Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:17 - ພຣະຄຳພີສັກສິ

17 ເພາະວ່າ ພຣະອົງ​ໄດ້​ຊົງ​ຮັບ​ກຽດ​ແລະ​ສະຫງ່າຣາສີ ຈາກ​ພຣະເຈົ້າ ພຣະບິດາເຈົ້າ ເມື່ອ​ພຣະ​ສຸຣະສຽງ​ຈາກ​ຣັດສະໝີ​ອັນ​ຮຸ່ງເຮືອງ ຊົງ​ກ່າວ​ແກ່​ພຣະອົງ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່ຮັກ​ຂອງເຮົາ ເຮົາ​ພໍໃຈ​ຫລາຍ​ໃນ​ທ່ານ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ພຣະອົງ​ໄດ້​ຮັບ​ກຽດ ແລະ ສະຫງ່າລາສີ​ຈາກ​ພຣະເຈົ້າ​ພຣະບິດາເຈົ້າ ເມື່ອ​ມີ​ສຽງ​ຈາກ​ອົງ​ຜູ້​ມີ​ສະຫງ່າລາສີ​ຍິ່ງ​ໃຫຍ່​ສູງສຸດ​ຂອງ​ພຣະອົງ, ກ່າວ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ, ເຮົາ​ພໍໃຈ​ເພິ່ນ​ຫລາຍ”.

Uka jalj uñjjattʼäta Copia luraña




2 ເປໂຕ 1:17
36 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


“ນີ້​ແມ່ນ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຜູ້​ເປັນ​ທີ່​ຮັກ ແລະ​ພໍໃຈ​ຂອງເຮົາ. ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງເຮົາ​ ໃສ່​ໄວ້​ເທິງ​ເພິ່ນ ເພື່ອ​ຈະ​ປະກາດ​ຄວາມ​ຍຸດຕິທຳ​ ແກ່​ບັນດາ​ປະຊາຊາດ.


ແລ້ວ​ສາວົກ​ທັງ​ສາມ​ກໍ​ເຫັນ​ໂມເຊ ແລະ ເອລີຢາ​ກຳລັງ​ສົນທະນາ​ຢູ່​ກັບ​ພຣະອົງ.


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ອອກ​ໄປ ຈົ່ງ​ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ພຣະນາມ​ແຫ່ງ​ພຣະບິດາ, ພຣະບຸດ ແລະ ພຣະວິນຍານ​ບໍຣິສຸດເຈົ້າ


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ​ເອງ ເຮົາ​ພໍໃຈ​ນຳ​ເພິ່ນ​ຫລາຍ.”


ແລະ ໄດ້​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ທ້ອງຟ້າ​ວ່າ, “ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ, ເຮົາ​ພໍໃຈ​ໃນ​ທ່ານ​ຫລາຍ.”


ແລ້ວ​ກໍ​ມີ​ກ້ອນ​ເມກ​ລອຍ​ມາ​ເປັນ​ເງົາ​ປົກຫຸ້ມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ, ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ພວກເຈົ້າ​ຈົ່ງ​ເຊື່ອຟັງ​ເພິ່ນ.”


“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ແລະ ພຣະວິນຍານ​ບໍຣິສຸດເຈົ້າ ໃນ​ຮູບຮ່າງ​ເໝືອນ​ນົກເຂົາ ກໍ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານເອີຍ ທ່ານ​ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ເຮົາ​ພໍໃຈ​ນຳ​ທ່ານ​ຫລາຍ.”


ເໝືອນ​ດັ່ງ​ພຣະບິດາເຈົ້າ​ຮູ້ຈັກ​ເຮົາ ແລະ​ເຮົາ​ກໍ​ຮູ້ຈັກ​ພຣະບິດາເຈົ້າ ເຮົາ​ເຕັມໃຈ​ສະຫລະ​ຊີວິດ​ເພື່ອ​ຝູງແກະ​ຂອງເຮົາ.


ພວກເຈົ້າ​ເວົ້າ​ໃຫ້​ເຮົາ​ວ່າ, ເຮົາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ ຍ້ອນ​ເຮົາ​ໄດ້​ເວົ້າ​ວ່າ, ເຮົາ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ​ຊັ້ນບໍ?


ຈົ່ງ​ເຊື່ອ​ເຮົາ​ວ່າ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ ແລະ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ຖ້າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ ກໍ​ໃຫ້​ເຊື່ອ​ໃນ​ພາລະກິດ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ເພື່ອ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ອັນໜຶ່ງ​ອັນດຽວກັນ, ໂອ ພຣະບິດາເຈົ້າ​ເອີຍ ຂໍໂຜດ​ໃຫ້​ພວກເຂົາ​ຢູ່​ໃນ​ເຮົາ​ທັງສອງ​ເໝືອນ​ກັນ ເໝືອນ​ດັ່ງ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ, ຂໍ​ໃຫ້​ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ ເພື່ອ​ໂລກ​ຈະ​ເຊື່ອ​ວ່າ​ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ.


ພຣະເຢຊູເຈົ້າ​ກ່າວ​ກັບ​ນາງ​ວ່າ, “ຢ່າ​ສູ່​ໜ່ວງໜ່ຽວ​ເຮົາ​ໄວ້​ເທາະ ເພາະ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ, ແຕ່​ໃຫ້​ເຈົ້າ​ໄປ​ຫາ​ພີ່ນ້ອງ​ຂອງເຮົາ ແລະ​ບອກ​ພວກເຂົາ​ວ່າ​ເຮົາ​ຈະ​ຂຶ້ນ​ເມືອ​ຫາ​ພຣະອົງ ຜູ້​ເປັນ​ພຣະບິດາເຈົ້າ​ຂອງເຮົາ ແລະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຈະ​ເມືອ​ຫາ​ພຣະເຈົ້າ​ຂອງເຮົາ ແລະ​ພຣະເຈົ້າ​ຂອງ​ພວກເຈົ້າ.”


ພຣະບິດາ​ຮັກ​ພຣະບຸດ ແລະ​ມອບ​ທຸກສິ່ງ​ໄວ້​ໃນ​ກຳມື​ຂອງ​ພຣະບຸດ.


ດ້ວຍວ່າ, ພຣະບິດາ​ຮັກ​ພຣະບຸດ ແລະ​ສຳແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ ທີ່​ພຣະອົງ​ເອງ​ກະທຳ​ຢູ່ ພຣະອົງ​ຈະ​ສຳແດງ​ໃຫ້​ພຣະບຸດ​ເຮັດ​ສິ່ງ​ຍິ່ງໃຫຍ່​ກວ່າ​ນັ້ນ​ອີກ ຊຶ່ງ​ພວກເຈົ້າ​ຈະ​ອັດສະຈັນ​ໃຈ​ໃນ​ສິ່ງ​ເຫຼົ່ານັ້ນ.


ພຣະບິດາເຈົ້າ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນໃດ ພຣະອົງ​ກໍໄດ້​ໃຫ້​ພຣະບຸດ​ມີ​ຊີວິດ​ໃນ​ພຣະອົງ​ເອງ​ສັນນັ້ນ.


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ສິ່ງສາລະພັດ​ທີ່​ພຣະບິດາເຈົ້າ​ມອບ​ໃຫ້​ແກ່​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຜູ້​ທີ່​ມາ​ຫາ​ເຮົາ ເຮົາ​ຈະ​ບໍ່​ຖິ້ມ​ອອກ​ໄປ​ພາຍນອກ​ຈັກເທື່ອ


ອັນນີ້ ແມ່ນ​ຄວາມປະສົງ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ຊົງ​ໃຊ້​ເຮົາ​ມາ ຄື​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ເຮົາ​ນັ້ນ ເຮົາ​ຈະ​ບໍ່​ໃຫ້​ເສຍ​ຈັກ​ຄົນ ແຕ່​ເພື່ອ​ໃຫ້​ເຂົາ​ທຸກຄົນ​ເປັນ​ຄືນ​ມາ​ສູ່​ຊີວິດ​ໃນ​ວັນ​ສຸດທ້າຍ.


ເພື່ອ​ວ່າ​ພວກເຈົ້າ​ທຸກຄົນ​ຈະ​ພ້ອມໃຈ​ກັນ​ສັນລະເສີນ​ພຣະເຈົ້າ ແລະ​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ໃຫ້​ພວກເຮົາ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພຣະບິດາເຈົ້າ​ອົງ​ຊົງ​ເມດຕາ ຄື​ພຣະເຈົ້າ​ອົງ​ທີ່​ໃຫ້​ຄວາມ​ເລົ້າໂລມ​ໃຈ​ທຸກຢ່າງ,


ພຣະເຈົ້າ​ອົງ​ເປັນ​ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູເຈົ້າ​ຮູ້​ວ່າ, ເຮົາ​ບໍ່ໄດ້​ເວົ້າ​ຕົວະ, ຂໍ​ໃຫ້​ພຣະນາມ​ຂອງ​ພຣະອົງ ຈົ່ງ​ເປັນ​ທີ່​ຍົກ​ຍ້ອງ​ສັນລະເສີນ​ຕະຫລອດໄປ​ເປັນນິດ​ເທີ້ນ.


ພຣະບຸດ​ນັ້ນ ເປັນ​ແສງ​ສະທ້ອນ​ພຣະ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ແລະ​ມີ​ສະພາບ​ເປັນ​ແບບພິມ​ດຽວກັນ​ກັບ​ພຣະອົງ ແລະ​ຊົງ​ຄໍ້າຊູ​ພິພົບ​ໂລກ​ໄວ້​ດ້ວຍ​ພຣະທຳ​ອັນ​ຊົງ​ຣິດ​ຂອງ​ພຣະອົງ, ເມື່ອ​ພຣະອົງ​ຊົງ​ຊຳລະ​ບາບກຳ​ແລ້ວ ກໍ​ຊົງ​ປະທັບ​ຢູ່​ເບື້ອງ​ຂວາ​ຂອງ​ຜູ້​ຊົງ​ຣິດທານຸພາບ​ໃນ​ທີ່​ສູງສຸດ.


ພຣະຄຸນ ພຣະ​ເມດຕາ ແລະ​ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະບິດາ​ນັ້ນ ຈະ​ສະຖິດ​ຢູ່​ກັບ​ເຮົາ​ທັງຫລາຍ ໃນ​ຄວາມຈິງ​ແລະ​ໃນ​ຄວາມຮັກ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka