Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:5 - ພຣະຄຳພີສັກສິ

5 ເພາະ​ເຫດ​ນີ້​ແຫຼະ ເຈົ້າ​ທັງຫລາຍ​ຈົ່ງ​ອົດສາ​ພະຍາຍາມ​ຈົນ​ສຸດ​ກຳລັງ ເພື່ອ​ຈະ​ເອົາ​ຄຸນຄວາມດີ​ເພີ່ມ​ຄວາມເຊື່ອ ແລະ​ເອົາ​ຄວາມຮູ້​ເພີ່ມ​ຄວາມດີ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ດ້ວຍເຫດນີ້, ພວກເຈົ້າ​ຈົ່ງ​ພະຍາຍາມ​ທຸກ​ວິທີ​ທີ່​ຈະ​ເພີ່ມ​ຄວາມດີ​ເຂົ້າ​ກັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ແລະ ເພີ່ມ​ຄວາມຮູ້​ເຂົ້າ​ກັບ​ຄວາມດີ,

Uka jalj uñjjattʼäta Copia luraña




2 ເປໂຕ 1:5
25 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ມອບ​ກົດບັນຍັດ​ໃຫ້ ແລະ​ບອກ​ໃຫ້​ພວກ​ຂ້ານ້ອຍ​ເຊື່ອຟັງ​ກົດບັນຍັດ​ນັ້ນ​ຢ່າງ​ສັດຊື່.


ຈົ່ງ​ລະວັງ​ສິ່ງ​ທີ່​ເຈົ້າ​ຄິດ​ຢູ່ໃນໃຈ​ໃຫ້​ດີ ເພາະ​ຊີວິດ​ຂອງ​ຄົນ​ຖືກ​ຫລໍ່ຫລອມ​ຂຶ້ນ​ໂດຍ​ຄວາມ​ນຶກຄິດ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ຜູ້​ທີ່​ຢູ່​ຫ່າງໄກ​ກໍ​ຈະ​ມາ​ຊ່ວຍ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່. ແລະ​ເມື່ອ​ສ້າງ​ຂຶ້ນ​ໃໝ່​ແລ້ວ ພວກເຈົ້າ​ຈະ​ຮູ້ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ໃຊ້​ຂ້າພະເຈົ້າ​ມາ​ຫາ​ພວກເຈົ້າ. ເຫດການ​ທັງໝົດ​ນີ້​ຈະ​ເກີດຂຶ້ນ​ແທ້ ຖ້າ​ພວກເຈົ້າ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຢ່າງ​ຄົບຖ້ວນ.


ນອກຈາກນີ້​ອີກ ລະຫວ່າງ​ພວກເຮົາ​ກັບ​ພວກເຈົ້າ ຍັງ​ມີ​ເຫວເລິກ​ຕັ້ງ​ຂວາງກັ້ນ​ຢູ່ ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ທີ່​ຢາກ​ຂ້າມ​ຈາກ​ທີ່​ນີ້​ໄປ​ຫາ​ພວກເຈົ້າ​ໄດ້ ທັງ​ບໍ່​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ຈາກ​ທີ່​ນັ້ນ​ຂ້າມ​ມາ​ຫາ​ພວກເຮົາ​ໄດ້​ອີກ​ດ້ວຍ.’


ພວກເຮົາ​ເຄີຍ​ຫວັງ​ວ່າ ແມ່ນ​ເພິ່ນ​ຜູ້​ນີ້​ແຫຼະ ທີ່​ຈະ​ເປັນ​ຜູ້​ປົດປ່ອຍ​ຊາດ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ ນອກຈາກ​ເລື່ອງ​ທີ່​ກ່າວ​ມາ​ນັ້ນ ວັນ​ນີ້ ກໍ​ເປັນ​ວັນ​ຖ້ວນ​ສາມ​ແລ້ວ ຕັ້ງແຕ່​ເຫດການ​ໄດ້​ເກີດຂຶ້ນ.


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.


ສະນັ້ນ ຢ່າ​ສູ່​ເປັນ​ຄົນໂງ່ຈ້າ ແຕ່​ຈົ່ງ​ຊອກ​ຮູ້​ວ່າ ສິ່ງໃດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຢາກ​ໃຫ້​ພວກເຈົ້າ​ເຮັດ.


ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ຄວາມຮັກ​ຂອງ​ພວກເຈົ້າ​ໃຫຍ່​ຂຶ້ນ​ຢູ່​ສະເໝີ ຈົນ​ເກີດ​ມີ​ຄວາມ​ຮູ້​ອັນ​ແທ້ຈິງ ແລະ​ຄວາມ​ເຂົ້າໃຈ​ອັນ​ຄົບຖ້ວນ​ບໍຣິບູນ,


ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.


ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທີ່ສຸດ​ນີ້ ສິ່ງໃດ​ທີ່​ສັດຈິງ ສິ່ງໃດ​ທີ່​ໜ້າ​ນັບຖື ສິ່ງໃດ​ທີ່​ຍຸດຕິທຳ ສິ່ງໃດ​ທີ່​ບໍຣິສຸດ ສິ່ງໃດ​ທີ່​ໜ້າຮັກ ສິ່ງໃດ​ທີ່​ໜ້າຍິນດີ ສິ່ງໃດ​ທີ່​ລໍ້າເລີດ ແລະ​ຖ້າ​ມີ​ສິ່ງໃດ​ຄວນ​ແກ່​ການ​ສັນລະເສີນ ຈົ່ງ​ພິຈາລະນາ​ເຖິງ​ສິ່ງ​ເຫຼົ່ານັ້ນ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ຊຶ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ​ຄວາມຮູ້​ທັງໝົດ​ຊົງ​ບັງຊ້ອນ​ໄວ້​ໃນ​ພຣະອົງ.


ແຕ່​ຖ້າ​ບໍ່ມີ​ຄວາມເຊື່ອ​ແລ້ວ ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ບໍ່ໄດ້. ດ້ວຍວ່າ, ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະອົງ​ຊົງພຣະຊົນ​ຢູ່ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ປະທານ​ລາງວັນ ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະອົງ.


ຈົ່ງ​ລະວັງ​ໃຫ້​ດີ ຢ້ານ​ວ່າ​ຈະ​ມີ​ຜູ້​ຫັນ​ໜີ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ, ຢ້ານ​ວ່າ​ຈະ​ມີ​ຮາກ​ອັນ​ຂົມຂື່ນ​ງອກ​ຂຶ້ນ​ມາ ແລະ​ສ້າງ​ຄວາມ​ເດືອດຮ້ອນ​ຫຍຸ້ງຍາກ ຈຶ່ງ​ຈະ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ​ຊົ່ວ​ມົວໝອງ​ໄປ.


ຄວາມ​ປາຖະໜາ​ອັນ​ຍິ່ງໃຫຍ່​ຂອງ​ພວກເຮົາ ແມ່ນ​ໃຫ້​ແຕ່ລະຄົນ​ໃນ​ພວກເຈົ້າ ມີ​ຄວາມ​ຮ້ອນຮົນ​ຢ່າງ​ດຽວກັນ​ຈົນເຖິງ​ທີ່ສຸດ ເພື່ອ​ວ່າ​ສິ່ງ​ທີ່​ພວກເຈົ້າ​ຫວັງ​ໄວ້​ນັ້ນ​ຈະ​ໄດ້​ສຳເລັດ.


ກໍໄດ້​ກັບ​ມາ​ລາຍງານ​ໂຢຊວຍ​ວ່າ, “ບໍ່​ຈຳເປັນ​ຈະ​ສົ່ງ​ທຸກໆ​ຄົນ​ໄປ​ຕີ​ເອົາ​ເມືອງ​ອາອີ. ໃຫ້​ສົ່ງ​ພຽງແຕ່​ສອງ​ຫລື​ສາມພັນ​ຄົນ​ເທົ່ານັ້ນ​ໄປ​ກໍ​ພໍ. ຢ່າ​ສົ່ງ​ກອງທັບ​ທັງໝົດ​ຂຶ້ນ​ໄປ​ສູ້ຮົບ​ໃນ​ທີ່ນັ້ນ ເພາະ​ເມືອງ​ອາອີ​ນີ້​ບໍ່​ເປັນ​ເມືອງ​ໃຫຍ່.”


ເຈົ້າ​ທັງຫລາຍ​ທີ່​ເປັນ​ຜົວ​ກໍ​ເໝືອນກັນ ຈົ່ງ​ຢູ່​ກິນ​ກັບ​ເມຍ​ດ້ວຍ​ເຂົ້າໃຈ​ວ່າ ນາງ​ເປັນ​ເພດ​ທີ່​ອ່ອນແອ​ກວ່າ ຈົ່ງ​ນັບຖື​ເມຍ ເໝືອນ​ເປັນ​ຜູ້​ຮ່ວມ​ກັນ​ຮັບ​ພຣະຄຸນ​ແຫ່ງ​ຊີວິດ ເປັນ​ມໍຣະດົກ ເພື່ອ​ບໍ່​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ຂັດຂວາງ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.


ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດສາ​ພະຍາຍາມ​ຫລາຍກວ່າ​ເກົ່າ ເຮັດ​ໃຫ້​ຕົນເອງ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ. ເພາະວ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມ​ລົງ​ຈັກເທື່ອ.


ດ້ວຍ​ທາງ​ນີ້​ແຫຼະ ພຣະເຈົ້າ​ຈະ​ຊົງ​ປະທານ​ສິດ​ສົມບູນ​ແກ່​ເຈົ້າ​ທັງຫລາຍ ໃຫ້​ເຂົ້າ​ໄປ​ໃນ​ຣາຊ​ແຜ່ນດິນ​ອັນ​ນິຣັນດອນ ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ.


ດ້ວຍເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ເຈົ້າ​ທັງຫລາຍ​ກຳລັງ​ຄອຍຖ້າ​ສິ່ງ​ເຫຼົ່ານີ້​ຢູ່ ຈົ່ງ​ອົດສາ​ພະຍາຍາມ​ໃຫ້​ພຣະອົງ​ຊົງ​ພົບ​ພວກເຈົ້າ​ຢູ່​ໃນ​ຄວາມ​ສະຫງົບ ໂດຍ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລະ​ຂໍ້​ຕຳໜິ.


ແຕ່​ຂໍ​ໃຫ້​ເຈົ້າ​ທັງຫລາຍ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ແລະ​ໃນ​ຄວາມຮູ້ ຊຶ່ງ​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ. ຂໍ​ໃຫ້​ພຣະກຽດ​ຈົ່ງ​ມີ​ແດ່​ພຣະອົງ ທັງ​ໃນ​ປະຈຸບັນ​ແລະ​ຕະຫລອດ​ຊົ່ວ​ນິຣັນດອນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka