Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:14 - ພຣະຄຳພີສັກສິ

14 ເພາະ​ຂ້າພະເຈົ້າ​ຮູ້​ຢູ່​ວ່າ ອີກ​ບໍ່​ດົນ ຂ້າພະເຈົ້າ​ກໍ​ຈະ​ປະຖິ້ມ​ຮ່າງກາຍ​ນີ້​ເສຍ ເໝືອນ​ດັ່ງ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ໄດ້​ຊົງ​ສຳແດງ​ແກ່​ຂ້າພະເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ເພາະ​ເຮົາ​ຮູ້​ວ່າ​ອີກ​ບໍ່​ດົນ​ເຮົາ​ຈະ​ຕ້ອງ​ຈາກ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້​ໄປ, ຕາມ​ທີ່​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ໄດ້​ສະແດງ​ໄວ້​ແກ່​ເຮົາ​ຢ່າງ​ຊັດເຈນ​ແລ້ວ.

Uka jalj uñjjattʼäta Copia luraña




2 ເປໂຕ 1:14
11 Jak'a apnaqawi uñst'ayäwi  

ຊີວິດ​ຂ້ານ້ອຍ​ຖືກ​ຕັດຂາດ​ໃຫ້​ສິ້ນສຸດ​ລົງ ດັ່ງ​ຜ້າເຕັນ​ທີ່​ກຳລັງ​ຖືກ​ມ້າງ ດັ່ງ​ຜ້າ​ທີ່​ຖືກ​ຕັດ​ອອກ​ຈາກ​ຫູກ​ເປັນ​ຜືນໆ ຂ້ານ້ອຍ​ຄິດວ່າ​ພຣະອົງ​ໃຫ້​ຈົບ​ຊີວິດ​ສາ​ແລ້ວ.


ແລ້ວ​ຊີໂມນ​ເປໂຕ​ກໍ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ພຣະອົງ​ຈະ​ໄປ​ໃສ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ບ່ອນ​ທີ່​ເຮົາ​ກຳລັງ​ຈະ​ໄປ​ເວລາ​ນີ້​ນັ້ນ ເຈົ້າ​ຕາມ​ໄປ​ບໍ່ໄດ້ ແຕ່​ພາຍ​ຫລັງ​ເຈົ້າ​ຈຶ່ງ​ຈະ​ຕາມ​ເຮົາ​ໄປ.”


ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກທ່ານ​ທຸກຄົນ, ແຕ່​ບັດນີ້​ຂ້າພະເຈົ້າ​ຮູ້​ວ່າ ບໍ່ມີ​ຜູ້ໃດ​ໃນ​ພວກທ່ານ​ຈະ​ເຫັນ​ໜ້າ​ຂ້າພະເຈົ້າ​ອີກ​ຕໍ່ໄປ.


ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ຈະ​ມີ​ຊີວິດ​ຢູ່​ອີກ​ບໍ່​ດົນ. ຈົ່ງ​ເອີ້ນ​ໂຢຊວຍ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ແນະນຳ​ລາວ.” ໂມເຊ​ແລະ​ໂຢຊວຍ​ກໍໄດ້​ພາກັນ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ.


ສຳລັບ​ເຮົາ​ນັ້ນ ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕົກ​ເປັນ​ເຄື່ອງ​ບູຊາ ແລະ​ເຖິງ​ເວລາ​ແລ້ວ​ທີ່​ເຮົາ​ຕ້ອງ​ຈາກ​ໂລກນີ້​ໄປ.


ດຽວນີ້ ຂ້າພະເຈົ້າ​ກໍ​ປຽບດັ່ງ​ຕົ້ນໄມ້​ໃກ້​ຝັ່ງ. ພວກເຈົ້າ​ທຸກຄົນ​ກໍ​ຮູ້​ແກ່ໃຈ​ແລ້ວ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ດີ​ທຸກຢ່າງ​ແກ່​ພວກເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ. ພຣະອົງ​ໄດ້​ເຮັດ​ຕາມ​ຄຳສັນຍາ​ທຸກ​ຂໍ້​ແລ້ວ ໂດຍ​ບໍ່ໄດ້​ຝ່າຝືນ​ຂໍ້​ໃດໆ​ເລີຍ.


ຕາບໃດ​ທີ່​ຂ້າພະເຈົ້າ​ຍັງ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ຂ້າພະເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ປຸກ​ເຕືອນ​ພວກເຈົ້າ ໃຫ້​ລະນຶກເຖິງ​ຂໍ້​ຄວາມ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka