Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ກະສັດ 1:3 - ພຣະຄຳພີສັກສິ

3 ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ຜູ້ທຳນວາຍ​ຊາວ​ຕີຊະເບ ໃຫ້​ໄປ​ຫາ​ຄົນ​ຂອງ​ກະສັດ​ອາຮາຊີຢາ ແລະ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ພວກເຈົ້າ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ?

Uka jalj uñjjattʼäta Copia luraña




2 ກະສັດ 1:3
21 Jak'a apnaqawi uñst'ayäwi  

ຍ້ອນ​ໂຊໂລໂມນ​ໄດ້​ປະຖິ້ມ​ເຮົາ​ແລະ​ໄດ້ ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ເຊັ່ນ​ເຈົ້າແມ່​ອັດສະຕາກ ພະ​ຂອງ​ຊາວ​ຊີໂດນ; ເຄໂມດ ພະ​ຂອງ​ຊາວ​ໂມອາບ; ມິນກົມ ພະ​ຂອງ​ຊາວ​ອຳໂມນ. ໂຊໂລໂມນ​ໄດ້ ຂາດ​ຄວາມ​ເຊື່ອຟັງ​ທີ່​ມີ​ຕໍ່​ເຮົາ; ລາວ​ເຮັດ​ຜິດ​ແລະ​ບໍ່ໄດ້​ຖື​ຮັກສາ​ບັນດາ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງເຮົາ, ດັ່ງ​ດາວິດ​ພໍ່​ຂອງ​ລາວ​ໄດ້​ປະຕິບັດ​ມາ.


ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


ຕໍ່ມາ ໃນ​ປີ​ທີ​ສາມ​ຂອງ​ການ​ແຫ້ງແລ້ງ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເອລີຢາ​ວ່າ, “ຈົ່ງ​ໄປ​ສະເໜີ​ຕົວ​ຕໍ່​ອາຮາບ ແລະ​ເຮົາ​ຈະ​ສົ່ງ​ຝົນ​ລົງ​ມາ.”


ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ເພິ່ນ​ເອນ​ຕົວລົງ​ຢູ່​ໃຕ້​ຕົ້ນໄມ້​ນັ້ນ ແລະ​ນອນ​ຫລັບໄປ. ໃນທັນໃດ ມີ​ເທວະດາ​ຕົນ​ໜຶ່ງ​ມາ​ຊຸກ​ເພິ່ນ ແລະ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ກິນ​ອາຫານ​ສາ​ແມ.”


ແຕ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ກັບຄືນ​ມາ​ປຸກ​ເພິ່ນ​ອີກ​ເປັນ​ຄັ້ງ​ທີ​ສອງ ແລະ​ບອກ​ວ່າ, “ຈົ່ງ​ລຸກ​ຂຶ້ນ ແລະ​ກິນ​ອາຫານ​ສາ ເພາະ​ການ​ເດີນທາງ​ຄັ້ງນີ້​ໜັກໜ່ວງ​ໂພດ​ສຳລັບ​ເຈົ້າ.”


ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ມາ​ເຖິງ​ຜູ້ທຳນວາຍ​ເອລີຢາ ໄທເມືອງ​ຕີຊະເບ​ວ່າ,


ກະສັດ​ອາຮາຊີຢາ​ແຫ່ງ​ອິດສະຣາເອນ​ໄດ້​ຕົກ​ຈາກ​ລະບຽງ​ວັງ​ທີ່​ຊາມາເຣຍ ແລະ​ເຈັບໜັກ. ເພິ່ນ​ໄດ້​ສົ່ງ​ບາງຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເອັກໂຣນ ເພື່ອ​ຢາກ​ຮູ້​ວ່າ​ຕົນ​ຈະ​ດີ​ຫລື​ບໍ່.


ພວກເຂົາ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ ແລະ​ລາວ​ບອກ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ບອກ​ທ່ານ​ວ່າ ພຣະເຈົ້າຢາເວ​ກ່າວ​ຕໍ່​ທ່ານ​ດັ່ງນີ້: ‘ເປັນຫຍັງ​ທ່ານ​ຈົ່ງ​ໃຊ້​ຄົນ​ໄປ​ປຶກສາ​ບາອານເຊບຸບ ພະ​ຂອງ​ຊາວ​ເອັກໂຣນ? ທ່ານ​ຄິດ​ວ່າ​ຢູ່​ໃນ​ຊາດ​ອິດສະຣາເອນ​ບໍ່ມີ​ພຣະເຈົ້າ​ຊັ້ນບໍ? ທ່ານ​ຈະ​ບໍ່​ຫາຍ​ດີ​ຈາກ​ການ​ເຈັບເປັນ​ນີ້​ດອກ ທ່ານ​ຈະ​ຕາຍ.”’


ພວກເຂົາ​ຕອບ​ເພິ່ນ​ວ່າ, “ລາວ​ນຸ່ງ​ເສື້ອຄຸມ​ທີ່​ເຮັດ​ດ້ວຍ​ໜັງສັດ​ແລະ​ໃສ່ ສາຍໜັງ​ຮັດ​ເລົາຄີງ.” ກະສັດ​ຮ້ອງ​ຂຶ້ນ​ວ່າ, “ແມ່ນ​ເອລີຢາ​ຊາວ​ຕີຊະເບ.”


ນາອາມານ​ພ້ອມ​ທັງ​ຄົນ​ຂອງຕົນ​ໄດ້​ກັບຄືນ​ໄປ​ຫາ​ຄົນ​ຂອງ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ດຽວ​ນີ້​ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ບໍ່ມີ​ພຣະເຈົ້າ​ອົງ​ອື່ນ ນອກຈາກ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ; ສະນັ້ນ ທ່ານເອີຍ ກະລຸນາ​ຮັບ​ເອົາ​ຂອງຂວັນ​ຈາກ​ຂ້າພະເຈົ້າ​ດ້ວຍ​ເຖີດ.”


ເມື່ອ​ຜູ້ທຳນວາຍ​ເອລີຊາ​ໄດ້ຍິນ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ກັບ​ກະສັດ ເພິ່ນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ເຖິງ​ກະສັດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນທຸກໃຈ​ແທ້? ຈົ່ງ​ສົ່ງ​ຊາຍ​ຄົນ​ນັ້ນ​ມາ​ຫາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຈະ​ແນະນຳ​ລາວ​ໃຫ້​ຮູ້​ວ່າ ຢູ່​ທີ່​ອານາຈັກ​ອິດສະຣາເອນ​ນີ້​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ.”


ພຣະເຈົ້າ​ເປັນ​ທີ່​ຮູ້ຈັກ​ກັນ​ໃນ​ຢູດາ ພຣະນາມ​ກໍ​ເປັນ​ທີ່​ຍົກຍໍ​ໃນ​ອິດສະຣາເອນ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ອັນ​ບໍ່ມີ​ປະໂຫຍດ​ຫຍັງ ກໍໄດ້​ປະຖິ້ມ​ຄວາມສັດຊື່​ຕໍ່​ພຣະອົງ​ສາ​ແລ້ວ.


ພວກ​ທຳມະຈານ ຊຶ່ງ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ ໄດ້​ກ່າວ​ວ່າ, “ຜູ້​ນີ້​ມີ​ຜີມານຮ້າຍ​ເບເອນເຊບູນ​ສິງ​ຢູ່. ທີ່​ເພິ່ນ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້ ກໍ​ເພາະ​ໃຊ້​ອຳນາດ​ຂອງ​ນາຍ​ຜີມານຮ້າຍ​ນັ້ນ.”


ແລ້ວ​ເທວະດາ​ຕົນ​ໜຶ່ງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຕຽມຕົວ​ໃຫ້​ພ້ອມ ແລະ​ໄປ​ທາງ​ທິດ​ໃຕ້ ຕາມ​ທາງ​ແຕ່​ນະຄອນ​ເຢຣູຊາເລັມ​ລົງ​ໄປ​ສູ່​ກາຊາ.” (ຫົນທາງ​ນີ້​ຄົນ​ບໍ່​ທຽວ​ກັນ​ແລ້ວ.)


ມື້ນີ້ແຫລະ ພຣະເຈົ້າຢາເວ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳມື​ຂອງຂ້ອຍ, ຂ້ອຍ​ຈະ​ຊະນະ​ເຈົ້າ ແລະ​ຕັດ​ຫົວ​ຂອງ​ເຈົ້າ. ສ່ວນ​ຊາກສົບ​ຂອງ​ພວກ​ທະຫານ​ຟີລິດສະຕິນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ​ສັດປ່າ​ກິນ. ແລ້ວ​ທົ່ວ​ທັງໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດສະຣາເອນ​ມີ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka