Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:21 - ພຣະຄຳພີສັກສິ

21 ເພາະວ່າ ຄຳທຳນວາຍ​ນັ້ນ​ບໍ່ໄດ້​ມາ​ຈາກ​ນໍ້າໃຈ​ຂອງ​ມະນຸດ​ຈັກເທື່ອ, ແຕ່​ມະນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະເຈົ້າ ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ດົນໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເພາະ​ຄຳ​ເປີດເຜີຍ​ນັ້ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈາກ​ເຈດຕະນາ​ຂອງ​ມະນຸດ ເຖິງ​ແມ່ນ​ວ່າ​ຜູ້ທຳນວາຍ​ຈະ​ເປັນ​ມະນຸດ ກໍ​ກ່າວ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ນຳ​ພວກເພິ່ນ.

Uka jalj uñjjattʼäta Copia luraña




2 ເປໂຕ 1:21
29 Jak'a apnaqawi uñst'ayäwi  

“ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກ່າວ​ຜ່ານ​ຂ້ານ້ອຍ ຖ້ອຍຄຳ​ພຣະອົງ​ຢູ່​ທີ່​ລີ້ນ​ຂອງ​ຂ້ານ້ອຍ.


ຍັງ​ມີ​ຄົນ​ຂອງ​ພຣະເຈົ້າ​ຄົນ​ໜຶ່ງ​ຈາກ​ຢູດາຍ ທີ່​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ໃຫ້​ໄປ​ທີ່​ເມືອງ​ເບັດເອນ. ເພິ່ນ​ໄດ້​ມາ​ຮອດ​ບ່ອນ​ນັ້ນ​ໃນ​ຂະນະທີ່​ກະສັດ​ເຢໂຣໂບອາມ ກຳລັງ​ຢືນ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນ.


ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”


ແມ່ໝ້າຍ​ໄດ້​ກ່າວ​ຕໍ່​ເອລີຢາ​ວ່າ, “ບັດນີ້ ຂ້ານ້ອຍ​ຮູ້​ແລ້ວ​ວ່າ​ທ່ານ​ເປັນ​ຄົນ​ຂອງ​ພຣະເຈົ້າ; ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ທາງ​ທ່ານ​ຢ່າງ​ແທ້ຈິງ.”


ແລ້ວ​ນາງ​ກໍ​ເອີ້ນ​ຜົວ​ມາ ແລະ​ບອກ​ວ່າ, “ສົ່ງ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ກັບ​ລໍ​ມາ​ໃຫ້​ແດ່. ຂ້ອຍ​ຈຳເປັນ​ຕ້ອງ​ໄປ​ຫາ​ຄົນ​ຂອງ​ພຣະເຈົ້າ. ຂ້ອຍ​ຈະ​ກັບ​ມາ​ໄວ​ເທົ່າທີ່ຈະ​ໄວ​ໄດ້.”


ນາງ​ໄດ້​ກັບ​ໄປ​ຫາ​ຜູ້ທຳນວາຍ​ເອລີຊາ ແລະ​ເພິ່ນ​ໄດ້​ບອກ​ນາງ​ວ່າ, “ຈົ່ງ​ຂາຍ​ນໍ້າມັນ​ໝາກກອກເທດ​ທັງໝົດ​ນີ້ ແລະ​ຈ່າຍ​ຄ່າ​ໜີ້​ຂອງ​ເຈົ້າ​ສາ ແລະ​ເຈົ້າ​ຍັງ​ຈະ​ມີ​ເງິນ​ເຫຼືອ​ພໍ​ລ້ຽງຊີບ​ຂອງເຈົ້າ ແລະ​ລູກຊາຍ​ທັງສອງ​ຂອງເຈົ້າ​ຕໍ່ໄປ.”


ນາງ​ໄດ້​ເວົ້າ​ກັບ​ຜົວ​ຂອງຕົນ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ຊາຍ​ຜູ້​ທີ່​ມາ​ນີ້​ເລື້ອຍໆ​ເປັນ​ຜູ້​ບໍຣິສຸດ​ຄົນ​ໜຶ່ງ​ຂອງ​ພຣະເຈົ້າ.


ດັ່ງນັ້ນ ກະສັດ​ແຫ່ງ​ອິດສະຣາເອນ​ຈຶ່ງ​ໄດ້​ສົ່ງ​ຖ້ອຍຄຳ​ທີ່​ຄົນ​ຂອງ​ພຣະເຈົ້າ​ບອກ​ໄປຫາ​ທະຫານ ທີ່​ຢູ່​ໃນ​ບ່ອນ​ນັ້ນ​ໃຫ້​ລະມັດ​ລະວັງຕົວ. ເຫດການ​ຢ່າງ​ນີ້​ໄດ້​ເກີດຂຶ້ນ​ຫລາຍ​ຄັ້ງ​ຫລາຍຄາວ.


ມື້​ຕໍ່ມາ ຄົນ​ຮັບໃຊ້​ຄົນ​ຂອງ​ພຣະເຈົ້າ​ໄດ້​ລຸກ​ຂຶ້ນ​ແຕ່​ເຊົ້າໆ ແລະ​ອອກ​ໄປ​ທາງ​ນອກເຮືອນ ລາວ​ຈຶ່ງ​ເຫັນ​ກຳລັງ​ທະຫານ​ຂອງ​ຊີເຣຍ ພ້ອມ​ດ້ວຍ​ຝູງມ້າ ແລະ​ລົດຮົບ​ອ້ອມ​ເມືອງ​ຢູ່. ລາວ​ຟ້າວ​ກັບຄືນ​ໄປ​ຫາ​ເອລີຊາ ແລະ​ຮ້ອງ​ຂຶ້ນ​ວ່າ, “ນາຍເອີຍ ຕາຍແລ້ວ​ບັດນີ້ ພວກເຮົາ​ຈະ​ເຮັດ​ຢ່າງໃດ?”


ແຕ່​ພວກ​ລູກຊາຍ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ​ນັ້ນ ນັບ​ເຂົ້າ​ກັບ​ພວກເລວີ.)


ເພື່ອ​ປະຕິບັດ​ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ​ໄດ້​ວາງ​ໄວ້ ເພິ່ນ​ໄດ້​ຈັດ​ວຽກ​ປະຈຳວັນ​ໃຫ້​ແກ່​ພວກ​ປະໂຣຫິດ ແລະ​ພວກເລວີ​ທີ່​ເປັນ​ຜູ້​ຊ່ວຍ​ຮ້ອງເພງ​ແລະ​ເຮັດ​ວຽກ​ໃຫ້​ພວກ​ປະໂຣຫິດ. ເພິ່ນ​ຍັງ​ໄດ້​ຈັດຕັ້ງ​ໃຫ້​ມີ​ທະຫານ​ເຝົ້າຍາມ​ພຣະວິຫານ​ເປັນ​ໝວດໆ ເພື່ອ​ເຮັດ​ໜ້າທີ່​ປະຈຳວັນ ຢູ່​ຕາມ​ແຕ່ລະ​ປະຕູ​ເຂົ້າ​ພຣະວິຫານ ຕາມ​ຂໍ້ຄຳສັ່ງ​ຂອງ​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ.


ຜູ້ທຳນວາຍ​ເຫຼົ່ານີ້​ຍັງ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ໄປ​ໃນ​ທາງ​ຜິດ ດ້ວຍ​ການຕົວະ​ທີ່​ພວກເຂົາ​ແຕ່ງຂຶ້ນ​ມາ​ນັ້ນ​ອີກ​ດົນ​ປານໃດ?


ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ຄວບຄຸມ​ຂ້າພະເຈົ້າ.


ພຣະທຳ​ເລື່ອງນີ້​ບັນຈຸ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ສົ່ງ​ເຖິງ​ມີກາ ຊາວ​ເມືອງ​ໂມເຣເຊັດ ຢູ່​ໃນ​ສະໄໝ​ຂອງ​ເຈົ້າ​ໂຢທາມ ອາຮາດ ແລະ​ເຮເຊກີຢາ ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ. ພຣະອົງ​ໄດ້​ສຳແດງ​ໃຫ້​ມີກາ​ຮູ້​ສິ່ງ​ທັງໝົດ​ເຫຼົ່ານີ້ ກ່ຽວກັບ​ນະຄອນ​ຊາມາເຣຍ​ແລະ​ນະຄອນ​ເຢຣູຊາເລັມ.


ຜູ້ໃດ​ທີ່​ກ່າວ​ລ່ວງໜ້າ​ເຖິງ​ອະນາຄົດ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ເພາະ​ຄວາມ​ຫລົ້ມເຫລວ​ຂອງຕົນ. ທຸກຄົນ​ໃນ​ພວກເຂົາ​ຈະ​ເສຍກຽດ ເພາະ​ພຣະເຈົ້າ​ບໍ່​ຕອບ​ພວກເຂົາ.”


ໂມເຊ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ດ້ວຍ​ວິທີ​ນີ້ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຂ້າພະເຈົ້າ​ບໍ່ໄດ້​ເລືອກ​ເຮັດ​ເອງ.


ເພາະວ່າ​ດາວິດ​ເອງ​ໄດ້​ກ່າວ​ດ້ວຍ​ຣິດເດດ​ພຣະວິນຍານ​ບໍຣິສຸດເຈົ້າ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ວ່າ, ຈົ່ງ​ນັ່ງ​ເບື້ອງ​ຂວາ​ຂອງເຮົາ ຈົນກວ່າ​ເຮົາ​ໄດ້​ປາບ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ ໃຫ້​ລົງ​ຢູ່​ໃຕ້​ຕີນ​ຂອງ​ເຈົ້າ.’


ຕາມ​ທີ່​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ ຕັ້ງແຕ່​ສະໄໝ​ບູຮານ ໂດຍ​ປາກ​ຜູ້ທຳນວາຍ​ບໍຣິສຸດ​ຂອງ​ພຣະອົງ.


“ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ້ຄວາມ​ໃນ​ພຣະຄຳພີ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ໄວ້​ລ່ວງໜ້າ ໂດຍ​ຜ່ານ​ທາງ​ກະສັດ​ດາວິດ​ຕ້ອງ​ສຳເລັດ​ເປັນ​ຈິງ, ຂໍ້ຄວາມ​ນັ້ນ​ເວົ້າ​ເຖິງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ.


ເມື່ອ​ຄວາມເຫັນ​ບໍ່​ລົງລອຍ​ກັນ​ພວກເຂົາ​ຈຶ່ງ​ລາ​ຈາກ​ກັນ​ໄປ. ຫລັງຈາກ​ໂປໂລ​ໄດ້​ກ່າວ​ຄຳ​ໜຶ່ງ​ຕື່ມ​ອີກ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ຊົງ​ກ່າວ​ຢ່າງ​ຖືກຕ້ອງ​ກັບ​ບັນພະບຸລຸດ​ຂອງ​ເຈົ້າ​ທັງຫລາຍ ຜ່ານທາງ​ຜູ້ທຳນວາຍ​ເອຊາຢາ


ແຕ່​ເຫດ​ເຫຼົ່ານັ້ນ ທີ່​ພຣະເຈົ້າ​ໄດ້​ຊົງ​ປະກາດ​ໄວ້​ລ່ວງໜ້າ ໂດຍ​ປາກ​ຂອງ​ພວກ​ຜູ້ທຳນວາຍ​ທັງໝົດ​ວ່າ, ພຣະຄຣິດ​ຂອງ​ພຣະເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ພຣະອົງ​ຈຶ່ງ​ຊົງ​ໃຫ້​ສຳເລັດ​ດັ່ງນີ້.


ຕໍ່ໄປນີ້ ແມ່ນ​ຄຳອວຍພອນ​ທີ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ ໄດ້​ກ່າວ​ໃຫ້​ປະຊາຊົນ​ອິດສະຣາເອນ​ກ່ອນ​ເພິ່ນ​ຈະ​ຕາຍ.


ຝ່າຍ​ພຣະວິນຍານ​ບໍຣິສຸດເຈົ້າ ກໍ​ເປັນ​ພະຍານ​ໃຫ້​ແກ່​ພວກເຮົາ​ເໝືອນກັນ ເພາະ​ພຣະອົງ​ໄດ້​ຊົງ​ກ່າວ​ໄວ້​ແລ້ວ​ວ່າ,


ດ້ວຍເຫດນັ້ນ ຈຶ່ງ​ເປັນ​ໄປ​ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ກ່າວ​ໄວ້​ວ່າ, “ວັນ​ນີ້​ຖ້າ​ເຈົ້າ​ທັງຫລາຍ ໄດ້ຍິນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ


ໂດຍ​ສິ່ງ​ນີ້​ເອງ ພຣະວິນຍານ​ບໍຣິສຸດເຈົ້າ ຈຶ່ງ​ຊົງ​ສຳແດງ​ວ່າ ທາງ​ທີ່​ນຳ​ເຂົ້າ​ສູ່​ສະຖານທີ່​ສັກສິດ​ທີ່ສຸດ​ນັ້ນ​ຍັງ​ບໍ່​ເປີດ ຕາບໃດ​ທີ່​ຫ້ອງ​ຊັ້ນນອກ​ນັ້ນ​ຍັງ​ຕັ້ງ​ຢູ່.


ມື້ໜຶ່ງ ມີ​ບາງຄົນ​ຈາກ​ເຜົ່າ​ຢູດາ​ໄດ້​ມາ​ຫາ​ໂຢຊວຍ​ທີ່​ເມືອງ​ກິນການ. ກາເລັບ ລູກຊາຍ​ຂອງ​ເຢຟຸນເນ​ຊາວ​ເກນິດ ແມ່ນ​ຜູ້ໜຶ່ງ​ໃນ​ຈຳນວນ​ພວກ​ນີ້. ລາວ​ໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ທ່ານ​ກໍ​ຮູ້​ເຖິງ​ເລື່ອງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ທີ່​ກາເດັດ​ບາກເນອາ ເລື່ອງ​ຂອງທ່ານ​ແລະ​ຂ້າພະເຈົ້າ​ແກ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ.


ພວກເພິ່ນ​ໄດ້​ສຶບຄົ້ນ​ຫາ​ວ່າ ພຣະວິນຍານ​ຂອງ​ພຣະຄຣິດ ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເພິ່ນ ໄດ້​ຖືກ​ບົ່ງບອກ​ໄວ້ ເຖິງ​ຄາວ​ໃດ​ແລະ​ເວລາ​ໃດ ເມື່ອ​ພຣະອົງ​ຊົງ​ທຳນວາຍ​ໄວ້ ເຖິງ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ ແລະ​ເຖິງ​ສະຫງ່າຣາສີ ທີ່​ຈະ​ມາ​ພາຍຫລັງ​ຄວາມ​ທົນທຸກ​ທໍລະມານ​ນັ້ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka