Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:8 - ພຣະຄຳພີສັກສິ

8 ດ້ວຍວ່າ, ຖ້າ​ສິ່ງ​ເຫຼົ່ານີ້ ມີ​ຢູ່​ໃນ​ພວກເຈົ້າ​ຢ່າງ​ບໍຣິບູນ​ແລ້ວ ກໍ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຄົນ​ດຸໝັ່ນ ແລະ​ເກີດຜົນ​ໃນ​ການ​ຮູ້ຈັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເພາະ​ຖ້າ​ພວກເຈົ້າ​ມີ​ຄຸນສົມບັດ​ເຫລົ່ານີ້​ຫລາຍຂຶ້ນ ກໍ​ຈະ​ເຮັດໃຫ້​ພວກເຈົ້າ​ມີ​ປະສິດທິພາບ ແລະ ເກີດຜົນ​ໃນ​ການ​ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




2 ເປໂຕ 1:8
33 Jak'a apnaqawi uñst'ayäwi  

ຄົນ​ຂີ້ຄ້ານ​ນອນນິ້ງ​ຕໍ່ໄປ​ເສີຍ ຄົນ​ບໍ່​ເຮັດ​ຫຍັງ​ເລີຍ​ກໍ​ຈະ​ຫິວໂຫຍ​ເປັນແນ່.


ບາງ​ເມັດ​ທີ່​ຕົກ​ໃສ່​ກາງ​ຟຸ່ມ​ໜາມ ຄື​ຄົນ​ທີ່​ໄດ້ຍິນ​ພຣະທຳ ແຕ່​ຍັງ​ກັງວົນ​ເຖິງ​ຊີວິດ​ຢູ່​ໃນ​ໂລກນີ້ ແລະ​ຄວາມ​ຢາກ​ຮັ່ງ​ຢາກ​ມີ​ຫຸ້ມຮັດ​ພຣະທຳ​ນັ້ນ​ເສຍ​ຈຶ່ງ​ບໍ່​ເກີດຜົນ.


ໃນ​ເວລາ​ເກົ້າ​ໂມງ​ເຊົ້າ ເພິ່ນ​ກໍ​ອອກ​ໄປ​ອີກ ແລະ​ເຫັນ​ຄົນອື່ນ​ຢູ່​ລ້າໆ​ໃນ​ກາງ​ຕະຫລາດ


ພໍ​ເພິ່ນ​ອອກ​ໄປ​ອີກ​ເມື່ອ​ເວລາ​ປະມານ​ຫ້າ​ໂມງ​ແລງ ແລະ​ເຫັນ​ຄົນອື່ນ​ຢືນ​ຢູ່​ທີ່​ນັ້ນ ເພິ່ນ​ຈຶ່ງ​ຖາມ​ພວກເຂົາ​ວ່າ ‘ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຢູ່​ທີ່​ນີ້​ໝົດ​ມື້ ໂດຍ​ບໍ່​ເຮັດ​ຫຍັງ?’


ນາຍ​ຂອງ​ລາວ​ຕອບ​ວ່າ, ‘ອ້າຍ​ຄົນ​ໃຊ້​ຜູ້​ຊົ່ວຊ້າ​ແລະ​ກຽດຄ້ານ​ເອີຍ ເຈົ້າ​ຮູ້​ວ່າ ເຮົາ​ເກັບກ່ຽວ​ເອົາ​ຜົນ​ໃນ​ບ່ອນ​ທີ່​ເຮົາ​ບໍ່ໄດ້​ຫວ່ານ ແລະ​ຮວບຮວມ​ເອົາ​ຜົນລະປູກ​ໃນ​ບ່ອນ​ທີ່​ເຮົາ​ບໍ່ໄດ້​ຝັດ?’


ກິ່ງ​ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ ພຣະອົງ​ຊົງ​ລິ​ຖິ້ມ​ເສຍ ແລະ​ກິ່ງ​ທຸກ​ກິ່ງ​ທີ່​ເກີດຜົນ ພຣະອົງ​ຊົງ​ຕອນ ເພື່ອ​ໃຫ້​ເກີດຜົນ​ຫລາຍ​ຂຶ້ນ.


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ແຕ່​ເຮົາ​ຮູ້​ວ່າ ເຈົ້າ​ທັງຫລາຍ​ບໍ່ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ໃນ​ໃຈ​ເລີຍ.


ຈົ່ງ​ເຮັດ​ວຽກ​ຢ່າງ​ເຕັມ​ກຳລັງ ແລະ​ຢ່າ​ກຽດຄ້ານ ຈົ່ງ​ຮັບໃຊ້​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ຈິດໃຈ​ຮ້ອນຮົນ​ດ້ວຍ​ພຣະວິນຍານ.


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ຈົ່ງ​ພິຈາລະນາ​ເບິ່ງ​ຕົນເອງ​ວ່າ, ພວກເຈົ້າ​ຕັ້ງ​ຢູ່​ໃນ​ຄວາມເຊື່ອ​ຫລື​ບໍ? ຈົ່ງ​ພິສູດ​ຕົວ​ເອງ​ສາ ເຈົ້າ​ທັງຫລາຍ​ບໍ່​ຮູ້​ຫລື​ວ່າ ພຣະເຢຊູ​ຄຣິດເຈົ້າ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ເວັ້ນ​ເສຍ​ແຕ່​ພວກເຈົ້າ​ຈະ​ຜ່ານ​ການ​ພິສູດ​ນັ້ນ​ບໍ່ໄດ້.


ເພາະວ່າ ເມື່ອ​ຄາວ​ທີ່​ພວກເຂົາ​ຖືກ​ທົດລອງ​ຢ່າງ​ໜັກ ໂດຍ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ ຄວາມ​ຍິນດີ​ອັນ​ເຫລືອລົ້ນ ແລະ​ຄວາມ​ຍາກຈົນ​ອັນ​ເຫຼືອ​ປະມານ​ຂອງ​ພວກເຂົາ​ນັ້ນ ກໍໄດ້​ປາກົດ​ລົ້ນ​ອອກ​ມາ​ເປັນ​ໃຈ​ສັດທາ​ອັນ​ກວ້າງຂວາງ.


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ມີ​ບໍຣິບູນ​ໃນ​ທຸກສິ່ງ ຄື​ຄວາມເຊື່ອ, ຖ້ອຍຄຳ, ວິຊາ​ຄວາມຮູ້, ຄວາມ​ກະຕື​ລືລົ້ນ ແລະ​ຄວາມຮັກ​ຕໍ່​ເຮົາ, ເຈົ້າ​ທັງຫລາຍ​ກໍ​ຈົ່ງ​ປະກອບ​ການ​ກຸສົນ​ນີ້​ຢ່າງ​ບໍຣິບູນ​ເໝືອນກັນ.


ຝ່າຍ​ພວກເຂົາ​ກໍ​ຈະ​ຮັກແພງ ແລະ​ພາວັນນາ​ອະທິຖານ​ເພື່ອ​ເຈົ້າ​ທັງຫລາຍ ເພາະ​ເຫດ​ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ສະຖິດ​ຢູ່​ໃນ​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ໃຫຍ່​ຂຶ້ນ​ຢູ່​ສະເໝີ ຈົນ​ເກີດ​ມີ​ຄວາມ​ຮູ້​ອັນ​ແທ້ຈິງ ແລະ​ຄວາມ​ເຂົ້າໃຈ​ອັນ​ຄົບຖ້ວນ​ບໍຣິບູນ,


ເຈົ້າ​ທັງຫລາຍ​ຈົ່ງ​ມີ​ນໍ້າໃຈ​ຕໍ່​ກັນ ເໝືອນ​ຢ່າງ​ທີ່​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ,


ທີ່​ຈິງ ເຮົາ​ຖື​ວ່າ​ສິ່ງສາລະພັດ​ເປັນ​ຂອງ​ໄຮ້​ປະໂຫຍດ ເພາະ​ເຫັນ​ແກ່​ສິ່ງ​ທີ່​ມີ​ຄຸນຄ່າ​ຫລາຍ​ເຫລືອລົ້ນ​ກວ່າ​ນັ້ນ​ອີກ ຄື​ການ​ຮູ້​ເຖິງ​ພຣະຄຣິດເຈົ້າ​ເຢຊູ ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ ເພາະ​ເຫດ​ພຣະອົງ​ນັ້ນ ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ສິ່ງສາລະພັດ ແລະ​ຖື​ວ່າ​ສິ່ງ​ເຫຼົ່ານັ້ນ​ເປັນ​ເໝືອນ​ຂີ້ເຫຍື້ອ ເພື່ອ​ຈະ​ໄດ້​ອົງ​ພຣະຄຣິດ​ມາ​ເປັນ​ປະໂຫຍດ​ແກ່​ເຮົາ


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ.


ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຊີວິດ​ຂອງ​ພວກເຈົ້າ​ຂຶ້ນ​ເທິງ​ພຣະອົງ ແລະ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ຄຳສັ່ງສອນ​ມາ​ແລ້ວ​ນັ້ນ ຈົ່ງ​ໃຫ້​ຈິດໃຈ​ເຕັມລົ້ນ​ດ້ວຍ​ການ​ຂອບພຣະຄຸນ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ ແລະ​ລົ້ນ​ເຫຼືອ​ໄປ​ດ້ວຍ​ຄວາມຮັກ ທີ່​ມີ​ຕໍ່​ກັນແລະກັນ ແລະ ຕໍ່​ຄົນ​ທັງປວງ ເໝືອນ​ດັ່ງ​ທີ່​ພວກເຮົາ​ມີ​ຄວາມຮັກ​ຕໍ່​ພວກເຈົ້າ​ນັ້ນ​ແລ້ວ


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.


ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ໃຫ້​ຮຽນຮູ້​ທີ່​ຈະ​ເຮັດ​ການ​ດີ​ເໝືອນກັນ ເພື່ອ​ຈະ​ເປັນ​ປະໂຫຍດ​ເມື່ອ​ເຖິງ​ຄາວ​ຈຳເປັນ ແລະ​ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ຄົນ​ທີ່​ບໍ່​ເກີດຜົນ.


ເຮົາ​ໄດ້​ພາວັນນາ​ອະທິຖານ ຂໍ​ໃຫ້​ການ​ເຂົ້າສ່ວນ​ໃນ​ຄວາມເຊື່ອ​ຂອງ​ເຈົ້າ​ນັ້ນ ຈົ່ງ​ໄດ້​ເກີດຜົນ ຄື​ເພີ່ມພູນ​ຄວາມ​ສັງເກດ​ຮູ້​ໃນ​ການ​ດີ​ທຸກຢ່າງ ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດ.


ພວກເຮົາ​ບໍ່​ປາຖະໜາ​ໃຫ້​ພວກເຈົ້າ​ກາຍເປັນ​ຄົນ​ກຽດຄ້ານ ແຕ່​ໃຫ້​ເປັນ​ເໝືອນ​ຄົນ​ເຫຼົ່ານັ້ນ ທີ່​ອາໄສ​ຄວາມເຊື່ອ​ແລະ​ຄວາມ​ພຽນ​ອົດທົນ ຈຶ່ງ​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ເພີ່ມ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ ໂດຍ​ການ​ຮູ້ຈັກ​ໃນ​ພຣະເຈົ້າ ແລະ​ໃນ​ພຣະເຢຊູເຈົ້າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ດ້ວຍ​ເຫັນ​ແລ້ວ​ວ່າ ຣິດເດດ​ຂອງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ສິ່ງສາລະພັດ​ແກ່​ພວກເຮົາ ຊຶ່ງ​ຈຳເປັນ​ຕໍ່​ຊີວິດ ແລະ​ຕໍ່​ການ​ດຳເນີນ​ຕາມ​ທາງ​ຂອງ​ພຣະເຈົ້າ ໂດຍ​ການ​ຮູ້ຈັກ​ພຣະອົງ ຜູ້​ທີ່​ຊົງ​ເອີ້ນ​ພວກເຈົ້າ​ດ້ວຍ​ສະຫງ່າຣາສີ ແລະ​ຄວາມ​ລໍ້າເລີດ​ຂອງ​ພຣະອົງ​ເອງ.


ເພາະວ່າ ຖ້າ​ຫລັງຈາກ​ທີ່​ພວກເຂົາ​ພົ້ນ​ແລ້ວ ຈາກ​ກິເລດ​ຕັນຫາ​ຂອງ​ໂລກນີ້. ດ້ວຍ​ການ​ທີ່​ພວກເຂົາ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ, ພວກເຂົາ​ກັບ​ໄປ​ພົວພັນ ແລະ​ຖືກ​ພ່າຍແພ້​ແກ່​ຄົນຊົ່ວຮ້າຍ​ນັ້ນ​ອີກ. ສະພາບ​ບັ້ນປາຍ​ຂອງ​ພວກເຂົາ ກໍ​ກັບ​ຊົ່ວຮ້າຍ​ກວ່າ​ບັ້ນຕົ້ນ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka