Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:13 - ພຣະຄຳພີສັກສິ

13 ຕາບໃດ​ທີ່​ຂ້າພະເຈົ້າ​ຍັງ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ຂ້າພະເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ປຸກ​ເຕືອນ​ພວກເຈົ້າ ໃຫ້​ລະນຶກເຖິງ​ຂໍ້​ຄວາມ​ເຫຼົ່ານີ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເຮົາ​ຄິດ​ວ່າ​ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ຈະ​ເຕືອນ​ຄວາມຈື່ຈຳ​ຂອງ​ພວກເຈົ້າ​ຕາບ​ທີ່​ເຮົາ​ຍັງ​ຢູ່​ໃນ​ເຮືອນ​ທີ່​ເປັນ​ຮ່າງກາຍ​ນີ້,

Uka jalj uñjjattʼäta Copia luraña




2 ເປໂຕ 1:13
11 Jak'a apnaqawi uñst'ayäwi  

ຊີວິດ​ຂ້ານ້ອຍ​ຖືກ​ຕັດຂາດ​ໃຫ້​ສິ້ນສຸດ​ລົງ ດັ່ງ​ຜ້າເຕັນ​ທີ່​ກຳລັງ​ຖືກ​ມ້າງ ດັ່ງ​ຜ້າ​ທີ່​ຖືກ​ຕັດ​ອອກ​ຈາກ​ຫູກ​ເປັນ​ຜືນໆ ຂ້ານ້ອຍ​ຄິດວ່າ​ພຣະອົງ​ໃຫ້​ຈົບ​ຊີວິດ​ສາ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ບັນດົນ​ໃຈ​ທຸກຄົນ​ໃຫ້​ຊ່ວຍ​ກັນ​ສ້າງ​ພຣະວິຫານ: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ຜູ້ປົກຄອງ​ຢູດາຍ; ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ, ຕະຫລອດ​ທັງ​ປະຊາຊົນ​ທຸກຄົນ ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ


ພວກເຮົາ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ ແລະ​ພໍໃຈ​ຢາກ​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງກາຍ​ນີ້ ໄປ​ຢູ່​ເຮືອນ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ກໍດີກວ່າ.


ເພາະວ່າ ເຮົາ​ມີ​ໃຈ​ຮັກ​ພວກເຈົ້າ​ທຸກຄົນ ເຈົ້າ​ທັງຫລາຍ​ໄດ້​ຮັບ​ສ່ວນ​ຮ່ວມ​ໃນ​ພຣະຄຸນ​ດ້ວຍ​ກັນ​ກັບ​ເຮົາ ໃນ​ການ​ທີ່​ເຮົາ​ຖືກ​ຈຳຈອງ ແລະ​ໃນ​ການ​ກ່າວ​ປ້ອງກັນ​ໃຫ້​ຂ່າວປະເສີດ​ນັ້ນ​ຕັ້ງໝັ້ນຄົງ​ຢູ່.


ເຮົາ​ຕ້ອງການ​ຈະ​ໄດ້​ຮູ້ຈັກ​ພຣະອົງ ແລະ​ຮູ້ຈັກ​ຣິດອຳນາດ​ອັນ​ປາກົດ ໃນ​ການ​ທີ່​ພຣະອົງ​ຊົງ​ຄືນພຣະຊົນ ແລະ​ຮ່ວມ​ທຸກ​ກັບ​ພຣະອົງ ຄື​ຍອມ​ຮັບ​ຄວາມ​ຕາຍ​ເໝືອນ​ຢ່າງ​ພຣະອົງ,


ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ສະຕິ​ເຈົ້າ ຈົ່ງ​ພັດທະນາ​ຂອງ​ປະທານ​ທີ່​ມີ​ໃນ​ຕົວ​ເຈົ້າ ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ຄື​ຂອງ​ປະທານ ຊຶ່ງ​ພຣະເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ເຈົ້າ ເມື່ອ​ເຮົາ​ໄດ້​ວາງ​ມື​ໃສ່​ເຈົ້າ.


ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ລ່າມໂສ້ ເໝືອນ​ກັບ​ວ່າ​ພວກເຈົ້າ​ກໍ​ຖືກ​ລ່າມໂສ້​ເໝືອນ​ກັບ​ພວກເຂົາ​ດ້ວຍ. ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ຂົ່ມເຫັງ ເພາະວ່າ​ພວກເຈົ້າ​ກໍ​ມີ​ຮ່າງກາຍ​ເໝືອນກັນ.


ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ເຈົ້າ​ທັງຫລາຍ​ຮູ້ຈັກ ແລະ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມຈິງ​ທີ່​ມີ​ຢູ່​ແລ້ວ​ກໍດີ. ຂ້າພະເຈົ້າ​ກໍ​ພ້ອມ​ຢູ່​ສະເໝີ ທີ່​ຈະ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ລະນຶກເຖິງ​ສິ່ງ​ເຫຼົ່ານີ້.


ເພາະ​ຂ້າພະເຈົ້າ​ຮູ້​ຢູ່​ວ່າ ອີກ​ບໍ່​ດົນ ຂ້າພະເຈົ້າ​ກໍ​ຈະ​ປະຖິ້ມ​ຮ່າງກາຍ​ນີ້​ເສຍ ເໝືອນ​ດັ່ງ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ໄດ້​ຊົງ​ສຳແດງ​ແກ່​ຂ້າພະເຈົ້າ​ແລ້ວ.


ພວກ​ທີ່ຮັກ​ເອີຍ, ນີ້​ແຫຼະ ເປັນ​ຈົດໝາຍ​ສະບັບ​ທີ​ສອງ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ, ໃນ​ຈົດໝາຍ​ທັງສອງ​ສະບັບ​ນີ້ ຂ້າພະເຈົ້າ​ໄດ້​ປຸກ​ເຕືອນ​ຈິດໃຈ​ອັນ​ສັດຊື່​ຂອງ​ພວກເຈົ້າ​ໃຫ້​ລະນຶກເຖິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka