2 ເປໂຕ 1:2 - ພຣະຄຳພີສັກສິ2 ຂໍໃຫ້ພຣະຄຸນແລະສັນຕິສຸກ ຈົ່ງເພີ່ມທະວີຄູນແກ່ເຈົ້າທັງຫລາຍ ໂດຍການຮູ້ຈັກໃນພຣະເຈົ້າ ແລະໃນພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າຢ່າງລົ້ນເຫລືອຜ່ານທາງການຮູ້ຈັກພຣະເຈົ້າ ແລະ ຮູ້ຈັກພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ. Uka jalj uñjjattʼäta |
ທີ່ຈິງ ເຮົາຖືວ່າສິ່ງສາລະພັດເປັນຂອງໄຮ້ປະໂຫຍດ ເພາະເຫັນແກ່ສິ່ງທີ່ມີຄຸນຄ່າຫລາຍເຫລືອລົ້ນກວ່ານັ້ນອີກ ຄືການຮູ້ເຖິງພຣະຄຣິດເຈົ້າເຢຊູ ອົງພຣະຜູ້ເປັນເຈົ້າຂອງເຮົາ ເພາະເຫດພຣະອົງນັ້ນ ເຮົາຈຶ່ງໄດ້ຍອມສະຫລະສິ່ງສາລະພັດ ແລະຖືວ່າສິ່ງເຫຼົ່ານັ້ນເປັນເໝືອນຂີ້ເຫຍື້ອ ເພື່ອຈະໄດ້ອົງພຣະຄຣິດມາເປັນປະໂຫຍດແກ່ເຮົາ
ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ. ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.
ເພາະວ່າ ຖ້າຫລັງຈາກທີ່ພວກເຂົາພົ້ນແລ້ວ ຈາກກິເລດຕັນຫາຂອງໂລກນີ້. ດ້ວຍການທີ່ພວກເຂົາຮູ້ຈັກອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະພຣະເຢຊູຄຣິດເຈົ້າ ພຣະຜູ້ໂຜດຊ່ວຍໃຫ້ພົ້ນ, ພວກເຂົາກັບໄປພົວພັນ ແລະຖືກພ່າຍແພ້ແກ່ຄົນຊົ່ວຮ້າຍນັ້ນອີກ. ສະພາບບັ້ນປາຍຂອງພວກເຂົາ ກໍກັບຊົ່ວຮ້າຍກວ່າບັ້ນຕົ້ນ.