້ອຍ​ຈະ​ບໍ່ມີ​ໜ້າ​ໃນ​ການ​ສົນທະນາ​ລັບ​ກັບ​ພວກເຂົາ ທັງ​ຈະ​ບໍ່​ເຂົ້າ​ໄປ​ປະຊຸມ​ບ່ອນ​ໃດໆ​ນຳ​ເດັດຂາດ ເພາະ​ພວກເຂົາ​ຂ້າ​ຄົນ​ຕັ້ງ​ຫລວງຫລາຍ ລົ້ມຕາຍ​ກັນ​ມາກມາຍ​ກໍ​ເພາະ​ຄວາມ​ໂກດຮ້າຍ. ພວກເຂົາ​ໄດ້​ໃຊ້​ມີດ​ຕັດ​ເອັນ​ຂະນ່ອງ​ງົວເຖິກ ສະໜຸກ​ດຸດດັ່ງ​ກິລາ​ຈົນ​ງົວ​ຂາ​ພິການ​ຍ້ອນ;


ຢູ່​ໃນ​ເມືອງ​ກິນການ​ຍັງ​ມີ​ຊາຍ​ບໍ່​ດີ​ຄົນ​ໜຶ່ງ​ຊື່​ວ່າ ເຊບາ; ລາວ​ເປັນ​ລູກຊາຍ​ຂອງ​ບີກຣີ ຄົນ​ໃນ​ເຜົ່າ​ເບັນຢາມິນ. ລາວ​ເປົ່າແກ​ແລະ​ຮ້ອງ​ວ່າ, “ພວກເຮົາ​ບໍ່​ມີສ່ວນ​ໃນ​ດາວິດ ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ພາກັນ​ກັບເມືອ​ບ້ານ​ເຖີດ.”


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ເຫັນ​ວ່າ​ກະສັດ​ບໍ່​ຟັງຄວາມ​ຂອງ​ພວກເຂົາ; ປະຊາຊົນ​ຈຶ່ງ​ທູນ​ຕອບ​ກະສັດ​ວ່າ, “ພວກ​ຂ້ານ້ອຍ​ມີ​ສ່ວນ​ອັນ​ໃດ​ກັບ​ດາວິດ? ພວກ​ຂ້ານ້ອຍ​ທັງຫຼາຍ​ບໍ່​ມີ​ສ່ວນ​ໃນ​ມໍຣະດົກ​ຂອງ​ລູກຊາຍ​ຂອງ​ເຢຊີ ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ໄປ​ເຕັນ​ຂອງຕົນ​ເທີ້ນ ດາວິດ​ເອີຍ ຈົ່ງ​ດູແລ​ຣາຊວົງ​ຂອງທ່ານ​ເອງ​ສາ​ເຖີດ.” ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຈາກ​ໄປ​ສູ່​ເຕັນ​ຂອງ​ພວກເຂົາ.


“ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”


ຢ່າ​ດ່າ​ວ່າ​ພຣະເຈົ້າ ແລະ​ຢ່າ​ສາບແຊ່ງ​ຜູ້ນຳ​ຊົນຊາດ​ຂອງ​ພວກເຈົ້າ.


ຢ່າ​ສູ່​ຕິຕຽນ​ກະສັດ​ແມ່ນແຕ່​ລັບຫລັງ​ເພິ່ນ ແລະ​ຢ່າ​ສູ່​ຕິຕຽນ​ຄົນ​ຮັ່ງມີ ແມ່ນແຕ່​ຢູ່​ໃນ​ຫ້ອງນອນ​ສ່ວນຕົວ​ຂອງເຈົ້າ. ນົກມີຫູ​ໜູມີປີກ ຄຳເວົ້າ​ຂອງເຈົ້າ​ອາດ​ຖືກ​ນຳ​ໄປ​ບອກ​ເພິ່ນ​ກໍໄດ້.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກຳລັງ​ກ່າວ​ແມ ເຮົາ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ​ສຳລັບ​ພວກເຈົ້າ​ບໍ? ເຮົາ​ເປັນ​ດັ່ງ​ດິນແດນ​ທີ່​ມືດມົນ​ສຳລັບ​ພວກເຈົ້າ​ບໍ? ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເຮັດ​ຕາມໃຈ​ຕົນເອງ ແລະ ຕ່າງ​ກໍ​ເວົ້າ​ວ່າ ຈະ​ບໍ່​ກັບຄືນ​ມາ​ຫາ​ເຮົາ​ອີກ​ເລີຍ?’


ແຕ່​ຖ້າ​ບຸກຄົນ​ໃດ ບໍ່​ວ່າ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ນຳ​ກໍດີ ຫາກ​ເຮັດ​ບາບ​ໂດຍ​ຕັ້ງໃຈ​ດູໝິ່ນ​ປະໝາດ​ພຣະເຈົ້າຢາເວ ກໍ​ໃຫ້​ລົງໂທດ​ບຸກຄົນ​ນັ້ນ​ໃຫ້​ເຖິງ​ຕາຍ;


ມັນ​ກໍ​ເວົ້າ​ວ່າ, ‘ເຮົາ​ຈະ​ກັບຄືນ​ເມືອ​ເຮືອນ​ຂອງເຮົາ ທີ່​ເຮົາ​ໄດ້​ໜີ​ມາ.’ ດັ່ງນັ້ນ ມັນ​ຈຶ່ງ​ກັບຄືນ​ໄປ ແລະ​ພົບ​ເຮືອນ​ນັ້ນ​ເປົ່າຫວ່າງ​ຢູ່​ທັງ​ສະອາດ ແລະ​ຕົບແຕ່ງ​ໄວ້​ຢ່າງດີ​ແລ້ວ​ດ້ວຍ.


ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’


ໂປໂລ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ເພິ່ນ​ເປັນ​ມະຫາ​ປະໂຣຫິດ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ກ່າວ​ຄຳ​ຊົ່ວຮ້າຍ​ຕໍ່​ຜູ້​ປົກຄອງ​ພົນລະເມືອງ​ຂອງຕົນ.”’


ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຄົນຊົ່ວຊ້າ​ອະທຳ​ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ຢ່າ​ເຂົ້າໃຈ​ຜິດ​ວ່າ ຄົນ​ຜິດ​ຊາຍຍິງ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ຫລິ້ນຊູ້​ສູ່​ຜົວເມຍ ໂສເພນີ​ຊາຍ​ແລະ​ຍິງ ພວກ​ຮັກ​ຮ່ວມເພດ,


ເພາະ​ເຖິງ​ແມ່ນ​ວ່າ ເຮົາ​ຢູ່​ກິນ​ໃນ​ໂລກນີ້​ກໍ​ຈິງ ເຮົາ​ກໍ​ບໍ່ໄດ້​ສູ້ຮົບ​ຕາມ​ທຳມະດາ​ມະນຸດ.


ພວກເຂົາ​ບໍ່ມີ​ຄວາມ​ຮູ້ສຶກ​ຢ້ານກົວ​ຕໍ່​ບາບ ຈຶ່ງ​ໄດ້​ປ່ອຍ​ຕົວ​ໄປ​ໃນ​ທາງ​ໂລພາ​ຕັນຫາ ເພື່ອ​ເຮັດ​ການ​ຊົ່ວຮ້າຍ​ທຸກຢ່າງ​ໂດຍ​ສຸດ​ຄວາມ​ປາຖະໜາ.


ພວກເຈົ້າ​ຄົງ​ຮູ້ຈັກ​ດີ​ແລ້ວ​ວ່າ ຜູ້​ທີ່​ຫຼິ້ນຊູ້, ຜູ້​ທີ່​ເວົ້າ​ຫຍາບຊ້າ, ຜູ້​ທີ່​ໃຈ​ໂລບ (ເໝືອນ​ຂາບໄຫວ້​ຮູບເຄົາຣົບ) ຈະ​ບໍ່ໄດ້​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະຄຣິດ ແລະ​ຂອງ​ພຣະເຈົ້າ​ຈັກເທື່ອ.


ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເອີ້ນ​ເອົາ​ພວກເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ຜິດ​ສິນທຳ ແຕ່​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ບໍຣິສຸດ.


ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ;


ເພາະວ່າ​ຜູ້ປົກຄອງ​ດູແລ​ນັ້ນ ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ມອບໝາຍ​ຈາກ​ພຣະເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕຳໜິ, ບໍ່​ເປັນ​ຄົນ​ຈອງຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, ບໍ່​ເປັນ​ຄົນ​ເມົາ​ເຫຼົ້າ, ບໍ່​ເປັນ​ຄົນ​ອັນທະພານ, ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳໄລ​ໃນ​ທາງ​ບໍ່​ສັດຊື່,


ຈົ່ງ​ໃຫ້​ການ​ແຕ່ງງານ​ຂອງ​ພວກເຈົ້າ ເປັນ​ທີ່​ຍົກຍ້ອງ​ນັບຖື​ແກ່​ທຸກຄົນ ແລະ​ຈົ່ງ​ໃຫ້​ຄູ່​ຜົວ​ເມຍ​ສັດຊື່​ຕໍ່​ກັນແລະກັນ. ພຣະເຈົ້າ​ຈະ​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ສິນທຳ​ແລະ​ຄົນ​ຫລິ້ນຊູ້.


ກ່ອນ​ອື່ນ ຈົ່ງ​ຮູ້​ຂໍ້​ນີ້ ຄື​ຍຸກ​ສຸດທ້າຍ​ຈະ​ມີ​ຄົນ​ເຢາະເຢີ້ຍ​ມາ​ເວົ້າ​ສຽດສີ​ຕາມ​ໃຈ​ປາຖະໜາ​ຂອງຕົນ.


ແຕ່​ພວກ​ເຫຼົ່ານີ້ ກ່າວ​ໂຈມຕີ​ດ້ວຍ​ຄຳ​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ພວກເຂົາ​ບໍ່​ເຂົ້າໃຈ ແລະ​ສິ່ງ​ທີ່​ພວກເຂົາ​ຮູ້ຈັກ ດ້ວຍ​ຄວາມ​ຮູ້ສຶກ​ຕາມ​ນິໄສ ເໝືອນ​ດັ່ງ​ສັດຮ້າຍ​ທີ່​ບໍ່ມີ​ຄວາມ​ຄິດ ອັນ​ເປັນ​ເຫດ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຂົາ​ເອງ.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


ແຕ່​ນັກເລງ​ບາງຄົນ​ໄດ້​ເວົ້າ​ວ່າ, “ຄົນ​ນີ້​ຈະ​ຊ່ວຍ​ພວກເຮົາ​ໄດ້​ຢ່າງ​ໃດ?” ພວກເຂົາ​ໝິ່ນປະໝາດ​ໂຊນ ແລະ​ບໍ່ໄດ້​ນຳ​ເອົາ​ຂອງຂວັນ​ຫຍັງ​ມາ​ໃຫ້​ລາວ​ເລີຍ, ແຕ່​ລາວ​ກໍມິດ​ເສີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka