Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ໂຢຮັນ 1:9 - ພຣະຄຳພີສັກສິ

9 ຜູ້ໃດ​ທີ່​ລ່ວງເກີນ ບໍ່​ດຳລົງ​ຢູ່​ໃນ​ຄຳສອນ​ຂອງ​ພຣະຄຣິດ ຜູ້​ນັ້ນ​ກໍ​ບໍ່ມີ​ພຣະເຈົ້າ ຜູ້ໃດ​ທີ່​ດຳລົງ​ຢູ່​ໃນ​ຄຳສັ່ງສອນ​ນີ້ ກໍ​ມີ​ທັງ​ພຣະບິດາເຈົ້າ​ແລະ​ພຣະບຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຜູ້ໃດ​ທີ່​ແລ່ນ​ອອກໜ້າ​ກ່ອນ ແລະ ບໍ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ມີ​ພຣະເຈົ້າ, ສ່ວນ​ຜູ້​ທີ່​ສືບຕໍ່​ເຮັດ​ຕາມ​ຄຳສັ່ງສອນ ຜູ້​ນັ້ນ​ກໍ​ມີ​ທັງ​ພຣະບິດາເຈົ້າ ແລະ ພຣະບຸດ.

Uka jalj uñjjattʼäta Copia luraña




2 ໂຢຮັນ 1:9
15 Jak'a apnaqawi uñst'ayäwi  

“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


“ພຣະບິດາເຈົ້າ​ຂອງເຮົາ​ໄດ້​ຊົງ​ມອບ​ສິ່ງສາລະພັດ​ໃຫ້​ແກ່​ເຮົາ ບໍ່ມີ​ຜູ້ໃດ​ຮູ້​ພຣະບຸດ ນອກຈາກ​ພຣະບິດາເຈົ້າ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ຖ້າ​ຜູ້ໃດ​ບໍ່​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ຜູ້ນັ້ນ​ກໍ​ຕ້ອງ​ຖືກ​ຕັດ​ຖິ້ມ​ເສຍ​ເໝືອນ​ກິ່ງ ແລ້ວ​ກໍ​ຫ່ຽວແຫ້ງ​ໄປ​ແລະ​ຖືກ​ເກັບ​ເອົາ​ໄປ​ເຜົາ​ໄຟ​ເສຍ.


ເພື່ອ​ຄົນ​ທັງປວງ​ຈະ​ຖວາຍ​ກຽດ​ແດ່​ພຣະບຸດ ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ບໍ່​ຖວາຍ​ກຽດ​ແດ່​ພຣະບຸດ ຜູ້ນັ້ນ​ກໍ​ບໍ່​ຖວາຍ​ກຽດ​ແດ່​ພຣະບິດາເຈົ້າ ຜູ້​ທີ່​ໄດ້​ໃຊ້​ພຣະບຸດ​ມາ.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຕໍ່​ພວກ​ຢິວ​ທີ່​ເຊື່ອ​ໃນ​ພຣະອົງ​ວ່າ, “ຖ້າ​ພວກເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ຖ້ອຍຄຳ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ສາວົກ​ແທ້​ຂອງເຮົາ,


ພວກເຂົາ​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄຳ​ສອນ​ຂອງ​ພວກ​ອັກຄະສາວົກ ເຂົ້າ​ຮ່ວມ​ໃນ​ກຸ່ມ​ສາມັກຄີທຳ ໃນ​ການ​ຫັກ​ເຂົ້າຈີ່ ແລະ​ຮ່ວມ​ໃຈ​ກັນ​ໃນ​ການ​ພາວັນນາ​ອະທິຖານ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ຢ່າ​ໃຫ້​ເປັນ​ຄົນ​ລັກ​ໂລບ​ເຊື່ອງບັງ​ສິ່ງໃດ ແຕ່​ໃຫ້​ສັດຊື່​ສຸດຈະຣິດ​ໃນ​ທຸກສິ່ງ ເພື່ອ​ວ່າ​ໃນ​ການ​ທັງປວງ​ນັ້ນ ເຂົາ​ຈະ​ໄດ້​ເທີດທູນ​ພຣະ​ກຽດ​ຄຳສອນ​ເລື່ອງ​ພຣະເຈົ້າ ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ.


ດ້ວຍວ່າ, ພວກເຮົາ​ທຸກຄົນ​ເປັນ​ຜູ້​ຮ່ວມງານ​ກັບ​ພຣະຄຣິດ ຖ້າ​ພວກເຮົາ​ຢຶດຖື​ຄວາມ​ໄວ້ວາງໃຈ ທີ່​ພວກເຮົາ​ໄດ້​ມີ​ໃນ​ຕອນ​ຕົ້ນ​ນັ້ນ ໄວ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ດ້ວຍເຫດນັ້ນ ໃຫ້​ພວກເຮົາ​ປະ​ຫລັກ​ທຳ​ເບື້ອງຕົ້ນ​ກ່ຽວກັບ​ພຣະຄຣິດ​ໄວ້ ແລະ​ກ້າວໜ້າ​ໄປ​ສູ່​ຄວາມ​ເປັນ​ຜູ້​ໃຫຍ່​ແລ້ວ ຢ່າ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ວາງ​ເປັນ​ຮາກຖານ​ຊໍ້າ​ອີກ ຄື​ການ​ກັບໃຈ​ໃໝ່​ຈາກ​ການ​ກະທຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຄວາມເຊື່ອ​ໃນ​ພຣະເຈົ້າ


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ເຮົາ​ໄດ້​ຂຽນ​ບາງ​ຢ່າງ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ຕັ້ງຕົວ​ເປັນ​ໃຫຍ່​ເໜືອ​ໝູ່ ກໍ​ບໍ່​ຍອມ​ຮັບ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka