Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ເປໂຕ 1:12 - ພຣະຄຳພີສັກສິ

12 ເຫດສະນັ້ນ ເຖິງ​ແມ່ນ​ວ່າ​ເຈົ້າ​ທັງຫລາຍ​ຮູ້ຈັກ ແລະ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມຈິງ​ທີ່​ມີ​ຢູ່​ແລ້ວ​ກໍດີ. ຂ້າພະເຈົ້າ​ກໍ​ພ້ອມ​ຢູ່​ສະເໝີ ທີ່​ຈະ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ລະນຶກເຖິງ​ສິ່ງ​ເຫຼົ່ານີ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ດັ່ງນັ້ນ ເຮົາ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ສິ່ງ​ເຫລົ່ານີ້​ສະເໝີ, ເຖິງແມ່ນວ່າ​ພວກເຈົ້າ​ຮູ້ຈັກ​ເລື່ອງ​ນີ້​ແລ້ວ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຈິງ​ທີ່​ພວກເຈົ້າ​ມີ​ຢູ່​ກໍ​ຕາມ.

Uka jalj uñjjattʼäta Copia luraña




2 ເປໂຕ 1:12
20 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຄຣິສຕະຈັກ​ທັງຫລາຍ​ຈຶ່ງ​ໝັ້ນຄົງ​ໃນ​ຄວາມເຊື່ອ ແລະ​ຄົນ​ທີ່​ເຊື່ອ​ກໍ​ເພີ່ມຂຶ້ນ​ແຕ່ລະ​ວັນ.


ທ້າຍ​ສຸດ​ນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຊື່ນຊົມ​ຍິນດີ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ເທີ້ນ. ການ​ທີ່​ເຮົາ​ຂຽນ​ຊໍ້າ​ຂໍ້​ຄວາມ ຊຶ່ງ​ເຮົາ​ໄດ້​ຂຽນ​ກ່ອນ​ໜ້າ​ນັ້ນ ບໍ່​ເປັນ​ສິ່ງ​ທີ່​ລຳບາກ​ແກ່​ເຮົາ​ດອກ ແຕ່​ເປັນ​ສິ່ງ​ທີ່​ປອດໄພ​ແກ່​ພວກເຈົ້າ​ຫລາຍ​ຂຶ້ນ.


ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.


ຈົ່ງ​ຢັ່ງ​ຮາກ​ແລະ​ກໍ່​ຮ່າງ​ສ້າງ​ຊີວິດ​ຂອງ​ພວກເຈົ້າ​ຂຶ້ນ​ເທິງ​ພຣະອົງ ແລະ​ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ຕາມ​ທີ່​ພວກເຈົ້າ​ໄດ້​ຮັບ​ຄຳສັ່ງສອນ​ມາ​ແລ້ວ​ນັ້ນ ຈົ່ງ​ໃຫ້​ຈິດໃຈ​ເຕັມລົ້ນ​ດ້ວຍ​ການ​ຂອບພຣະຄຸນ.


ຖ້າ​ເຈົ້າ​ໃຫ້​ຄຳແນະນຳ​ເຫຼົ່ານີ້​ແກ່​ບັນດາ​ພີ່ນ້ອງ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະເຢຊູ​ຄຣິດເຈົ້າ ສົມກັບ​ທີ່​ເຈົ້າ​ໄດ້​ບຳລຸງ​ຕົນ​ດ້ວຍ​ຖ້ອຍຄຳ​ເລື່ອງ​ຄວາມເຊື່ອ ແລະ​ດ້ວຍ​ຄຳສັ່ງສອນ​ອັນ​ແທ້ຈິງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ​ນັ້ນ.


ເພາະ​ເຫດ​ນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ສະຕິ​ເຈົ້າ ຈົ່ງ​ພັດທະນາ​ຂອງ​ປະທານ​ທີ່​ມີ​ໃນ​ຕົວ​ເຈົ້າ ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ ຄື​ຂອງ​ປະທານ ຊຶ່ງ​ພຣະເຈົ້າ​ໄດ້​ໂຜດ​ປະທານ​ໃຫ້​ເຈົ້າ ເມື່ອ​ເຮົາ​ໄດ້​ວາງ​ມື​ໃສ່​ເຈົ້າ.


ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກເຈົ້າ​ໃນ​ຄາວ​ກ່ອນ​ນັ້ນ ຫລັງຈາກ​ທີ່​ພວກເຈົ້າ​ໄດ້​ຮັບ​ແສງ​ສະຫວ່າງ​ຂອງ​ພຣະເຈົ້າ​ແລ້ວ ພວກເຈົ້າ​ໄດ້​ອົດທົນ​ຕໍ່​ຄວາມ​ຍາກ​ລຳບາກ​ຫລາຍ​ປະການ.


ຢ່າ​ຍອມ​ໃຫ້​ຄຳສອນ​ປອມ​ໃດໆ ນຳພາ​ພວກເຈົ້າ​ໃຫ້​ຫລົງຜິດ​ໄປ. ເປັນ​ການ​ດີ​ແທ້​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການ​ເຊີດຊູ​ໃຫ້​ເຂັ້ມແຂງ​ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ. ບໍ່ແມ່ນ​ດ້ວຍ​ອາຫານ​ການ​ກິນ ຊຶ່ງ​ບໍ່​ເປັນ​ປະໂຫຍດ​ແກ່​ຄົນ​ທີ່​ປະຕິບັດ​ຕາມ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ເຮົາ​ໄດ້​ຂຽນ​ຈົດໝາຍ​ສັ້ນໆ​ສະບັບ​ນີ້ ດ້ວຍ​ຄວາມ​ຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ຜູ້​ສັດຊື່​ຄົນ​ໜຶ່ງ ເຮົາ​ຢາກ​ໜູນ​ນໍ້າໃຈ​ພວກເຈົ້າ ແລະ​ເປັນ​ພະຍານ​ແກ່​ພວກເຈົ້າ​ວ່າ ພຣະຄຸນ​ນີ້​ເປັນ​ພຣະຄຸນ​ອັນ​ແທ້ຈິງ​ຂອງ​ພຣະເຈົ້າ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນັ້ນ.


ຕາບໃດ​ທີ່​ຂ້າພະເຈົ້າ​ຍັງ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ຂ້າພະເຈົ້າ​ເຫັນ​ສົມຄວນ​ທີ່​ຈະ​ປຸກ​ເຕືອນ​ພວກເຈົ້າ ໃຫ້​ລະນຶກເຖິງ​ຂໍ້​ຄວາມ​ເຫຼົ່ານີ້.


ແລະ​ຂ້າພະເຈົ້າ​ຈະ​ພະຍາຍາມ​ຫາ​ທາງ​ໃຫ້​ເຈົ້າ​ທັງຫລາຍ ລະນຶກເຖິງ​ສິ່ງ​ເຫຼົ່ານີ້​ໄດ້​ທຸກ​ເວລາ ເມື່ອ​ຂ້າພະເຈົ້າ​ຈາກ​ໂລກນີ້​ໄປ​ແລ້ວ.


ພວກ​ທີ່ຮັກ​ເອີຍ, ນີ້​ແຫຼະ ເປັນ​ຈົດໝາຍ​ສະບັບ​ທີ​ສອງ ທີ່​ຂ້າພະເຈົ້າ​ໄດ້​ຂຽນ​ມາ​ເຖິງ​ເຈົ້າ​ທັງຫລາຍ, ໃນ​ຈົດໝາຍ​ທັງສອງ​ສະບັບ​ນີ້ ຂ້າພະເຈົ້າ​ໄດ້​ປຸກ​ເຕືອນ​ຈິດໃຈ​ອັນ​ສັດຊື່​ຂອງ​ພວກເຈົ້າ​ໃຫ້​ລະນຶກເຖິງ.


ເພາະເຫດນັ້ນ ພວກ​ທີ່ຮັກ​ເອີຍ, ເມື່ອ​ພວກເຈົ້າ​ຮູ້​ເລື່ອງ​ນີ້​ກ່ອນ​ແລ້ວ ກໍ​ຈົ່ງ​ລະວັງ​ໃຫ້​ດີ ເພາະ​ຢ້ານ​ວ່າ​ພວກເຈົ້າ​ຈະ​ຫລົງ​ໄປ​ເຮັດ​ຜິດ ຕາມ​ຄວາມຜິດ​ຂອງ​ຄົນ​ທີ່​ຂາດ​ສິນທຳ​ເຫຼົ່ານັ້ນ ແລະ​ເຈົ້າ​ທັງຫລາຍ​ຈະ​ຕົກ​ເສຍ​ຈາກ​ຄວາມ​ໜັກແໜ້ນ​ໝັ້ນຄົງ​ຂອງ​ພວກ​ຕົນ.


ທີ່​ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ນີ້ ບໍ່ແມ່ນ​ເພາະ​ພວກເຈົ້າ​ບໍ່​ຮູ້​ຄວາມຈິງ, ແຕ່​ຍ້ອນ​ພວກເຈົ້າ​ຮູ້​ຄວາມຈິງ​ແລ້ວ ແລະ​ພວກເຈົ້າ​ກໍ​ຮູ້​ອີກ​ວ່າ ບໍ່ມີ​ຄວາມ​ຕົວະ​ໃດໆ​ທີ່​ມາ​ຈາກ​ຄວາມຈິງ.


ເພາະ​ຄວາມຈິງ​ດຳລົງ​ຢູ່​ໃນ​ພວກເຮົາ ແລະ​ມີ​ຢູ່​ກັບ​ພວກເຮົາ​ຊົ່ວ​ນິຣັນດອນ.


ບັນດາ​ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຖ້ອຍຄຳ ທີ່​ພວກ​ອັກຄະສາວົກ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ແລ້ວ.


ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.


ເຖິງ​ແມ່ນ​ວ່າ ພວກເຈົ້າ​ຮູ້​ຂໍ້​ຄວາມ​ເຫຼົ່ານີ້​ດີ​ແລ້ວ​ກໍຕາມ ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ​ອົງພຣະ​ຜູ້​ເປັນເຈົ້າ ທີ່​ໄດ້​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ປະເທດ​ເອຢິບ​ຢ່າງ​ໃດ, ແຕ່​ຫລັງຈາກ​ນັ້ນ​ມາ​ໄດ້​ທຳລາຍ​ຄົນ​ເຫຼົ່ານີ້ ທີ່​ບໍ່​ເຊື່ອ​ໃນ​ພຣະອົງ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka